ແຊ້ມລີກທຳອິດໃນຮອບ 19 ປີຂອງ Arsenal ກຳລັງຈະຫຼຸດມື ຫຼັງຖືກ Man City ເປີດບ້ານເອົາຊະນະໄປ 4 ປະຕູຕໍ່ 1


ຖອຍຫຼັງຫ່າງອອກຈາກການຄວ້າແຊ້ມທີ່ຖ້າມາດົນ ອີກໜຶ່ງກ້າວ ສຳລັບທັບນັກເຕະ ແລະ ແຟນໆຂອງ Arsenal ອະດີດແຊ້ມຂອງ ພຣີເມຍລີກ ຫຼັງເຮັດຜົນງານໄດ້ຢ່າງໜ້າຜິດຫວັງ ຖືກ Manchester City ທີມຄູ່ແຂ່ງ ເປີດບ້ານ ເອົາຊະນະໄປ 4 ປະຕູຕໍ່ 1 ກໍາຄວາມໄດ້ປຽບ ແລະ ໂອກາດທີ່ຈະຄວ້າແຊ້ມລະດູການນີ້ ໄວ້ໃນມືຂອງຕົນເອງແບບແໜ້ນໆ.

ໃນການແຂ່ງຂັນບານເຕະ ພຣີເມຍລີກ ໃນຄໍ່າຄືນທີ່ຜ່ານມາ ໄດ້ມີເກມການແຂ່ງຂັນທີ່ເອີ້ນໄດ້ວ່າ ອາດຈະເປັນເກມການແຂ່ງຂັນທີ່ຈະຕັດສິນແຊ້ມ ພຣີເມຍລີກ ປະຈຳລະດູການ 2022/2023 ນີ້ເລີຍກໍວ່າໄດ້ ກັບການພົບກັນລະຫວ່າງ Arsenal ທີມອັນດັບໜຶ່ງຂອງ ຕາຕະລາງ ແລະ Man City ທີມອັນດັບ 2 ຂອງຕາຕະລາງ ທີ່ກໍາລັງໄລ່ລ່າຄະແນນຢ່າງໜັກເພື່ອຂຶ້ນເປັນອັນດັບ 1 ແລະ ຄວ້າແຊ້ມໃນລະດູການນີ້ໃຫ້ໄດ້.

ໂດຍເກມນັດດັ່ງກ່າວເລີ່ມຕົ້ນຂຶ້ນທ່າມກາງແຮງກົດດັນຂອງ 2 ທີມທີ່ວ່າ ເກມນັດນີ້ຖ້າຜູ້ໃດສາມາດເກັບ 3 ຄະແນນໄດ້ ເງື່ອນໄຂການຄວ້າແຊ້ມໃນລະດູການນີ້ກໍຈະຕົກເປັນຂອງທີມນັ້ນທັນທີ. ເນື່ອງຈາກວ່າ ກ່ອນການແຂ່ງຂັນນັດນີ້ຈະເລີ່ມຂຶ້ນ Arsenal ທີມອັນດັບໜຶ່ງ ມີ 75 ຄະແນນ ລົງແຂ່ງໄປ 32 ນັດ. ສ່ວນ Man city ທີມອັນດັບ 2 ມີ 70 ຄະແນນ ແຕ່ລົງແຂ່ງໄປພຽງ 30 ນັດ. ນັ້ນໝາຍຄວາມວ່າຖ້າທີມໃດສາມາດຊະນະໃນນັດນີ້ໄດ້ ແລະ ຊະນະຕໍ່ໄປອິກເລື້ອຍໆ ກໍຈະສາມາດຄວ້າແຊ້ມໄດ້ທັນທີ.

ເຊິ່ງຜົນການແຂ່ງຂັນໃນຄັ້ງນີ້ ກໍເປັນຝ່າຍຂອງ Man City ທີ່ເຮັດໄດ້ດີກວ່າ ຈົນສາມາດເອົາຊະນະ Arsenal ໄປ ເຖິງ 4 ປະຕູຕໍ່ 1 ​ຈາກ ເຄວິນ ເດີບອຍ 7’, 54’; ຈອນສະໂຕນ 45+1’ ແລະ ເອີລິ້ງ ຮາແລນ ຍິງປິດເກມ ໃນນາທີ 90+5’. ສ່ວນ Arsenal ກໍໄດ້ຍິງປະຕູຕີໄຂ່ແຕກ ໄດ້ໃນນາທີ 86’ ຂອງເກມຈາກ ຣັອບ ໂຮດິ້ງ ກອງຫຼັງຂອງທີມ.

ຈາກຜົນການແຂ່ງຂັນໃນນັດນີ້ ເຮັດໃຫ້ Arsenal ບໍ່ຊະນະຄູ່ຕໍ່ສູ້ມາແລ້ວຕິດຕໍ່ກັນ 4 ນັດ ມີ 75 ຄະແນນຈາກ 33 ນັດ ສວນທາງກັບ Man City ທີ່ງັດຜົນໂຫດອອກມາຊະນະໃນເກມລີກຕິດຕໍ່ກັນ 7 ນັດ ມີ 73 ຄະແນນຈາກ 31​ ນັດ ນັ້ນໝາຍຄວາມຖ້າ Man City ຊະນະເກມຕົກຄ້າງອີກ 2 ນັດ ທີ່ເຫຼືອ ກໍຈະມີ 79 ຄະແນນ ແຊງໜ້າ Arsenal ຂຶ້ນໄປເປັນອັນດັບ 1 ທັນທີ.

ໂດຍ ມິເກວ ອາເຕຕ້າ ຄູເຝິກຂອງ Arsenal ລະບຸຫຼັງເກມວ່າ: “ເຮົາຍັງມີຄິວລົງເຕະອີກ 5 ເກມ ແລະ ແມ່ນຫຍັງກໍເກີດຂຶ້ນໄດ້.​ໃນໄລຍະຫຼາຍປີທີ່ຜ່ານມາຂ້ອຍເຫັນເລື່ອງມະຫັດສະຈັນຫຼາຍເລື່ອງເກີດຂຶ້ນໃນລີກນີ້ ເຮົາສູ້ມາ 9 ເດືອນເຄິ່ງ ແລະ ຈະບໍ່ຖິ້ມມັນໄປເພາະເສຍໃຫ້ກັບ Man City”

ສ່ວນ ເປັບ ກວາດິໂອລາ ຄູເຝິກຂອງ Man City ກໍລະບຸຫຼັງເກມວ່າ: “ເຮົາເປັນແຊ້ມ ພຣີເມຍລີກຕິດຕໍ່ກັນ ດັ່ງນັ້ນໃນໄລຍະຕົ້ນລະດູການເຮົາຈຶ່ງບອກວ່າເຮົາຍັງມີເວລາ ແຕ່ສຳລັບ Arsenal ມັນກົງກັນຂ້າມກັນ ເພາະທຸກເກມຂອງພວກເຂົາປຽບເໝືອນນັດຊິງຊະນະເລີດ”.

ຂະນະທີ່ ໂປຣແກຣມຕໍ່ໄປຂອງ Arsenal ຈະຕ້ອງອອກໄປພົບກັບ Chelsea ໃນວັນອັງຄານທີ 2 ພຶດສະພາ. ສ່ວນ Man City ກໍມີຄິວຈະຕ້ອງບຸກໄປຢາມ Fulham ໃນວັນອາທິດທີ 30 ເມສາ ນີ້.

ຂອບໃຈຂໍ້ມູຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/