ທົ່ວໂລກກຳລັງຈັບຕາເບິ່ງ “China Shock 2.0” ວິກິດການສິນຄ້າຈີນລົ້ນຕະຫຼາດ ເນື່ອງຈາກການຜະລິດທີ່ຫຼາຍເກີນໄປຫຼັງຈາກທີ່ເຄີຍເກີດຂຶ້ນກັບສະຫະລັດໃນປີ 2000 , ສິນຄ້າທີ່ຜະລິດຂຶ້ນມາຫຼາຍເກີນໄປສົ່ງຜົນກະທົບຕໍ່ພາກການຜະລິດ ແລະ ການຈ້າງງານ. ໂດຍສາເຫດຫຼັກໆ ແມ່ນເກີດມາຈາກການປ່ຽນແປງຂອງເສດຖະກິດຈີນທີ່ກຳລັງຫັນປ່ຽນໄປຈາກການເພິ່ງພາອາໄສໃນການສົ່ງອອກ ມາສູ່ການຂັບເຄື່ອນເສດຖະກິດດ້ວຍການບໍລິໂພກພາຍໃນປະເທດ.
ລັດຖະບານຈີນສະໜັບສະໜູນອຸດສາຫະກໍາໃໝ່ເຊິ່ງໄດ້ແກ່ ແຜງພະລັງງານແສງອາທິດ, ລົດໄຟຟ້າ ແລະ ແບັດເຕີລີ lithium-ion ເພື່ອຂັບເຄື່ອນເສດຖະກິດ ສົ່ງຜົນໃຫ້ມີການຜະລິດສິນຄ້າເຫຼົ່ານີ້ອອກມາຫຼາຍເກີນຄວາມຕ້ອງການ. ໂດຍສະເພາະຢ່າງຍິ່ງແມ່ນຜູ້ຜະລິດໃນຈີນກໍາລັງເລັ່ງຜະລິດແຜງພະລັງງານແສງອາທິດເປັນຈໍານວນຫຼວງຫຼາຍ, ຈຶ່ງນໍາໄປສູ່ປະລິມານທີ່ເຫຼືອລົ້ນ ແລະ ລາຄາທີ່ຕົກຕໍ່າ. ອີກທັງຈີນກຳລັງປະເຊີນກັບພາວະເງິນຝືດ ເຮັດໃຫ້ຜູ້ບໍລິໂພກພາຍໃນປະເທດຊະລໍການຊື້ການສິນຄ້າ
ດັ່ງນັ້ນ, ຈຶ່ງຖືກຈັບຕາເບິ່ງຈາກທົ່ວໂລກຍ້ອນຄວາມກັງວົນກ່ຽວກັບການຜະລິດທີ່ຫຼາຍເກີນ. ຈົນວ່າຜະລິດຕະພັນລົ້ນຕະຫຼາດໂລກ ເຊິ່ງເອີ້ນກັນວ່າ China Shock ເຊິ່ງກໍຄື ຊ່ວງທີ່ມີການນຳສິນຄ້າຈີນເຂົ້າສູ່ສະຫະລັດເປັນຈຳນວນຫຼວງຫຼາຍ ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຂະແໜງການຜະລິດຂອງສະຫະລັດ ແລະ ເຮັດໃຫ້ສູນເສຍວຽກເຮັດງານທຳປະມານ 2 ລ້ານຄົນໃນສະຫະລັດ.
ຜົນກະທົບຈາກວິກິດການ China Shock
- ສິນຄ້າຈີນທີ່ລົ້ນຕະຫຼາດໂລກ ສົ່ງຜົນກະທົບຕໍ່ຜູ້ຜະລິດໃນປະເທດອື່ນ
- ການແຂ່ງຂັນຈາກສິນຄ້າຈີນທີ່ມີລາຄາຖືກ ອາດຈະເຮັດໃຫ້ຜູ້ຜະລິດໃນປະເທດອື່ນຕ້ອງຫຼຸດກຳລັງການຜະລິດ ແລະ ການປົດພະນັກງານອອກ
- ຄວາມຕຶງຄຽດທາງດ້ານການຄ້າໃນປະເທດຕ່າງໆ ອາດໃຊ້ມາດຕາການກີດກັ້ນທາງການຄ້າ ເພື່ອປົກປ້ອງອຸດສະຫະກຳພາຍໃນປະເທດ.
ສະຫະລັດ, ສະຫະພາບຢູໂຣບ ແລະ ຈີນມີແນວໂນ້ມທີ່ຈະແຂ່ງຂັນໃນເຊີງກົນລະຍຸດໃນດ້ານເຕັກໂນໂລຊີການຜະລິດຂັ້ນສູງທີ່ຈະດຳເນີນຕໍ່ໄປໃນໄລຍະຍາວ. ບໍລິສັດຫຼາຍແຫ່ງກໍາລັງກະຈາຍຫ່ວງໂສ້ອຸປະທານອອກຈາກປະເທດຈີນສໍາລັບຜະລິດຕະພັນຫຼາຍປະເພດ.
ສະຫະລັດໄດ້ປະຕິບັດກົດໝາຍ CHIPS ໂດຍມອບເງິນຊ່ວຍເຫຼືອຈຳນວນ 52 ຕື້ໂດລາສະຫະລັດໃຫ້ກັບຂະແໜງການຜະລິດ, ການຄົ້ນຄວ້າ ແລະ ການພັດທະນາກໍາລັງແຮງງານ. ໃນສ່ວນກົດໝາຍວ່າດ້ວຍການຫຼຸດຜ່ອນອັດຕາເງິນເຟີ້ຂອງສະຫະລັດ ຍັງໄດ້ສົ່ງເສີມການລົງທຶນດ້ານພະລັງງານສະອາດ ແລະ ເມື່ອບໍ່ດົນມານີ້ ກະຊວງພະລັງງານໄດ້ປະກາດການລົງທຶນ 75 ລ້ານໂດລາສະຫະລັດເພື່ອພັດທະນາສູນຄົ້ນຄວ້າເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຫ່ວງໂຊ່ອຸປະທານແຮ່ທາດທີ່ສຳຄັນໃນປະເທດ.
ສຳລັບສະຫະພາບຢູໂຣບ ກໍາລັງປົກປ້ອງການຜະລິດພາຍໃນກັບອຸດສາຫະກໍາທີ່ພົ້ນເດັ່ນຂື້ນໃໝ່ເຊັ່ນກັນ. ໃນເດືອນຕຸລາທີ່ຜ່ານມາ, ຄະນະກຳມະທິການຢູໂຣບ ໄດ້ເລີ່ມການສືບສວນກ່ຽວກັບການນຳເຂົ້າລົດໄຟຟ້າຈາກຈີນທີ່ໄດ້ຮັບຜົນປະໂຫຍດຈາກການອຸດໜູນທີ່ຜິດກົດໝາຍຫຼືບໍ່? ເຊິ່ງໃນທາງກັບກັນ, ກໍອາດຈະເຮັດໃຫ້ເກີດໄພຄຸກຄາມຕໍ່ຜູ້ຜະລິດລົດໄຟຟ້າຂອງສະຫະພາບຢູໂຣບຖ້າຫາກເຫັນວ່າເປັນຄວາມຈິງ ແລະ ສະຫະພາບຢູໂຣບ ອາດຈະກຳນົດການເກັບພາສີນຳເຂົ້າ. ນອກຈາກນີ້, ສະຫະພາບຢູໂຣບຍັງໄດ້ກະກຽມ ກົດໝາຍວ່າດ້ວຍຊິບຢູໂຣບ ເພື່ອສົ່ງເສີມການຜະລິດຊິບໃນປະເທດອີກດ້ວຍ.
ທັງນີ້, ຈີນໄດ້ອອກມາຕອບສະໜອງ ໂດຍກ່າວວ່າເປັນການເຄື່ອນໄຫວເພື່ອຈຳກັດການເຕີບໂຕ, ຝ່າຍສະຫະລັດໄດ້ໃຊ້ມາດຕະການຫຼາຍຢ່າງເພື່ອສະກັດກັ້ນການພັດທະນາດ້ານການຄ້າ ແລະ ເຕັກໂນໂລຊີຂອງຈີນ. ການສົ່ງອອກລົດ EV, ແບັດເຕີຣີ Lithium Ion ແລະ ແຜງພະລັງງານແສງອາທິດຂອງຈີນແມ່ນເພີ່ມຂຶ້ນ ເນື່ອງຈາກຄວາມຕ້ອງການຂອງແຮງງານ ແລະ ຕະຫຼາດສາກົນຈາກການຫັນປ່ຽນພະລັງງານຂອງໂລກໄປສູ່ແຫຼ່ງພະລັງງານທີ່ມີຄວາມຍືນຍົງຫຼາຍຂຶ້ນ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/