ເອົາໃຈມືໃໝ່! Adobe ເປີດຕົວ Photoshop Elements 2023 ແລະ Premiere Elements 2023 ສຳລັບຄົນເລີ່ມແຕ່ງຮູບແລະວິດີໂອໂດຍສະເພາະ

Adobe

ເອີ້ນໄດ້ວ່າເອົາໃຈມືໃໝ່ສາຍຕັດແຕ່ງໂດຍສະເພາະ ເມື່ອແບຣນຈໍາໜ່າຍ software ຊື່ດັງຢ່າງ Adobe ໄດ້ເຜີຍໂສມ Photoshop Elements 2023 ແລະ Premiere Elements 2023 ທີ່ມີຈຸດເດັ່ນຄືເນັ້ນຄວາມໄວແລະງ່າຍ ທັງໃນການປັບແຕ່ງພາບ ແລະ ວິດີໂອ. ພ້ອມກັນນັ້ນໂປຣແກຣມຊຸດນີ້ຈາກ Adobe ເປັນແບບຊື້ຂາດໂດຍບໍ່ໄດ້ຮ່ວມກັບ Creative Cloud ແຕ່ຢ່າງໃດ.

ແລະອີກໜຶ່ງຈຸດເດັ່ນຂອງ 2 ໂປຣແກຣມເວີຊັ່ນໃໝ່ນີ້ ຄືການນໍາ Adobe Sensei AI ມາໃຊ້ງານກ່ຽວກັບການປັບແຕ່ງຮູບພາບ, ການຈັດແຕ່ງເອງຂອງຮູບພາບ Animation ແລະເຮັດວຽກໄດ້ດີລະຫວ່າງ Photoshop ທີ່ເປັນໂປຣແກຣມແຕ່ງພາບ ແລະ Premiere ໂປຣແກຣມປັບແຕ່ງວິດີໂອ ໂດຍມີຮູບແບບທີ່ຊ່ວຍໃນການປັບແຕ່ງທີ່ໄວຂຶ້ນຫຼາຍເຖິງ 90 ຮູບແບບ ແລະຍັງມີຄວາມສາມາດໃນການບອກແນະນຳວ່າຄວນຈະແກ້ໄຂແບບໃດອີກພ້ອມ.

Adobe

ພ້ອມນັ້ນ ຄວາມງ່າຍຂອງໂປຣແກຣມນີ້ແມ່ນເຮັດໄດ້ໃກ້ຄຽງກັບ Lightroom, Photoshop ແລະ Premiere Pro ເຊັ່ນການປັບແຕ່ງສີສັນຕ່າງໆ ແລະຍັງຊ່ວຍໃສ່ Effect ງ່າຍໆ ໄດ້ໂດຍອັດຕະໂນມັດ ພ້ອມກັບປັບປຸງປະສິດທິພາບການເຮັດວຽກໃຫ້ໄວຂຶ້ນ 50% ແລະ ມີຂະໜາດໂປຣແກຣມທີ່ນ້ອຍລົງ ແລະຍັງຮອງຮັບກັບຊິບ M1 ຂອງ Apple ທີ່ເຮັດວຽກໄດ້ມີປະສິດທິພາບສູງສຸດ 70% ພ້ອມກັບເຮັດວຽກໄດ້ທັງແບບ Apps ແລະ Web Brower ເຊັ່ນດຽວກັນ ໂດຍທັງ 2 ແມ່ນຈະເລີ່ມຈຳໜ່າຍທີ່ສະຫະລັດອາເມຣິກາກ່ອນ.

Adobe

ສຳລັບໃຜຢາກຕໍາສາມາດເຂົ້າໄປເບິ່ງລາຍລະອຽດເພີ່ມຕື່ມ ແລະ ລາຄາໄດ້ທີ່: https://cutt.ly/fVNIBYx

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply