ປາຕິຫານຢາ Viagra! ຊ່ວຍພະຍາບານຟື້ນຈາກອາການ coma ຂອງ Covid-19


ເລື່ອງລາວປາຕິຫານນີ້ ເກີດຂຶ້ນກັບ Monica Almeida ພະຍາບານອາຍຸ 37 ປີ ຈາກສະຫະລາຊະອານາຈັກ ທີ່ໄດ້ຕິດເຊື້ອໂຄວິດ-19 ເຖິງວ່າຈະໄດ້ຮັບວັກຊີນຄົບສອງເຂັມແລ້ວກໍຕາມ. Monica ນັ້ນມີໂຣກປະຈຳຕົວຄືຫອບຫືດ ແລະ ເຮັດໜ້າທີ່ເປັນພະຍາບານຊ່ຽວຊານທາງດ້ານການເດີນຫາຍໃຈ ທີ່ສູນບໍລິການສາທາລະນະສຸກ. ໃນວັນທີ 31 ຕຸລາ ປີ 2021, ເປັນມື້ທຳອິດທີ່ລາວໄດ້ກວດພົບເຊື້ອໂຄວິດ-19. ຫຼັງຈາກນັ້ນ ອາການຂອງລາວກໍຮຸນແຮງຂຶ້ນ ບໍ່ວ່າຈະເປັນການສູນເສຍຣົດຊາດ-ກິ່ນ, ເລີ່ມໄອອອກມາເປັນເລືອດ ແລະ ຕາມມາດ້ວຍລະດັບອັອກຊີເຈນທີ່ຕ່ຳລົງ.

ເຖິງຈະເປັນແບບນັ້ນ Monica ກໍບໍ່ໄດ້ຮັບການປິ່ນປົວຫຍັງ ແລະ ຖືກສົ່ງອອກຈາກໂຮງໝໍ. ມັນໄດ້ສົ່ງຜົນໃຫ້ອາການຂອງລາວສາຫັດຂຶ້ນ, ຈົນໄດ້ເຂົ້າຮັບການປິ່ນປົວທີ່ ໂຮງໝໍ Lincoln County ເຊິ່ງເປັນສະຖານທີ່ເຮັດວຽກຂອງຕົນເອງ ພ້ອມທັງຖືກຍ້າຍໄປຫ້ອງສຸກເສີນທັນທີ. ຫຼັງຈາກນັ້ນໜຶ່ງອາທິດ, ເປັນວັນທີ 16 ພະຈິກ ພະຍາບານຜູ້ນີ້ກໍຕົກຢູ່ຂັ້ນ coma. ແຕ່ກ່ອນທີ່ຈະໝົດສະຕິໄປນັ້ນ, ລາວໄດ້ເຊັນສັນຍາເຫັນດີໃນການໃຫ້ທາງໂຮງໝໍທົດລອງຢາຕໍ່ຜູ້ປ່ວຍ ໝາຍຄວາມວ່າຕົວລາວເອງນັ້ນກໍເປັນອາສາສະໝັກໃນການທົດລອງໄປນຳ.

ດ້ວຍເຫດນັ້ນເອງ, ທາງໝໍຈຶ່ງໄດ້ໃຫ້ຢາ Viagra ເຊິ່ງເປັນຢາສຳລັບການເພີ່ມປະສິດທິພາບທາງເພດ ແລະ ມັນອາດຈະຟັງເບິ່ງຕະຫຼົກ ແຕ່ຜົນທີ່ໄດ້ຮັບແມ່ນ ມັນໄດ້ຊ່ວຍໃຫ້ Monica ຟື້ນຂຶ້ນມາຈາກອາການ coma ໃນວັນທີ 14 ທັນວາ.​ ທາງນັກວິທະຍາສາດຕ່າງກໍສັນນິຖານວ່າ ຍ້ອນຢານີ້ ທີ່ມີຄຸນລັກສະນະຊ່ວຍເປີດທາງເດີນເລືອດໃຫ້ກວ້າງຂຶ້ນ ຫຼື ກໍຄືການຂະຫຍາຍຫຼອດເລືອດ ຈຶ່ງຊ່ວຍໃຫ້ Monica ທີ່ມີໂຣກຫອບຫືດຢູ່ແລ້ວ ສາມາດຫາຍໃຈໄດ້ສະດວກຂຶ້ນ. ນອກຈາກນີ້ພວກເຂົາກໍກຳລັງສຶກສາຕໍ່ວ່າ ຢາ Viagra ນັ້ນ ສົ່ງຜົນແບບດຽວກັນກັບ ໄນຕຣິກ ອັອກໄຊ (nitric oxide) ທີ່ເຮັດໜ້າທີ່ເພີ່ມລະດັບເລືອດໃຫ້ສູງຂຶ້ນຫຼືບໍ່.

ໃນທີ່ສຸດ ມື້ກ່ອນວັນຄຣິສມາສ ວັນທີ 24 ເດືອນທັນວາປີ 2021. Monica ກໍໄດ້ຖືກປ່ອຍຕົວອອກຈາກໂຮງໝໍ ພ້ອມທັງກັບໄປສະເຫຼີມສະຫຼອງກັບຄອບຄົວ.​ ລາວໄດ້ກ່າວວ່າ Viagra ນັ້ນຊ່ວຍເຫຼືອຊີວິດລາວໄວ້ ແລະ ໄດ້ວາງແຜນຈະກຽມຮັບວັກຊີນເຂັມທີ 3.​ ທາງບັນດາແພດໝໍ ກໍໄດ້ມີການທົດລອງຢາດັ່ງກ່າວນີ້ກັບຜູ້ປ່ວຍໂຄວິດ-19 ທົ່ວສະຫະລາຊະອານາຈັກຢູແລ້ວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/