ເປີດການແຂ່ງຂັນບານເຕະ ລາວລີກ 2 ຢ່າງເປັນທາງການ ເພື່ອຍົກລະດັບຮາກຖານ ແລະ ພັດທະນາບານເຕະລາວ ສູ່ລະດັບມືອາຊີບ


ສະຫະພັນບານເຕະ ນະຄອນຫຼວງວຽງຈັນ ປະກາດເປີດການແຂ່ງຂັນ ບານເຕະ ລາວລີກ 2 ຫຼື ລາວ ໂຕໂຢຕ້າ ນະຄອນຫຼວງ ລີກ 2 ປະຈໍາປີ 2023 (Lao Toyota Vientiane Capital League 2 2023) ຢ່າງເປັນທາງການ ແນໃສ່ການແຂ່ງຂັນເພື່ອພັດທະນາເຍົາວະຊົນຄົນໃນຊາດ ເພື່ອຍົກລະດັບຮາກຖານ ແລະ ພັດທະນາວົງການບານເຕະລາວ ໃຫ້ໄປສູ່ມາດຕະຖານລະດັບມືອາຊີບໃຫ້ໄດ້ໄວຍິ່ງຂຶ້ນ.

ທ່ານ ສຸລິຍາ ແກ້ວພິລາວົງ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນກ່າວໃນງານເປີດການແຂ່ງຂັນເມື່ອບໍ່ດົນມານີ້ວ່າ: ການແຂ່ງຂັນເຕະບານ ລາວ ໂຕໂຢຕ້າ ນະຄອນຫຼວງລີກ 2 ປະຈໍາປີ 2023 ເພື່ອສົ່ງເສີມການພັດທະນາກິລາບານເຕະພາຍໃນ ສະໜອງໃຫ້ກັບທີມຊາດລາວ ໃນແຕ່ລະຮຸ່ນອາຍຸ ແນໃສ່ປູກຝັງຈິດສຳນຶກໃຫ້ນັກກິລາໄດ້ຫ່າງໄກຢາເສບຕິດ, ເປັນບ່ອນສ້າງວຽກເຮັດງານທໍາ, ສ້າງໃຫ້ເປັນນັກກິລາບານເຕະເຄິ່ງອາຊີບ ກ້າວໄປສູ່ນັກເຕະອາຊີບໃນອະນາຄົດ ແລະ ກ້າວໄປສູ່ຄວາມຝັນກາຍເປັນນັກເຕະອາຊີບຢູ່ລີກຕ່າງໆໃນລະດັບພາກພື້ນ ແລະ ສາກົນ, ສົ່ງເສີມສັງຄົມໃຫ້ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນ ຂອງການພັດທະນາບຸກຄະລາກອນກິລາອາຊີບພາຍໃນ ສປປ ລາວ ເວົ້າລວມ, ເວົ້າສະເພາະນະຄອນຫຼວງວງວຽງຈັນ.

ໂດຍການແຂ່ງຂັນໃນຄັ້ງນີ້ ໄດ້ກຳນົດກຳນົດເງື່ອນໄຂຂອງນັກກິລາເຂົ້າຮ່ວມແຂ່ງຂັນ ຕ້ອງມີອາຍຸ 16-26 ປີ ຈຶ່ງສາມາດເຂົ້າຮ່ວມແຂ່ງຂັນໄດ້ ແລະ ຫ້າມບໍ່ໃຫ້ນັກກິລາຕ່າງຊາດເຂົ້າຮ່ວມ ກໍຍ້ອນຢາກຈະພັດທະນານັກກິລາໄວໜຸ່ມໃຫ້ມີຄວາມເຂັ້ມແຂງ ເພື່ອສ້າງໂອກາດໃຫ້ເຂົາເຈົ້າສາມາດພັດທະນາຕົນເອງກ້າວສູ່ທີມຊາດໃນຕໍ່ໜ້າ ກໍຄື ກາຍເປັນນັກກິລາອາຊີບ ໃນອະນາຄົດ.

ການແຂ່ງຂັນລາຍການນີ້ ສະໂມສອນໃດທີ່ມີຄະແນນເປັນອັນດັບ 1 ຫຼັງຈາກສິ້ນສຸດລະດູການແຂ່ງຂັນ ລາວ ໂຕໂຢຕ້າ ນະຄອນຫຼວງວຽງຈັນ ລີກ 2 ມີສິດເລື່ອນຊັ້ນຂຶ້ນສູ່ການແຂ່ງຂັນລາວ ລີກ 1 ໃນລະດູການຖັດໄປ, ສ່ວນສະໂມສອນທີ່ໄດ້ອັນດັບສອງລົງໄປຫຼັງຈາກສິ້ນສຸດລະດູການແຂ່ງຂັນແມ່ນສາມາດໄດ້ຮັບສິດເລື່ອນຊັ້ນເຊັ່ນດຽວກັນໃນກໍລະນີທີ່ສະໂມສອນອັນດັບ 1 ສະຫຼະສິດເລື່ອນຊັ້ນ ຫຼື ນະໂຍບາຍການເພີ່ມສະໂມສອນຂອງການແຂ່ງຂັນລາວ ລີກ 1.

ໂດຍ 12 ສະໂມສອນ ເຂົ້າຮ່ວມ ປະກອບມີ ສະໂມສອນ ເມືອງຫາດ ຢູໄນເຕັດ, ສະໂມສອນ ເຮັດບີທີ 941, ສະໂມສອນ ໄອ-ສະປອດ ເອັບຊີ, ສະໂມສອນ ເອັດທີທີ ເອັບຊີ, ສະໂມສອນ ເອັດອີຊີ ຢູໄນເຕັດ, ສະໂມສອນ ເຄພີເອັດ ເອັບຊີ, ສະໂມສອນ ທີນິຕີ ເອັບຊີ, ສະໂມສອນ ເອັບຊີ ຈັນທະບູລີ, ສະໂມສອນ ມະຫາວິທະຍາໄລແຫ່ງຊາດ, ສະໂມສອນ ຄິງດ້ອມ ຢູໄນເຕັດ, ສະໂມສອນ ເຄເອັມທີ ແລະ ສະໂມສອນ ຈັນສີ ເອັບຊີ.

ລາຍການດັ່ງກ່າວ ແຂ່ງຂັນແບບພົບກັນໝົດຄັດເລືອກເອົາທີມທີ່ມີຄະແນນດີ ຕາມລໍາດັບເປັນຜູ້ຊະນະເລີດ ເລີ່ມແຕ່ວັນທີ 27 ພຶດສະພາ ຫາ 22 ຕຸລາ 2023 ໂດຍນຳໃຊ້ສະໜາມກິລາເຈົ້າອານຸວົງ ແຂ່ງຂັນເປັນຫຼັກ ແລະ ສະໜາມກິລາມະຫາວິທະຍາໄລແຫ່ງຊາດ ເປັນສະໜາມສໍາຮອງ.

ຂອບໃຈຂໍ້ມູນຈາກ: ໜັງສືພິມສຶກສາທິການ ແລະ ກິລາ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/