ເຮົາເປັນພູມແພ້ ແຕ່ມັນເກີດຂຶ້ນຍ້ອນພູມຕ້ານທານ


ພູມແພ້ເປັນໜຶ່ງໃນອາການທີ່ພົບຫຼາຍທີ່ສຸດ ແລະ ໜ້າກວນໃຈທີ່ສຸດໃນໂລກ ເຊິ່ງບໍ່ວ່າໃຜກໍຕ້ອງມີຄົນຮູ້ຈັກ ຫຼື ພົບເຫັນຄົນທີ່ເປັນພູມແພ້ເຊັ່ນ: ພູມແພ້ລະອອງດອກໄມ້, ຝຸ່ນ ຫຼື ແມ່ນແຕ່ຂົນສັດ… ບໍ່ພຽງເທົ່ານັ້ນ, ອາການຂອງມັນບາງຄັ້ງກໍເບົາບາງ ແລະ ບາງຄັ້ງກໍສາຫັດຈົນຕ້ອງເຂົ້າໂຮງໝໍ. ເມື່ອປ່ອຍດົນໄປ, ກໍຈະຍິ່ງສົ່ງຜົນໃຫ້ເກີດເປັນໂຣກພູມແພ້ຕ່າງໆຂຶ້ນ ຈຶ່ງນັບວ່າເປັນສິ່ງທີ່ບໍ່ຄວນປ່ອຍປະລະເລີຍ.

ພູມແພ້ຈະເກີດຂຶ້ນເມື່ອລະບົບພູມຕ້ານທານໃນຮ່າງກາຍຂອງເຮົາມີປະຕິກິລິຍາຕໍ່ສະສານຈາກທາງນອກຮ່າງກາຍ ບໍ່ວ່າຈະເປັນ ລະອອງເກສອນດອກໄມ້, ຝຸ່ນ, ພິດຂອງເຜິ້ງ, ຂົນສັດ ແລະ ອາຫານບາງຊະນິດ. ເມື່ອສິ່ງພວກນີ້ໄດ້ເຂົ້າມາໃນຮ່າງກາຍຂອງເຮົາ ເຊິ່ງໂດຍທົ່ວໄປແລ້ວມັນບໍ່ແມ່ນສະສານທີ່ເປັນອັນຕະລາຍຕໍ່ຮ່າງກາຍ. ແຕ່ພູມຕ້ານທານໃນຮ່າງກາຍນັ້ນກໍສ້າງແອນຕິບໍດີ (Antibodies) ຂຶ້ນມາໂຈມຕີໃສ່ສະສານພວກນັ້ນ. ການໂຈມຕີນັ້ນເອງທີ່ສົ່ງຜົນໃຫ້ຕົວເຮົາອາດຮູ້ສຶກຄັນດັງ, ຄັນຕາມຕົນຕົວ, ຜິວໜັງຮູ້ສຶກໄໝ້, ນ້ຳຕາໄຫຼ, ມີນ້ຳມູກໄຫຼ ແລະ ອື່ນໆ ເພື່ອໃຫ້ເຮົາໄດ້ລະບາຍອອກມາບໍ່ວ່າຈະເປັນທາງອາກາດ ຫຼື ຍ່ອຍທາງກະເພາະອາຫານ.

ທຸກຄົນສາມາດມີອາການພູມແພ້ໄດ້ ບໍ່ວ່າຈະເປັນເພດໃດ ຫຼື ອາຍຸໃດກໍຕາມ. ໂດຍທົ່ວໄປແລ້ວ ການມີອາການພູມແພ້ເກີດຈາກການຫາຍໃຈເຂົ້າ, ການບໍລິໂພກ ຫຼື ທາໃສ່ຜິວໜັງ. ແອນຕິບໍດີທີ່ມີຊື່ວ່າ immunoglobulin E (IgE) ຈະແມ່ນຕົວກຳຈັດສິ່ງແປກປອມທີ່ເຈາະຈົງເທົ່ານັ້ນ.​ ໝາຍຄວາມວ່າມັນຈະມີປະຕິກິລິຍາສະເພາະສະສານໃດໜຶ່ງທີ່ເຈາະຈົງ. ເມື່ອໄດ້ພົບກັບສະສານທີ່ແອນຕິບໍດີເຈາະຈົງກຳຈັດແລ້ວ, ພູມຕ້ານທານກໍຈະຜະລິດ IgE ອອກມາ ສົ່ງຜົນໃຫ້ເກີດອາການພູມແພ້. ຍົກຕົວຢ່າງ, ຄົນຜູ້ໜຶ່ງອາດຈະຈາມອອກມາຢ່າງໜັກເມື່ອພົບເກສອນດອກໄມ້ຊະນິດໜຶ່ງ ແຕ່ບໍ່ໄດ້ຈາມຈາກຊະນິດອື່ນ.

ໜ້າທີ່ຂອງພູມຕ້ານທານໃນຮ່າງກາຍຂອງເຮົາກໍເພື່ອປ້ອງກັນຮ່າງກາຍຈາກສະສານອື່ນໆເຊັ່ນ: ຈາກ ໄວຣັສ, ແບັກທີເຣຍ ແລະ ເຊື້ອຣາ. ເຊິ່ງວ່າຮ່າງກາຍຂອງແຕ່ລະບຸກຄົນກໍຈະມີພູມຕ້ານທານທີ່ເຮັດວຽກແຕກຕ່າງກັນອອກໄປ. ນັ້ນຍັງສົ່ງຜົນໃຫ້ປະຕິກິລິຍາພູມແພ້ແຕກຕ່າງກັນອອກໄປ. ເຖິງແມ່ນວ່າຈະບໍ່ສາມາດປິ່ນປົວໃຫ້ຫາຍຂາດໄດ້ ແຕ່ກໍຍັງສາມາດບໍ່ໃຫ້ມັນຮຸນແຮງເຖິງຊີວິດຢ່າງແອນນາຟິແລັກຊິສ (anaphylaxis).

ອາການ ແອນນາຟິແລັກຊິສ ຫຼື ພູມແພ້ຮຸນແຮງເກີດຂຶ້ນໄດ້ຈາກການກະຕຸ້ນຂອງປະຕິກິລິຍາທີ່ຮຸນແຮງ ຕໍ່ທັງອາຫານ ແລະ ການຖືກແມງໄມ້ຕອດ ຈະສົ່ງຜົນໃຫ້ເກີດອາການຮຸນແຮງຕ່າງໆເຊັ່ນ: ການສູນເສຍສະຕິ, ຄວາມດັນເລືອດຕ່ຳ, ຫາຍໃຈຕິດຂັດຮຸນແຮງ, ຜິວເປັນຜື່ນ, ວິນຫົວ, ຫົວໃຈເຕັ້ນອ່ອນ ຫຼື ໄວຫຼາຍ, ອາຈຽນ. ຖ້າເກີດພູມແພ້ ແລະ ອາການຍັງບໍ່ດີຂຶ້ນຫຼັງຈາກກິນຢາ ຫຼື ມີອາການຫຼັງຈາກໄດ້ປ່ຽນຢາ ຄວນເຂົ້າພົບແພດໝໍທັນທີ.

ສະນັ້ນແລ້ວຄວນຫຼີກເວັ້ນສິ່ງທີ່ຈະກະຕຸ້ນອາການ, ຈົດຕິດຕາມອາການຢູ່ສະເໝີທັງກິດຈະກຳທີ່ເຮັດ ແລະ ອາຫານທີ່ບໍລິໂພກ ເພື່ອສັງເກດການພ້ອມທັງປ້ອງກັນບໍ່ໃຫ້ເກີດອາການອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/