ແຄລິຟໍເນຍເກີດເຫດກວາດຍິງຂຶ້ນອີກຄັ້ງ ເສຍຊີວິດແລ້ວຢ່າງໜ້ອຍ 7 ຄົນ

ແຄລິຟໍເນຍ

ສຳນັກຂ່າວຕ່າງປະເທດລາຍງານວ່າມື້ນີ້ 24 ມັງກອນ 2023 ໄດ້ເກີດເຫດຄົນຮ້າຍໃຊ້ອາວຸດປືນກວາດຍິງອີກຄັ້ງໃນລັດແຄລິຟໍເນຍ ປະເທດສະຫະລັດອາເມຣິກາ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍແລ້ວ 7 ຄົນ ແລະ ໄດ້ຮັບບາດເຈັບອີກ 1 ຄົນ.

ແຄລິຟໍເນຍ

ຕາມການລາຍງານຂອງທາງການເປີດເຜີຍວ່າ ເຫດກວາດຍິງດັ່ງກ່າວແມ່ນເກີດຂຶ້ນທີ່ຟາມເພາະພັນເຫັດແຫ່ງໜຶ່ງໃນເມືອງຮາຟມູນເບຍ໌ ລັດແຄລິຟໍເນຍ ສະຫະລັດອາເມຣິກາ ແລະ ບໍລິສັດຂົນສົ່ງໃກ້ກັບຟາມເພາະເຫັດດັ່ງກ່າວ ເຊິ່ງຢູ່ຫ່າງອອກໄປປະມານ 2 ໄມລ໌ ຫຼື 3,2 ກິໂລແມັດ. ເບື້ອງຕົ້ນທາງເຈົ້າໜ້າທີ່ຄາດວ່າຜູ້ລົງມືກໍ່ເຫດແມ່ນ ຊາຍເຊື້ອສາຍຈີນອາຍຸ 67 ປີ ເຊິ່ງເຮັດວຽກໃນສະຖານທີ່ເກີດເຫດ.

ແຄລິຟໍເນຍ

ໂດຍເຫດການນີ້ເປັນເຫດການສະເທືອນຂວັນທີ່ເກີດຂຶ້ນເປັນຄັ້ງທີ 2 ໃນໄລຍະໄລ່ເລ່ຍກັນ ເພາະເມື່ອຕອນຄ່ຳຂອງວັນເສົາທີ 21 ມັງກອນ (ຕາມເວລາທ້ອງຖິ່ນ) ໄດ້ເກີດເຫດກວາດຍິງທີ່ຫ້ອງ Ballroom ທີ່ກຳລັງຈັດງານສະຫຼອງກຸດຈີນໃນເມືອງມອນເທີເຣປາກ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 11 ຄົນ ໂດຍຜູ້ລົງມືກໍ່ເຫດ ເປັນຊາຍຊາວເອເຊຍອາຍຸ 72 ປີ ແລະ ຄົນຮ້າຍກໍໄດ້ຈົບຊີວິດຕົນເອງໃນຂະນະທີ່ທາງເຈົ້າໜ້າທີ່ໄດ້ເອົາລົດມາອ້ອມຮອບໄວ້ ສ່ວນແຮງຈູງໃຈຂອງການລົງມືກໍ່ເຫດຄັ້ງນີ້ທາງເຈົ້າໜ້າທີ່ກຳລັງສືບສວນຕໍ່ໄປ.

ແຄລິຟໍເນຍ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/