ມາຮູ້ຈັກ ແຈັກກີ້ ນັກກິລາ E-sports ແຖວໜ້າ ກັບຄວາມສາມາດລະດັບສາກົນ


ທ້າວ ສຸລິຍາ ຂຸມເພັດສະວົງ ຫຼື ແຈັກກີ້ ຊື່ໃນວົງການ JaCkky ອາຍຸ 21 ປີ ເປັນນັກແຂ່ງຂັນກິລາອີສະປອດ DOTA2 ອາຊີບ (E-sports) ແລະ ຍັງສັງກັດທີ່ຢູ່ໃນທີມຕ່າງຊາດຊື່ດັງມາແລ້ວ!!!. ແຖມຍັງເປັນເຈົ້າຂອງສຽງ “ອ້າວໆ ສິເອົາຈັ່ງໃດນິ! ໄຫວບໍ່ນິ!” ສຽງພາສາລາວຄັ້ງທຳອິດທີ່ໄປຢູ່ໃນເກມທີ່ໃຫຍ່ໆຢ່າງ DOTA2.

ແຈັກກີ້ ເປັນຄົນຢູ່ບ້ານວິຊຸນ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ແລະ ປັດຈຸບັນແມ່ນ ສັງກັດຢູ່ທີມ Motivate.Trust Gaming ປະເທດໄທ, ມີຜົນງານ ການເອົາຊະນະການແຂ່ງຂັນມາຫຼາຍລາຍການ ທັງພາຍໃນປະເທດ ແລະ ຕ່າງປະເທດ ເປັນຕົ້ນແມ່ນ ເປັນທີມຊາດລາວເຂົ້າຮ່ວມການແຂ່ງຂັນ WESG 2018 ແລະ 2019, ເປັນທີມຊາດລາວໃນການແຂ່ງຂັນ Asian Game 2019 ປະເພດກິລາ E-Sport, BTS Pro Series ແລະ ອື່ນໆອີກຫຼາຍລາຍການ.

ມື້ນີ້ທາງທີມງານ LaoX ໄດ້ມີໂອກາດສຳພາດແຈັກກີ້ ກ່ຽວກັບຊີວິດໃນວົງການ E-sport ອາຊີບ ຕັ້ງແຕ່ເສັ້ນທາງເລີ່ມຕົ້ນໃນສາຍ E-Sport ຈົນຮອດເສັ້ນທາງໃນອະນາຄົດ ຈະເປັນແນວໃດມາເບິ່ງກັນເລີຍ!

ເລີ່ມຫຼິ້ນເກມມາຕັ້ງແຕ່ຕອນໃດ?: ດົນແຮງ…ປະມານຕອນປະຖົມ ຕັ້ງແຕ່ເກມກາແຊັດພຸ້ນລະ ສ່ວນເລີ່ມຫຼິ້ນ DOTA ໜ້າຈະຕອນມໍຕົ້ນ ຕັ້ງແຕ່ DOTA1 ຕອນນັ້ນແມ່ນອ້າຍຫຼິ້ນກັບໝູ່ ແລ້ວເຮົາໄປເກາະເບາະເບິ່ງອ້າຍຫຼິ້ນ ອ້າຍຫຼິ້ນແລ້ວຈຶ່ງໄປຫຼິ້ນຕໍ່ ແລະ ກໍເລີ່ມເຂົ້າຮ້ານເກມ ຕອນນັ້ນຂີ້ດື້ລັກເງິນພໍ່ແມ່ໄປຫຼິ້ນພ້ອມ ຮ່າໆໆ.

ເປັນຫຍັງຈຶ່ງມັກເກມ DOTA2 ?: ເມື່ອກ່ອນເຮົາກໍຫຼິ້ນປະຈຳຢູ່ແລ້ວ ແຕ່ຕອນທີ່ຕັດສິນໃຈຮຽນມະຫາໄລ ເຮົາເລືອກຮຽນສະຖາປັດ ແບບທີ່ເຮົາຮູ້ຫັ້ນແຫຼະວ່າຮຽນສະຖາປັດມັນໜັກ ເວລາທີ່ໄດ້ຫຼິ້ນມັນກໍຜ່ອນຄາຍໄປອີກແບບ.

ຜູ້ປົກຄອງມີມຸມມອງແບບໃດໃນເມື່ອຮູ້ວ່າລູກມັກຫຼິ້ນເກມ?: ຕອນທີ່ຍັງຫຼິ້ນທຳມະດາກໍມີຈົ່ມແດ່ ແຕ່ຕອນທີ່ຕັດສິນໃຈດຣັອບຮຽນປີໜຶ່ງ ເພື່ອລອງໄປເດີນສາຍນີ້ສະເພາະ ພໍ່ເພິ່ນກໍບອກວ່າຢາກໃຫ້ຕັ້ງໃຈຮຽນຫຼາຍກວ່າ ກໍໄດ້ອະທິບາຍກັບພໍ່ວ່າຂໍໂອກາດປີ 1 ຖ້າບໍ່ໂອເຄຈະກັບມາ,​ ສ່ວນແມ່ກໍບໍ່ໄດ້ຫ້າມ ເພາະເພິ່ນຢາກໃຫ້ລູກໄດ້ລອງເຮັດສິ່ງທີ່ມັກ ແລະ ເຮົາກໍມີອ້າຍທີ່ຄອຍສະໜັບສະໜູນພ້ອມ. ຈົນຮອດຕອນນີ້ເພິ່ນກໍເຫັນແລ້ວວ່າເຮົາເຮັດໄດ້ ເລີຍບໍ່ໄດ້ຫ່ວງຫຍັງແລ້ວ.

ແນວທາງການເຂົ້າສູ່ວົງການ e-sport ເລີ່ມຈາກຫຍັງ?: ໄລຍະທີ່ເປັນທີມຊາດໄປແຂ່ງ WESG 2018 ທີ່ປະເທດອິນໂດເນເຊຍ ໄດ້ພົບກັບ MyPro ຜູ້ຫຼິ້ນທາງທີມໄທ ແລະ ໄດ້ຖືກຊັກຊວນໃຫ້ມາເຂົ້າທີມ, ສ່ວນທີມທຳອິດທີ່ໄດ້ເຂົ້າແມ່ນ ALPHA Red.

ເຄີຍຢູ່ທີມໃດແດ່?: ALPHA Red, Question Mark, 2Be Continued Esports, Resurgence, T1 ແລະ ປັດຈຸບັນ Motivate.Trust Gaming ເຊິ່ງປະກອບດ້ວຍ Fearless, Masaros, Q, Lionax ແລະ LaKelz.

ການເປັນນັກກິລາ E-Sport ອາຊີບ ແລະ ຜູ້ຫຼິ້ນທຳມະດາຕ່າງກັນແນວໃດ?:​ ກໍຕ່າງຢູ່ ການເປັນນັກກິລາອາຊີບ ຕ້ອງມີໂມງມີຕາຕະລາງຊ້ອມ ຕື່ນຕອນໃດ, ຊ້ອມຕອນໃດ, ຊ້ອມມື້ໜຶ່ງຈັກຊົ່ວໂມງ ແລະ ອີກຢ່າງການຫຼິ້ນທົ່ວໄປຈະຫຼິ້ນຄົນດຽວຫຼິ້ນແບບໃດກໍໄດ້ ແຕ່ເຮົາຕ້ອງຫຼິ້ນເປັນທີມ ການເປັນ Teamwork ແມ່ນສຳຄັນທີ່ສຸດ.

ຮູ້ສຶກແນວໃດຈາກການມີ Rank ອັນດັບ 1 ໃນໂຊນອາຊີຕາເວັນອອກສຽງໃຕ້?: ກໍບໍ່ໄດ້ຕ່າງຈາກປົກກະຕິປານໃດ, ປົກກະຕິກໍຢູ່ທີ 2-3 ປ່ຽນໄປປ່ຽນມາ ແຕ່ເມື່ອມາຢູ່ Rank ອັນດັບ 1 ແລ້ວກໍບໍ່ໄດ້ມີຫຍັງປ່ຽນ ມີໄວ້ເທ້ຊື່ໆ ຮ່າໆໆ Teamwork ຕ່າງຫາກທີ່ສຳຄັນ.

ຊີວິດປະຈຳວັນຕອນນີ້ເປັນແນວໃດ?: ກໍເລື້ອຍໆທຳມະດາ ມີເຝິກຊ້ອມ-ແຂ່ງ, ເວລາວ່າງກໍອອກກຳລັງກາຍ, ໄປກິນເຂົ້າເລາະຫ້າງກັບໝູ່ໃນທີມປົກຕິ ແຕ່ກໍຕ້ອງລະມັດລະວັງ ເພາະໄລຍະນີ້ສະຖານະການໂຄວິດ-19 ຢູ່ໄທກໍຍັງໜ້າເປັນຫ່ວງຢູ່. ຢາກກັບບ້ານຢູ່ຫຼວງພະບາງ ແຕ່ກໍກັບບໍ່ໄດ້.

ມີແຜນໃນເສັ້ນທາງ E-Sport ໃນອະນາຄົດແນວໃດ?: ຕອນນີ້ກໍຍັງຢາກຫຼິ້ນໄປເລື້ອຍໆຢູ່ ສ່ວນໃນອະນາຄົດກໍຢາກມີປະສົບການໃນການເປັນຜູ້ຫຼິ້ນໃນໂຊນ EU ຫຼື ໂຊນຢູໂຣບ ເພື່ອເກັບປະສົບການຕໍ່ໄປ.

ສຸດທ້າຍນີ້ ແຈັກກີ້ຢາກຝາກຫຍັງເຖິງຄົນທີ່ຢາກເປັນນັກກິລາ E-Sport ອາຊີບ?: ອາຊີບນີ້ມັນຍັງເປັນອາຊີບທີ່ໃໝ່ ແລະ ມາແຮງ ຖ້າຢາກເປັນກໍຕ້ອງໝັ່ນເຝິກຝົນຕົນເອງຢູ່ຕະຫຼອດເວລາ “ການທີ່ເຮົາມາຮອດຈຸດນີ້ ບໍ່ໄດ້ຄິດວ່າຕົນເອງເກັ່ງ ເຮົາຕ້ອງພັດທະນາຕົນເອງຂຶ້ນເລື້ອຍໆ”

ສຳລັບຜົນງານທີ່ຜ່ານມາຂອງແຈັກກີ້ ສາມາດເບິ່ງໄດ້ທີ່: https://liquipedia.net/dota2/JaCkky

ຮຽບຮຽບ ແລະ ສຳພາດໂດຍ: MUSUBi & ທອມມີ້

ຮູບພາບໂດຍ: Jackky

ສຳພາດໃນວັນທີ 9 ພຶດສະພາ 2021

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/