ເມັດພລາສຕິກຈຳນວນມະຫາສານຈາກໄຟໄໝ້ເຮືອບັນທຸກສິນຄ້າສິງກະໂປລອຍເຂົ້າຝັ່ງທະເລຂອງສີລັງກາ ສ້າງຄວາມເສຍຫາຍໃຫ້ສິ່ງແວດລ້ອມຢ່າງໜັກ


ຫຼັງຈາກທີ່ເຮືອຂົນສົ່ງສິນຄ້າຂອງສິງກະໂປໄຟໄໝ້ໝົດລຳ ຢູ່ບໍລິເວນນອກຝັ່ງຂອງສີລັງກາໃນວັນທີ 26 ພຶດສະພາທີ່ຜ່ານມາ, ​ເຈົ້າໜ້າທີ່ສີລັງກາໄດ້ຮວມກຳລັງເຂົ້າມາພາລູກເຮືອກັບຂຶ້ນຝັ່ງ ແລະ ນຳຕົວຄົນເຈັບສົ່ງໂຮງໝໍຢ່າງຮີບດ່ວນ.

ຫຼ້າສຸດວັນທີ 29 ພຶດສະພາ ເຫດການໄຟໄໝ້ດັ່ງກ່າວສົ່ງຜົນໃຫ້ເກີດເສດພລາສຕິກລອຍ ແລະ ນ້ຳມັນລອຍປົນເປື້ອນລົງສູ່ທະເລຈຳນວນມະຫາສານ, ເຈົ້າໜ້າທີ່ສີລັງກາໄດ້ສົ່ງໜ່ວຍງານຮັບຜິດຊອບໃສ່ຊຸດປ້ອງກັນອັນຕະລາຍລົງໄປເກັບເສດພລາສຕິກທີ່ເປື້ອນນ້ຳມັນ ແລະ ສານຕົກຄ້າງອື່ນໆ ຢູ່ຫາດເນກອມໂບ ເຊິ່ງຫາດດັ່ງກ່າວເອງກໍເປັນຫາດທ່ອງທ່ຽວຍອດນິຍົມຂອງນັກທ່ອງທ່ຽວ ແຖມຍັງເປັນທີ່ຮູ້ຈັກກັນດີໃນນາມທີ່ເປັນສູນກາງການປະມົງ ເຮັດໃຫ້ໄດ້ຮັບຜົນກະທົບທາງດ້ານສິ່ງແວດລ້ອມ, ສູນເສຍລາຍໄດ້ ແລະ ການທ່ອງທ່ຽວໄປນຳ.

ປັດຈຸບັນທາງໜ່ວຍງານທີ່ກ່ຽວຂ້ອງໄດ້ສັ່ງປິດຫາດດັ່ງກ່າວແລ້ວ ແລະ ກຳລັງບູລະນະ ທຳຄວາມສະອາດ ໂດຍໃຊ້ລົດຈົກມາຕັກເອົາເມັດພລາສຕິກຈາກຕູ້ຄອນເທນເນີ້ຢ່າງໜ້ອຍ 8 ຕູ້ທີ່ຕົກຈາກເຮືອທີ່ຂົນສິນຄ້າ 1,500 ຕູ້, ໃນນັ້ນ 28 ຕູ້ເປັນເມັດພລາສຕິກທີ່ທີ່ໃຊ້ໃນການຫຸ້ມຫໍ່ສິນຄ້າ, ນອກນັ້ນຍັງຂົນຕູ້ທີ່ບັນຈຸໄນຕຣິກ 25 ໂຕນທີ່ໜ້າຈະເປັນສາເຫດຂອງໄຟໄໝ້, ຍັງມີເອທານອລ ແລະ ນ້ຳມັນຫຼໍ່ລື່ນ ທີ່ເປັນເຊື້ອໄຟຢ່າງດີ.​

ຂອບໃຈທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/