ແມ່ຊາວ ອາເມຣິກາ ໃຫ້ກຳເນີດຄູ່ເດັກຝາແຝດ ຊາຍ-ຍິງ ສຸດພິເສດ ທີ່ເກີດຕ່າງມື້ ຕ່າງເດືອນ ແລະຕ່າງປີ


ເອີ້ນໄດ້ວ່າເປັນເລື່ອງທີ່ໜ້າດີໃຈ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສຳລັບ Fatima Madrigal ຜູ້ທີ່ຫາກໍເປັນແມ່ລູກອ່ອນ ເພາະໄດ້ໃຫ້ກຳເນີດລູກແຝດຊາຍ-ຍິງ ໃນວັນທີ 31 ທັນວາ 2021 ແລະ ວັນທີ 1 ມັງກອນ 2022 ເມື່ອເລື່ອງລາວນີ້ຖືກແຜ່ອອກໄປກໍເຮັດໃຫ້ແຝດຄູ່ນີ້ໂດ່ງດັງ ແລະ ເປັນກະແສຂ້າມຄືນໃນທັນທີ.

Fatima Madrigal ໄດ້ໃຫ້ກໍາເນີດລູກແຝດທີ່ Greenfield ລັດ California ປະເທດສະຫະລັດອາເມຣິກາ ໂດຍແຝດຄົນທຳອິດທີ່ອອກມາກ່ອນເປັນເພດຊາຍຊື່ວ່າ Alfredo Antonio Trujillo ເກີດເມື່ອເວລາ 11ໂມງ 45ນາທີ (ຕອນກາງຄືນ) ຂອງວັນທີ 31ທັນວາ 2021 ສຸຂະພາບແຂງແຮງດີ ແລະ ມີນໍ້າໜັກຢູ່ທີ່ 2.7 ກິໂລກຣາມ.

ແຕ່ຕໍ່ມາອີກ 15 ນາທີ ແຝດຄົນຄົນທີ 2 ກໍໄດ້ຖືກໍາເນີດຂຶ້ນມາໂດຍເປັນເພດຍິງມີຊື່ວ່າ Aylin Yolanda Trujillo ເກີດເມື່ອເວລາ 00.00 ຂອງວັນທີ 1 ມັງກອນປີ 2022 ສຸຂະພາບແຂງແຮງເຊັ່ນດຽວກັນກັບແຝດຜູ້ອ້າຍ ແລະ ມີນ້ຳໜັກຢູ່ທີ່ 2.3 ກິໂລກຣາມ.

ຈາກຂໍ້ມູນຂອງສູນຄວບຄຸມແລະປ້ອງກັນໂຣກເຜີຍເອົາໄວ້ວ່າ ໃນສະຫະລັດອາເມຣິກາ ແມ່ທີ່ໃຫ້ກຳເນີດລູກຝາແຝດຈຳນວນ 120,000 ຄັ້ງ ໃນປີ 2019 ນັບເປັນພຽງ 3% ຂອງອັດຕາການເກີດທັງໝົດໃນປີນັ້ນ.

ການເກີດລູກຝາແຝດແມ່ນກໍລະນີທີ່ຫາຍາກແລ້ວ ແຕ່ການທີ່ລູກຝາແຝດເກີດຄົນລະປີແບບນີ້ແມ່ນເປັນກໍລະນີທີ່ຫາຍາກສຸດໆ ໂດຍມີຂໍ້ມູນພົບວ່າເດັກຝາແຝດທີ່ເກີດຄົນລະປີແບບນີ້ມີພຽງ 1 ໃນ 2,000,000 ເທົ່ານັ້ນ.

ແມ່ຂອງເດັກຝາແຝດດັ່ງກ່າວຍັງໃຫ້ສຳພາດວ່າ ລາວຮູ້ສຶກດີໃຈ ແລະ ຮູ້ສຶກປະຫຼາດໃຈພ້ອມທັງກ່າວວ່າ “ມັນສຸດຍອດໄປເລີຍ ທີ່ພວກເຂົາເປັນຝາແຝດກັນ ແຕ່ມີມື້ເກີດຕ່າງກັນ ຂ້ອຍຮູ້ສຶກປະຫຼາດໃຈແລະມີຄວາມສຸກຫຼາຍໃນກາງຄືນຂອງມື້ນີ້”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/