ແນະນຳ 7 ອະນິເມະກ່ຽວກັບອາຫານ ເບິ່ງຈົບພາຍໃນໄລຍະວັນພັກຜ່ອນປີໃໝ່ນີ້


ໃນໄລຍະວັນພັກຜ່ອນຂອງປີໃໝ່ສາກົນນີ້ ຫຼາຍໆຄົນຄົນອາດຈະໄປຫຼິ້ນໄປທ່ຽວ, ກັບໄປຢ້ຽມຢາມຄອບຄົວ, ໝູ່ເພື່ອນ ຫຼື ຊອກເຮັດກິດຈະກຳຕ່າງໆ…ແຕ່ສຳລັບຄົນທີ່ຢູ່ເຮືອນອາດຈະຊອກ ຊີຣີ້, ຮູບເງົາ ຫຼື ອະນິເມະ ເບິ່່ງເພື່ອຄວາມຜ່ອນຄາຍ ແກ້ເບື່ອ ແກ້ເຫງົາ ແລະ ມື້ນີ້ເຮົາມີ 7 ມະນິເມະກ່ຽວກັບອາຫານ ເໝາະກັບການເບິ່ງໃນໄລຍະວັນພັກຜ່ອນມາແນະນຳ ແລະ ທີ່ສຳຄັນເບິ່ງຈົບພາຍໃນ ສອງ-ສາມມື້ຢ່າງແນ່ນອນ.

1. Flavors of Youth

ແອນິເມຊັ່ນເລື່ອງຍາວ ສຸດອົບອຸ່ນຫົວໃຈຈາກ CoMix Wave Films ເຊິ່ງເປັນສະຕູດິໂອຜູ້ສ້າງ Your Name ໂດຍແອນິເມຊັ່ນເລື່ອງນີ້ແບ່ງອອກເປັນ 3 ຕອນສັ້ນກ່ຽວກັບຕົວລະຄອນທີ່ມີຣົດຊາດຊີວິດແຕກຕ່າງກັນ ບໍ່ວ່າຈະເປັນຣົດຊາດຂອງອາຫານທີ່ຍັງຢູ່ໃນຄວາມຊົງຈຳ, ຣົດຊາດຂອງຄວາມກົດດັນ ແລະ ຣົດຊາດຂອງຄວາມເຈັບປວດ.

ໄລຍະເວລາຂອງການເບິ່ງ: 1 ຊົ່ວໂມງ 14 ນາທີ

ເບິ່ງໄດ້ຜ່ານຊ່ອງທາງ: Netflix

2. The Way of the Househusband

ອະນິເມະອາຫານເລື່ອງສັ້ນ ທີ່ເຈົ້າສາມາດເບິ່ງຈົບໄດ້ໃນເວລາບໍ່ຮອດຊົ່ວໂມງ ໂດຍເປັນເລື່ອງລາວຂອງອະດີດຍາກູຊ່າທີ່ປ່ຽນອາຊີບມາເປັນພໍ່ບ້ານແບບເຕັມຕົວ ບໍ່ວ່າຈະເລື່ອງໄປຈ່າຍຕະຫຼາດ ເຮັດວຽກເຮືອນ ເຮັດອາຫານ ເຊິ່ງຄວາມສາມາດການເຮັດອາຫານຂອງອະດີດຢາກູຊ່າກໍບໍ່ເປັນສອງຮອງໃຜ.

ໄລຍະເວລາຂອງການເບິ່ງ: 1 ຊີຊັ່ນ  ຊີຊັ່ນລະ 5 ຕອນ

ເບິ່ງໄດ້ຜ່ານຊ່ອງທາງ: Netflix

3. Maiko-san Chi no Makanai-san

ອະນິເມະອາຫານເລື່ອງລາວອົບອຸ່ນໃຈຂອງສອງສາວທີ່ເຂົ້າ Kyoto ມາເພື່ອຝຶກເປັນໄມໂກະ ຄົນໜຶ່ງແມ່ນໄດ້ໄປຕໍ່ ສ່ວນອີກຄົນໄດ້ຮັບໜ້າທີ່ເປັນແມ່ຄົວປະຈຳເຮືອນໄມໂກະແທນ ນອກຈາກຈະໄດ້ເຫັນສາກຂອງອາຫານທີ່ໜ້າກິນແລ້ວຍັງໄດ້ຄວາມຮູ້ ກ່ຽວກັບໄມໂກະແຫ່ງກຽວໂຕອີກພ້ອມ.

ໄລຍະເວລາຂອງການເບິ່ງ: 1 ຊີຊັ່ນ  ຊີຊັ່ນລະ 11 ຕອນ

ເບິ່ງໄດ້ຜ່ານຊ່ອງທາງ: Bilibili

4. Isekai Shokudou

ອະນິເມະອາຫານທີ່ກ່ຽວກັບຮ້ານອາຫານຕາເວັນຕົກຮ້ານໜຶ່ງທີ່ຈະປິດທຸກໆວັນເສົາເພື່ອຕ້ອນຮັບແຂກຈາກຕ່າງໂລກ ເຖິງຈະເປັນອາຫານທຳມະດາສຳລັບພະນັກງານເງິນເດືອນໃນຍີ່ປຸ່ນ ແຕ່ສຳລັບແຂກຕ່າງໂລກແລ້ວ ອາຫານຂອງຮ້ານມັນເປັນສິ່ງທີ່ໜ້າຕື່ນເຕັ້ນສຸດໆເລີຍ.

ໄລຍະເວລາຂອງການເບິ່ງ: 1 ຊີຊັ່ນ  ຊີຊັ່ນລະ 12 ຕອນ

ເບິ່ງໄດ້ຜ່ານຊ່ອງທາງ: Netflix

5. Emiya-san Chi no Kyou no Gohan

ເປັນອະນິເມະທີ່ຈັບເອົາຕົວລະຄອນຈາກເລື່ອງ Fate Stay Night ມາເລົ່າໃນມຸມມອງອົບອຸ່ນຫົວໃຈຜ່ານເມນູອາຫານຕ່າງໆ ໂດຍທຸກໆເມນູທີ່ປາກົດໃນເລື່ອງນັ້ນແມ່ນສາມາດເຮັດຕາມໄດ້ງ່າຍໆ.

ໄລຍະເວລາຂອງການເບິ່ງ: 1 ຊີຊັ່ນ  ຊີຊັ່ນລະ 13 ຕອນ

ເບິ່ງໄດ້ຜ່ານຊ່ອງທາງ: Bilibili

6. Shin Chuuka Ichiban!

ອະນິເມະການເຮັດອາຫານໃນຕຳນານຢ່າງ ຍອດກຸກແດນມັງກອນ ທີ່ຫຼາຍໆ ຄົນເຄີຍເບິ່ງໃນໂທລະພາບຕອນຍັງນ້ອຍ ປັດຈຸບັນແມ່ນຖືກນຳມາເຮັດໃໝ່ໃຫ້ທັນສະໄໝກວ່າເກົ່າ ໂດຍເປັນເລື່ອງລາວຂອງ ຫຼິວ ເໝົາຊິງ ພໍ່ຄົວອາຫານຈີນໜຸ່ມນ້ອຍທີ່ອອກເດີນທາງຕາມຫາເຄື່ອງຄົວໃນຕຳນານ ເຊິ່ງເນື້ອເລື່ອງຂອງພາກຣີເມກນີ້ຈະຮຽງຕາມສະບັບມັງງະເລີຍ.

ໄລຍະເວລາຂອງການເບິ່ງ: 2 ຊີຊັ່ນ  ຊີຊັ່ນລະ 12 ຕອນ

ເບິ່ງໄດ້ຜ່ານຊ່ອງທາງ: IQIYI

7. Isekai Izakaya Nobu

ອະນິເມະເລື່ອງນີ້ສ້າງ Light Novel ທີ່ກ່ຽວກັບຊີວິດປະຈຳວັນຂອງຮ້ານ ອິຊາກາຍະ ຮ້ານໜຶ່ງທີ່ມີປະຕູວິເສດ ສາມາດເຊື່ອມຕໍ່ກັບຕ່າງໂລກໄດ້ ເຮັດໃຫ້ລູກຄ້າຈາກຕ່າງໂລກສັບປ່ຽນໝູນວຽນກັນມາອຸດໜຸນ ເອີ້ນໄດ້ວ່າເປັນອະນິເມະເລື່ອງໜຶ່ງທີ່ຄວນເບິ່ງສຸດໆເລີຍ.

ໄລຍະເວລາຂອງການເບິ່ງ: 1 ຊີຊັ່ນ  ຊີຊັ່ນລະ  24 ຕອນ

ເບິ່ງໄດ້ຜ່ານຊ່ອງທາງ: Bilibili

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/