ເມຍສຸດຈະທົນເບື່ອຜົວຂີ້ຖີ່ ຊື້ລົດໜີທ່ຽວຄົນດຽວ ຝາກບອກວ່າຈະບໍ່ກັບມາຈົນກວ່າຈະເຊົາເບື່ອ


ແມ່ຍິງຈີນ ສຸດເບື່ອໜ່າຍກັບພຶດຕິກຳຂີ້ຖີ່ຂອງຜົວຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ເລີຍວາງແຜນເປັນປີ ເພື່ອໜີອອກຈາກເຮືອນ ແລ້ວຂັບລົດໄປທ່ຽວຄົນດຽວເລີຍ.

ແມ່ຍິງໃຈເດັດຄົນນີ້ຊື່ວ່າ ຊູ ອາຍຸ 56 ປີ ຈາກມົນທົນເຫີໜານ ລາວມີຄວາມເບື່ອໜ່າຍກັບພຶດຕິກຳທີ່ເຫັນແກ່ຕົວຂອງຜູ້ເປັນຜົວມາດົນ ຕັ້ງແຕ່ຕອນແຕ່ງງານໃໝ່ໆຈົນເຖິງປັດຈຸບັນ ທີ່ລາວຕ້ອງຮັບຜິດຊອບວຽກເຮືອນພຽງຄົນດຽວ ແລະ ຜູ້ເປັນຜົວມັກຈະເຂັ້ມງວດກັບເລື່ອງການໃຊ້ເງິນ.

ຊູ ເລົ່າວ່າ ລາວກັບຜົວຄືກັບໃຊ້ຊີວິດຢູ່ຄົນລະໂລກກັນ ສິ່ງທີ່ເຮັດໃຫ້ທົນບໍ່ໄດ້ສຸດໆ ແມ່ນຄວາມເຫັນແກ່ຕົວຂອງຜົວ ທີ່ມັກຈະມີພຶດຕິກຳມັກອອກຄ່າໃຊ້ຈ່າຍສະເພາະສ່ວນທີ່ກ່ຽວຂ້ອງກັບເຂົາເທົ່ານັ້ນ, ບໍ່ຄ່ອຍອອກຄ່າໃຊ້ຈ່າຍຫຍັງໃຫ້ລາວເລີຍ ເຊັ່ນ: ເວລາທີ່ລາວຕ້ອງຈ່າຍຄ່າທາງດ່ວນໂດຍໃຊ້ບັດຂອງຜົວ ເຂົາກໍທວງເງິນຄືນຈາກລາວທຸກຄັ້ງ ເຖິງວ່າມັນຈະໜ້ອຍດຽວກໍຕາມ.

ຊູໃຊ້ເວລາເປັນປີ ຄົ້ນຄວ້າຂໍ້ມູນ ແລະ ຝຶກຝົນທັກສະກ່ຽວກັບການທ່ອງທ່ຽວ ລວມເຖິງການເອົາຕົວລອດ, ຄວາມຮູ້ກ່ຽວກັບການເດີນທາງ ເຊິ່ງລູກສາວຂອງລາວກໍສະໜັບສະໜູນຄວາມຄິດຂອງລາວພ້ອມທັງໃຫ້ເງິນຈຳນວນ 2 ແສນກວ່າຢວນ ສຳລັບຊື້ລົດເພື່ອເດີນທາງ, ລາວຂັບລົດໄປທ່ອງທ່ຽວສະຖານທີ່ຕ່າງໆເຖິງ 13 ແຫ່ງພາຍໃນ 2 ເດືອນ.

ພາຍໃນລະຫວ່າງທາງ ຊູໄດ້ບັນທຶກວິດີໂອໂພສລົງໃນໂຊຊຽວມີເດຍ ຈົນເຮັດໃຫ້ມີຜູ້ຕິດຕາມຢ່າງຫຼວງຫຼາຍ ເຊິ່ງສ່ວນໃຫຍ່ແມ່ນນັບຖືໃນຄວາມກ້າຫານຂອງລາວ, ລາວກ່າວກັບແຟນໆວ່າ “ແທນທີ່ຈະຮູ້ສຶກເສົ້າຫົດຫູ່ ແລະ ບໍ່ພໍໃຈໃນຊີວິດປັດຈຸບັນ ການກ້າວອອກຈາກເຮືອນ ແລ້ວອອກເດີນທາງເທິງຫົນທາງ ເປັນການຕັດສິນໃຈທີ່ຖືກຕ້ອງ. ຕອນນີ້ຂ້ອຍຮູ້ສຶກດີຂຶ້ນ ແລະ ມີຄວາມສຸກຫຼາຍຂຶ້ນ ຂ້ອຍຫວັງວ່າຜູ້ຍິງທີ່ແຕ່ງງານແລ້ວ ຈະໃສ່ໃຈຄວາມຮູ້ສຶກຂອງຕົນເອງ ເຮັດຕາມຫົວໃຈ ເຮັດສິ່ງທີ່ມັກໄດ້”.

ທີ່ມາ: https://www.khaosod.co.th/lifestyle/news_5398899