4 ອະໄວຍະວະສຳຄັນໃນຮ່າງກາຍທີ່ສາມາດສ້ອມແຊມຕົນເອງໄດ້ ເລື່ອງໃກ້ຕົວທີ່ທຸກຄົນຄວນຮູ້


ຮ່າງກາຍຂອງພວກເຮົາເປັນສິ່ງທີ່ສໍາຄັນທີ່ຄວນເອົາໃຈໃສ່ ເພາະ​ມີ​ອາຍຸ​ການໃຊ້ງານຄືກັບສິ່ງຂອງທົ່ວໄປ ແຕ່ອາດຈະຕ່າງກັນບ່ອນທີ່ວ່າ ເຄື່ອງໃຊ້ອາດລະບຸວັນໝົດອາຍຸໄວ້ ສໍາລັບຮ່າງກາຍຂອງພວກເຮົາຂຶ້ນຢູ່ກັບເຮົາວ່າຈະດູແລໄດ້ດົນເທົ່າໃດ.

ນອກຈາກນັ້ນ, ບາງອະໄວຍະວະຢູ່ໃນຮ່າງກາຍຂອງມະນຸດມີກົນໄກສາມາດປິ່ນປົວ ແລະ ສ້ອມແຊມດ້ວຍຕົນເອງໄດ້ ພ້ອມຍັງເປັນສ່ວນທີ່ສໍາຄັນຂອງຮ່າງກາຍອີກດ້ວຍ.

  1. ສະໝອງ

ສະໝອງເປັນໜຶ່ງໃນອະໄວຍະວະທີ່ສຳຄັນ, ໃນສ່ວນຂອງສະໝອງທີ່ເສຍຫາຍ ສະໝອງສາມາດສ້າງສ່ວນທີ່ເສຍໄປຂຶ້ນມາທົດແທນໄດ້. ສິ່ງທີ່ຊ່ວຍໃຫ້ສະໝອງສາມາດຟື້ນຟູໄດ້ໄວຂຶ້ນນັ້ນແມ່ນການອອກກຳລັງກາຍ ເຊິ່ງການອອກກຳລັງກາຍຈະຊ່ວຍກະຕຸ້ນໃຫ້ສະໝອງສອງຈຸດທີ່ສຳຄັນຄື Hypothalamus ກັບ ປະສາດຮັບກິ່ນເຊິ່ງເປັນເຊລປະສາມາດທີ່ສາມາດສ້າງຕົນເອງໄດ້.

  1. ກະດູກ

ກະດູກປຽບສະເໝືອນແກນຫຼັກທີ່ຊ່ວຍປະຄັບປະຄອງຮ່າງກາຍ ແລະ ຍັງຊ່ວຍສ້າງເມັດເລືອດທີ່ສຳຄັນ, ເຊິ່ງໃນກະດູກມີເຊລນ້ອຍໆທີ່ສາມາດສ້າງຕົນເອງຂຶ້ນມາໃໝ່ ເຮັດໃຫ້ກະດູກທີ່ຫັກ ຫຼື ມີຮອຍແຕກ ສາມາດກັບມາແຂງແຮງໄດ້ຄືເກົ່າ, ຄວນກິນອາຫານທີ່ມີວິຕາມິນເຄເຊັ່ນ ຜັກໃບຂຽວ, ແຄລຊຽມຈາກງາດຳເພື່ອບຳລຸງກະດູກ

  1. ຕັບ

ຫາກມີຄວາມຜິດປົກກະຕິຢູ່ຕັບ ບໍ່ວ່າຈະເປັນໄຂມັນໂອບຕັບ ຫຼື ມີສານພິດຕົກຄ້າງໃນຕັບຈາກການດື່ມແອລກໍຮໍ ຫຼື ຢາຕ້ານເຊື້ອ, ເຮົາກໍສາມາດຟື້ນຟູຕັບໄດ້ໂດຍການປັບປ່ຽນການກິນ, ການດື່ມ, ຫຼີກເວັ້ນອາຫານທີ່ທໍາຮ້າຍຕັບ. ນອກຈາກນີ້ ຕັບຍັງສາມາດສ້າງ glutathione ທີ່ຊ່ວຍໃນການຟື້ນຟູສ້ອມແຊມຕົນເອງ.

  1. ລຳໄສ້

ລຳໄສ້ເຮັດໜ້າທີ່ລຳລຽງອາຫານ ແລະ ສົ່ງຕໍ່ໄປຍັງອະໄວຍະວະອື່ນໆ, ຫາກມີອາຫານເກາະຢູ່ຕາມລຳໄສ້ ຫຼື ມີບາດແຜໃນລຳໄສ້ ລຳໄສ້ຮີບຈະສ້າງເຊລມາທົດແທນໄດ້ຢ່າງວ່ອງໄວ ຖ້າເຄີຍລົບກວນຈາກຢາເຄມີບຳບັດ ຫຼື ໂຣກລຳໄສ້ອັກເສບຊ້ຳເຮຶ້ອມາກ່ອນ.

ເຖິງແມ່ນວ່າຮ່າງກາຍຈະສາມາດສ້ອມແຊມຕົນເອງໄດ້ ແຕ່ກໍບໍ່ແມ່ນວ່າເຮົາຈະປ່ອຍປະລະເລີຍ ບໍ່ໃສ່ໃຈດູແລຮ່າງກາຍ, ອາດເປັນໄປໄດ້ວ່າຮ່າງກາຍອາດຈະສ້ອມແຊມຕົນເອງບໍ່ໄຫວໃນມື້ໃດມື້ໜຶ່ງ.

ທີ່ມາ:

https://cutt.ly/x7FiSKQ

https://cutt.ly/G7FiGgV

https://cutt.ly/T7FiKjb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/