“ຕົ້ນແຕ້” ສັກຂີພະຍານການຈາກໄປຂອງ ນັກຮົບປະຕິວັດ 17 ສະຫາຍ

“ຕົ້ນແຕ້”

ສະໄໝຕໍ່ສູ້ກູ້ຊາດ ໄລຍະປີ 1964-1973 ພວກຈັກກະພັດຜູ້ຮຸກຮານໄດ້ນໍາກໍາລັງທະຫານຈໍານວນຫຼາຍກອງພັນ ບັນຊາໂດຍ ໂກໂລແນນ ໝອກ ເຂົ້າມາຢຶດເອົາເຂດເມືອງເຟືອງ ໂດຍ ພວກເຂົາໄດ້ທໍາການປາບປາມກຳລັງປະຕິວັດ, ເຂັ່ນຂ້າຮາວີປະຊາຊົນ, ນໍາໂດຍພັນເອກ ຫຼອຍ ອັນຕວນ ປາບປາມ, ບັງຄັບປະຊາຊົນຢ່າງສາລະພັດ ດ້ວຍການຈັບ, ມັດ, ກັກຂັງ, ຕີ, ທໍລະມານ ດ້ວຍຮູບການຕ່າງໆ. ພ້ອມກັນນີ້ຍັງໃຊ້ເຮືອບິນຖິ້ມລະເບີດລົງທາງອາກາດຊະຊາຍ ເຮັດໃຫ້ປະຊາຊົນລາວບັນດາເຜົ່າບາດເຈັບລົ້ມຕາຍເປັນຈໍານວນຫຼາຍ.

ດັ່ງນັ້ນ ປະຊາຊົນຊາວເມືອງເຟືອງ ຫຼາຍຄອບຄົວໄດ້ສະຫຼະລູກ, ຜົວ ເຂົ້າເປັນກອງໜູນ, ເປັນທະຫານ, ເປັນກອງຫຼອນ, ເປັນສາຍລັບ, ເພື່ອເຄື່ອນໄຫວຕ້ານກັບພວກຈັກກະພັດຜູ້ຮຸກຮານ ຖ້າຜູ້ໃດຫາກເຄື່ອນໄຫວເສຍລັບ ເຂົາຈະຈັບເອົາໄປຂ້າຖິ້ມ ດ້ວຍການບັງຄັບ, ເຕະ, ດຶງລາກໄປແຂວນຄໍໄວ້ຢູ່ຫງ່າຕົ້ນແຕ້. ປັດຈຸບັນຕົ້ນແຕ້ດັ່ງກ່າວໄດ້ຖືກທາງເມືອງອະນຸລັກຮັກສາໄວ້ຢູ່ວັດບ້ານນາທົ່ວ ເມືອງເຟືອງ ແຂວງວຽງຈັນ ເພື່ອເປັນອານຸສອນໃຫ້ຄົນຮຸ່ນຫຼັງໄດ້ຮຽນຮູ້ ເຖິງປະຫວັດສາດ.

ທ່ານ ເພັດສະໝອນ ໝື່ນທໍາ ປະທານສະຫະພັນນັກຮົບເກົ່າ ເມືອງເຟືອງ ແຂວງວຽງຈັນ ໄດ້ເລົ່າເຖິງ ປະຫວັດ ການເຄື່ອນໄຫວ ໂດຍຫຍໍ້, ຜູ້ທີ່ເສຍຊີວິດຢູ່ກົກແຕ້ແຫ່ງນີ້ມີທັງໝົດ 17 ສະຫາຍຄື:

  1. ສະຫາຍ ທອງລຸນ ບ້ານນາກາງ
  2. ສະຫາຍ ມີ ບ້ານນາແຂງ
  3. ສະຫາຍ ຊຽງວັນ ບ້ານນາແຂງ
  4. ສະຫາຍ ບຸນສູງ ບ້ານນາທອງ
  5. ສະຫາຍ ພຸດ ບ້ານນາລັງ
  6. ສະຫາຍ ກົງຄຳ (ແອ) ບ້ານນາກາງ
  7. ສະຫາຍ ແຫຼ້ (ພໍ່ຈັນ) ບ້ານນາທອງ
  8. ສະຫາຍ ມີ ບ້ານນາລັງ
  9. ສະຫາຍ ຊຽງໃສ ບ້ານນາກາງ
  10. ສະຫາຍ ແພງ (ພໍ່ປ່ຽນ) ບ້ານນາຂອບ
  11. ສະຫາຍ ສາຍ ບ້ານທ່າ
  12. ສະຫາຍ ກວາງ ບ້ານນາຫວ້ານ
  13. ສະຫາຍ ສີວິໄລ ບ້ານນາຫວ້ານ
  14. ສະຫາຍ ລາງ ບ້ານນາຫວ້ານ
  15. ສະຫາຍ ກອງຄຳ (ມູນ) ບ້ານນາກາງ,
  16. ສະຫາຍ ທິດທາ ບ້ານນາຫວ້ານ
  17. ສະຫາຍ ມູນ ບ້ານນາລັງ, ເມືອງເຟືອງ, ແຂວງວຽງຈັນ.

ທ່ານ ເພັດສະໝອນ ໝື່ນທໍາ ປະທານສະຫະພັນນັກຮົບເກົ່າ ເມືອງເຟືອງ ແຂວງວຽງຈັນ ໃຫ້ຮູ້ວ່າ: ຈຸດປະສົງຂອງການສ້າງຫໍຈາລຶກຄວາມແຄ້ນຂຶ້ນມາ ເພື່ອໃຫ້ເປັນສິ່ງທີ່ຈາລຶກໃຫ້ຮຸ່ນລູກຮຸ່ນຫຼານສືບທອດ ເພາະມູນເຊື້ອນີ້ ເປັນມູນເຊື້ອທີ່ບໍ່ຍອມຈຳນົນຂອງຮຸ່ນພໍ່ແມ່ທີ່ເພິ່ນໄດ້ເຮັດການປະຕິວັດມາ ໃນເມື່ອກ່ອນ ຕັ້ງແຕ່ການປະຕິວັດເລີ່ມຂຶ້ນ ສັດຕູກໍເລີ່ມເຂົ້າມາປາບປາມທັນທີ ຄືແຕ່ປີ 1964-1969 ຖືວ່າໄລຍະນີ້ແມ່ນ ໄລຍະທີ່ຮ້າຍແຮງທີ່ສຸດ ເພາະປະເທດຊາດເຮົາຈະກຽມປົດປ່ອຍ ໂດຍພວກສັດຕູໄດ້ເຂົ້າມາ ໃນເວລານັ້ນ ຝ່າຍປະຕິວັດເຮົາ ພັດມີຈຳນວນພົນບໍ່ຫຼາຍ ທົ່ວເມືອງເຟືອງ ສາມາດເຕົ້າຮວມກັນໄດ້ 3 ກອງຮ້ອຍ ໄດ້ຕໍ່ສູ້ກັບສັດຕູ ເຖິງ 2 ກອງພັນ.

ແຫຼ່ງທ່ອງທ່ຽວ “ຕົ້ນແຕ້ຈາລຶກຄວາມແຄ້ນ” ວັດບ້ານນາທົ່ວ ເມືອງເຟືອງ ແຂວງວຽງຈັນ ແມ່ນການຈາລຶກ ເຫດການທາງປະຫວັດສາດໜື່ງ ຕ້ອງໄດ້ຈາລຶກຕະຫຼອດໄປ, ສະນັ້ນ ພວກເຮົາຄົນເກີດໃໝ່ໃຫຍ່ລຸນ ຕ້ອງລະນຶກເຖິງບຸນຄຸນຜູ້ທີ່ມີຄຸນງາມ ຄວາມດີຕໍ່ປະເທດຊາດ, ບ້ານເມືອງ ເພື່ອເປັນບົດຮຽນ ແລະ ຄະຕິສອນໃຈໃຫ້ແກ່ພວກເຮົາຮູ້ວ່າ: ມີພວກເພິ່ນໃນວັນນັ້ນ ຈຶ່ງມີພວກເຮົາໃນວັນນີ້.

ດັ່ງນັ້ນ, ເພື່ອເປັນການສືບຕໍ່ອະນຸລັກຮັກສາ ແລະ ບູລະນະ, ກໍ່ສ້າງໃຫ້ເປັນບ່ອນສັກກະລະບູຊາບ່ອນສຶກສາຮຽນຮູ້ ແລະ ເປັນບ່ອນທ່ອງທ່ຽວທາງປະຫວັດສາດ ເພື່ອໃຫ້ຄົນຮຸ່ນໃໝ່ໄດ້ທ່ຽວຊົມ, ຮັບຮູ້ຂໍ້ມູນທາງປະຫວັດຄວາມເປັນມາ ຕໍ່ໆໄປທັງເປັນການສືບຕໍ່ພາລະກິດທີ່ພັກ, ລັດ, ບັນພະບູລຸດ, ປະຊາຊົນໄດ້ສ້າງໄວ້ ແລະ ມອບໝາຍໃຫ້ນັ້ນ ພວກເຮົາຕ້ອງໄດ້ເປັນເຈົ້າການເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວໄວ້ໃຫ້ໝັ້ນຄົງ ເປັນຕົ້ນ ມູນເຊື້ອພິລະອາດຫານຕໍ່ສູ້ບໍ່ຍອມຈຳນົນ, ມູນເຊື້ອຄວາມສາມັກຄີປອງດອງ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມູນເຊື້ອໂອບເອື້ອອາລີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມູນເຊື້ອທາງດ້ານສິລະປະວັດທະນະທຳ, ຮີດຄອງປະເພນີທີ່ມີເອກະລັກ ໃຫ້ຄຽງຄູ່ຢູ່ກັບພວກເຮົາຕະຫຼອດໄປ, ເອົາໃຈໃສ່ພັດທະນາຕົນເອງ, ຄອບຄົວ, ປະເທດຊາດໃຫ້ມີຄວາມເຂັ້ມແຂງຈະເລີນກ້າວໜ້າ ໃຫ້ມີຜົນສຳເລັດ, ມີປະສິດທິຜົນສູງ, ສ້າງມູນຄ່າ ແລະ ຜົນປະໂຫຍດແກ່ສັງຄົມ, ບ້ານ, ເມືອງ, ເສີມຂະຫຍາຍລັກສະນະນຳໜ້າ, ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເດັດດ່ຽວຕອບຕ້ານກັບກຸ່ມຄົນທີ່ບໍ່ຫວັງດີ ແລະ ອິດທິກຳລັງປໍລະປັກບໍ່ໃຫ້ເຂົ້າມາ ແບ່ງແຍກຄວາມສາມັກຄີ ແລະ ຮຸກຮານພວກເຮົາອີກຕໍ່ໄປ.

ມາຮອດປັດຈຸບັນ ເມືອງເຟືອງ ແຂວງວຽງຈັນ ໄດ້ກາຍເປັນເມືອງທ່ອງທ່ຽວ ຍອດນິຍົມອັນລືຊື່ ຂອງແຂວງວຽງຈັນ ແລະ ມີແຫຼ່ງທ່ອງທ່ຽວທີ່ສໍາຄັນຫຼາຍແຫ່ງເຊັ່ນ: ຫາດຜາຕັ້ງ, ຫາດດອນກາງໃຫຍ່, ຫາດດອນກາງນ້ອຍນໍ້າສາມຄອນ, ແຫຼ່ງທ່ອງທ່ຽວດ້ານປະຫວັດສາດປະກອບມີຫໍສີລາຈາລຶກ, ສະຖານທີ່ທ່ອງທ່ຽວດ້ານ ວັດທະນະທຳ ແມ່ນວັດສິນໄຊຍະຣາມ ບ້ານໂນນຫີນແຮ່ ທີ່ຕິດພັນກັບຕຳນານນິທານເລື່ອງສັງສິນໄຊ, ວັດບ້ານຜາສັງ, ວັດບ້ານນາເມືອງ ແລະ ແຫ່ງອື່ນໆ.

ຂອບໃຈຂໍ້ມູນຈາກ:https://bit.ly/3Wx036x

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/