ແປກສຸດໃນຍຸກ! ນັກຈິດຕະກອນສະໄໝກ່ອນ ແຕ້ມຮູບຕົນເອງຕະຫຼົກໆຈົນກາຍເປັນ Meme ໃນປັດຈຸບັນ


ຖ້າເວົ້າເຖິງໃນຍຸກກ່ອນໆ ໃນສັດຕະວັດທີ 18 Joseph Ducreux ເປັນໜຶ່ງໃນນັກຈິດຕະກອນຫຼວງໃນລາຊະສຳນັກຂອງພະເຈົ້າຫຼຸຍທີ 16 ທີ່ມີສີມືດີ ມີລັກສະນະໃນການແຕ້ມທີ່ໂດດເດັ່ນຢ່າງເຫັນໄດ້ຊັດເຈນ ແລະ ເປັນຈິດຕະກອນທີ່ມີອາລົມຕະຫຼົກເຮຮາ. ໃນປີ 2009 ກໍເກີດປາກົດການຄວວາມຕະຫຼົກຂຶ້ນ ເພາະເກີດຈາກການທີ່ມີຄົນລົງພາບເໝືອນຄົນຂອງ Joseph Ducreux ພ້ອມກັບຕິດແຄັບຊັ່ນໄວ້ວ່າ “ບໍ່ສົນໃຈຜູ້ຍິງ ແຕ່ສົນໃຈເງິນ” ເຊິ່ງມາຈາກເນື້ອເພງຂອງ Get Money ຂອງສິລະປິນແຣັບ Notorious B.I.G.

 ຫຼັງຈາກນັ້ນ ກໍມີຄົນເຜີຍແຜ່ຢ່າງສະນັ່ນຫວັ່ນໄຫວ ທັ້ງໆທີຜູ້ແຕ້ມນັ້ນຈາກໂລກນີ້ໄປນານແສນນານ 200 ກວ່າປີແລ້ວ, ແຕ່ມາໂດ່ງດັງຄືນ ພ້ອມທັງກາຍເປັນມີມທີ່ສ້າງຄວາມເຮຮາໃຫ້ແກ່ໃຜຫຼາຍໆຄົນທາງອິນເຕີເນັດໃນຍຸກປັດຈຸບັນ. ຖືໄດ້ວ່າ ເປັນຈິດຕະກອນທີ່ຈາກໂລກໄປແລ້ວ ແຕ່ຍັງເຫຼືອຄວາມຊົງຈຳທີ່ດີໃຫ້ແກ່ຜູ້ຄົນ, ພ້ອມທັງເຮັດໃຫ້ນຶກເຖິງອະດີດຂອງນັກຈິດຕະກອນສີມືດີຄົນນີ້ແບບລືມບໍ່ລົງ (ເຖິງກາຍຈະຈາກ ແຕ່ຍັງຝາກຄວາມສຸກໄວ້).

ຂອບໃຈຂໍ້ມູນຈາກ:

https://bit.ly/3ZP4wEk

https://bit.ly/3JCXY4X

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/