ເອີ້ນຜິດແບບບໍ່ຮູ້ຕົວ ຊື່ທີ່ແທ້ຈິງຂອງ Future Board ແມ່ນ ພລາສຕິກລູກຟູກ


ໃນສະໄໝຮຽນຫຼາຍໆຄົນ ເວລາມີງານພີເຊັນ ຫຼື ເຮັດກິິດກະກຳຕ່າງໆ ຕ້ອງມີການຈັດບອດເພື່ອໃຫ້ຄວາມຮູ້ເບິ່ງງ່າຍເຂົ້າໃຈໄວ ວັດສະດຸທີ່ນຳເອົາມາໃຊ້ຈະເປັນຫຍັງໄປບໍ່ໄດ້ນອກຈາກ Future Board ຫຼື ເຮົາມັກເອີ້ນມັນວ່າ Board ແຕ່ຮູ້ກັນຫຼືບໍ່ວ່າມັນບໍ່ໄດ້ມີຊື່ນີ້?.

ມື້ນີ້ LaoX ມີຄຳຕອບມາໃຫ້ ວ່າສິ່ງທີ່ເຮົາເອົາມາປະກອບໃຊ້ໃນງານພີເຊັນຕະຫຼອດແທ້ຈິງມັນມີຊື່ວ່າ ພລາສຕິກລູກຟູກ ແລ້ວຫຼາຍຄົນກໍຈະຖາມວ່າອັນ ພລາສຕິກລູກຟູກ ນີ້ແມ່ນຫຍັງ? ເຮົາກໍມີຄຳຕອບໃຫ້ເຊັ່ນດຽວກັນ ພລາສຕິກລູກຟູກ ເປັນແຜ່ນພລາສຕິກແຂ້ງສ້າງມາຈາກໂພລີໂພພີລີນ (PP) ມີລັກສະແຜ່ນພລາສຕິກປະກົບຫັນສອງຂ້າງ ແລະ ທາງກາງສັນສະຫຼັບໄປມາ ມີນ້ຳໜັກເບົາສາມາດນຳໄປຕັດ ແລະ ນຳມາໃຊ້ໄດ້ຫຼາກຫຼາຍ.

ເຊິ່ງວ່າຊື່ ພລາສຕິກລູກຟູກ ເປັນຊື່ທາງການຄ້າທີ່ໃນຫຼາຍປະເທດເອີ້ນກັນ ແຕ່ລະປະເທດກໍຈະເອີ້ນແຕກຕ່າງກັນໄປ ຢ່າງເຊັ່ນ: ປະເທດອາເມຣິກາ ເອີ້ນ Coroplast, ໃນແຖບຢູໂຣບ ເອິ້ນວ່າ Correx, ໃນອອສເຕຣເລຍ ເອີ້ນວ່າ Fluteboard ແລະ ໃນປະເທດໄທ ເອີ້ນວ່າ Future Board ສ່ວນໃນປະເທດລາວເຮົາເອີ້ນ ນິຍົມເອີ້ນວ່າ Board ຫຼື Future Board ນັ້ນເອງ.

ໂດຍທີ່ຄຳວ່າ Future Board ນັ້ນອາດຈະມາຈາກ Future ທີ່ເປັນຊື່ຂອງຍີ່ຫໍ້ ທີ່ນິຍົມທຳອິດຈົນເຮັດໃຫ້ຫຼາຍໆຄົນເອີ້ນຕິດປາກກັນໄວແລ້ວ ເຊິ່ງໃນຄວາມເປັນຈິງ ສິ່ງນີ້ເອີ້ນວ່າ ພລາສຕິກລູກຟູກ ແຕ່ຈະເອີ້ນວ່າ Board ຫຼື Future Board ກໍບໍ່ຜິດ ເພາະເຂົ້າໃຈໃນຄວາມໝາຍໄດ້ ຄ້າຍຄືເຮົາເອີ້ນ ສະບູຝຸ່ນ ວ່າ ແຟັບ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/