ເປີດໃຈ ສັກ ວົງເຊວ ເຈົ້າຂອງຕຳນານເພງ “ຫວານ” ກັບການກັບມາອີກຄັ້ງໃນເພງ “ໂສດເກີນ”


ເປີດໃຈຕຳນານເຈົ້າຂອງເພງ ຫວານ ສັກ ວົງເຊວ (Cells) ກັບການກັບມາເຮັດເພງອີກຄັ້ງໃນຮອບຫຼາຍປີ ທີ່ກັບມາສ້າງຕຳນານອີກຄັ້ງກັບເພງໃໝ່ສະໄຕໃໝ່ທີ່ຈະຖືກໃຈໄວໜຸ່ມຍຸກນີ້ແນ່ນອນ ກັບເພງ “ໂສດເກີນ” (ຟັງໄດ້ທີ່: https://www.youtube.com/watch?v=WLKoAOHy4hA)

ການກັບມາຄັ້ງນີ້ LaoX ໄດ້ໂອກາດພິເສດຈາກ ອ້າຍສັກ ວົງເຊວ ກັບບົດສຳພາດສຸດພິເສດໃນການກັບມາເຮັດເພງອີກຄັ້ງ ພ້ອມກັບແຮງບັນດານໃຈໃນການເຮັດເພງ “ໂສດເກີນ” ນີ້.

  • ອ້າຍສັກໄດ້ແຮງບັນດານໃຈໃນການແຕ່ງເພງມາຈາກໃສ?

ແຮງບັນດານໃຈມາຈາກນ້ອງສາວຄົນໜຶ່ງທີ່ລາວໄດ້ເລົ່າໃຫ້ຟັງວ່າລາວໂສດມາດົນແລ້ວ ທັ້ງໆທີ່ລາວກໍທັງງາມທັງນິດໄສດີ ແຕ່ຍັງບໍ່ມີໃຜມາຈີບ ມັນກໍເຫງົາໆໃນບາງເວລາ ຕາມເຫັນໃນໂພສຂອງເຟສບຸກວ່າ ໂສດແລ້ວເປັນແນວໃດ ຈຶ່ງເອົາມາແຕ່ງເພງນີ້ ເນັ້ນໄປທີ່ຄົນໂສດໂດຍສະເພາະເລີຍ ຄົນໂສດຕ້ອງຖືກໃຈແນ່ນອນ.

  • ການກັບມາຄັ້ງນີ້ຈະມີຫຍັງເຊີໄພແຟນເພງບໍ່?

ເຊີໄພແນ່ອນ ເພາະຍ້ອນເປັນການເຮັດເພງໄວໃນຮອບຫຼາຍປີ ທີ່ຜ່ານມານອກຈາກເພງຫວານແລ້ວບໍ່ຄ່ອຍມີເພງໄວທີ່ເປັນທີ່ນິຍົມ ສ່ວນໃຫຍ່ເພງດັງຈະແມ່ນເພງຊ້າ. ຫວັງວ່າຈັງຫວະມ່ວນໆ ມັນໆ ຂອງເພງນີ້ ຊິກະຕຸ້ນຕ່ອມມ່ວນມັນຂອງນັກຟັງເພງ ເພງນີ້ເໝາະກັບຄົນໂສດ ໂດຍສະເພາະຄົນໂສດເກີນ ພ້ອມກັບ MV ອາດຈະເຊີໄພຫຼາຍໆກໍໄດ້.

  • ແນວເພງຈະຕ່າງຈາກຍຸກກ່ອນບໍ່?

ແນ່ນອນວ່າຕ່າງຈາກຍຸກກ່ອນຫຼາຍ ແລະ ເປັນແນວ pop punk ເຊິ່ງບໍ່ຄ່ອຍໄດ້ເຮັດແນວນີ້ມາກ່ອນເລີຍ ໂດຍສະເພາະການເຮັດເພງໃຫ້ເໝາະສົມກັບຍຸກສະໄໜນີ້ ແນ່ນອນວ່າຕ້ອງມີຄວາມແຕກຕ່າງ ແຕ່ກໍຍັງມີກິ່ນສະບັບອ້າຍສັກ ວົງເຊວ.

  • ເນື້ອເພງໃໝ່ນີ້ຈະມີຄວາມໝາຍສື່ເຖິງຫຍັງ?

ເນື້ອເພງສື່ເຖິງ ຄົນທີ່ຕ້ອງການມີຄູ່ຮັກຈັກຄັ້ງໃນຊີວິດ ຫຼື ຢາກພົບຮັກ ອີກຈັກຄັ້ງຫຼັງຈາກທີ່ໂສດມາດົນ ຄືວ່າ ຄວາມຮັກ ແມ່ນສິ່ງໃຜກໍຢາກໄດ້ ໂດຍສະເພາະຮັກຈາກຄູ່ຮັກຂອງຕົນ ແລະ ຍັງສື່ເຖິງຄົນໂສດທີ່ຢາກເຈິຮັກແທ້ ຫຼາຍຄົນໆເອງກໍຢາກມີຮັກແທ້ ຮັກດີ ແລະ ຢາກມີຄວາມຮັກ.

  • ເພງນີ້ອ້າຍສັກໃຊ້ເວລາແຕ່ງດົນປານໃດ?

ອ້າຍໃຊ້ເວລາໃນແຕ່ງເພງນີ້ ເນື້ອສ່ວນໜຶ່ງແຕ່ງພຽງ 5-6 ນາທີ ມັນມາເອງ ມັນໄຫຼມາໃນຂະນະທີ່ຊ້ອມດົນຕີຢູ່ ສ່ວນທີ່ຍາກແດ່ ກໍແມ່ນທ່ອນຮ້ອງທີສອງ ທີ່ມາແຕ່ງພາຍຫຼັງ ເພາະຢາກຫາຄົນມາ feat ນຳແຕ່ບໍ່ກ້າຊວນເຂົາ ເລີຍມາແຕ່ງເອງ ແລະ ຕ້ອງມາໃຊ້ສັບໄວໜຸ່ມແດ່ ເພື່ອໃຫ້ມີຄວາມທັນສະໄໝຕາມຍຸກ ຖືວ່າຍາກຢູ່ສ່ວນນີ້.

  • ສຳລັບເພງນີ້ມີຄວາມທ້າທາຍ ຫຼື ຍາກງ່າຍປານໃດ?

ຄວາມທ້າທາຍ ຂອງອ້າຍຄືເຮົາເຖົ້າແລ້ວ ຜູ້ຟັງຂອງເຮົາໃຫຍ່ໝົດແລ້ວ ສ່ວນໃຫຍ່ໄປຟັງລູກທົ່ງ ຫຼື ຟັງແຕ່ເພງເກົ່າກັນໝົດແລ້ວ ເຮົາກໍມີຄວາມຢ້ານວ່າ ເຂົາຍັງຊິຟັງບໍ່ ແລະ ກຸ່ມໄວໜຸ່ມປັດຈຸບັນ ເຂົາຊິຟັງເຮົາບໍ່? ແລະ ແນ່ນອນວ່າເມື່ອເຮົາເຄີຍປະສົບຜົນສຳເລັດມາກ່ອນ ການກັບມາເຮັດຈິງຈັງຄັ້ງນີ້ ມັນກໍຈະມີຄວາມທ້າທາຍ ກັບການຕອບຮັບຈາກເຮົາຢູ່ແລ້ວ ຄວາມທ້າທາຍມັນມີເພາະອ້າຍເອງກໍຕ້ອງນຳຍຸກສະໄໝໃຫ້ທັນ.

  • ໃນອະນາຄົດອ້າຍຄິດວ່າຈະສ້າງຜົນງານແນວເພງໃດອີກບໍ່?

ໃນອະນາຄົດໂດຍສະເພາະປີ 2023 ອ້າຍຊິເຮັດເພງເປັນອາລະບ້ຳເຕັມ 8-10 ເພງເລີຍ ເພື່ອເພີ່ມຕົວເລືອກໃຫ້ຕະຫຼາດ ແລະ ຈະໄດ້ຊີມລິ້ມລອງຫຼາຍແບບຫຼາຍສະໄຕ ໂດຍຢູ່ເທິງຂອງຄວາມເປັນ rock ລວມທັງຈະມີການ feat ນຳຫຼາຍໆຄົນ ເຊັ່ນ: ຕ່າຍ ອາກາດ / ລູກເຂີຍໃສ່ມອງ / ຫຍຸດ ສາລະວັນ ແລະ ຄົນອື່ນໆອີກຫຼາກຫຼາຍຄົນ ກໍຫວັງວ່າ ຊິໄດ້ຮັບກຽດຮ່ວມງານນຳເຂົາເຈົ້າທຸກທ່ານ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/