ກະແສຄວາມນິຍົມຂອງ Bitcoin ETF ໄດ້ກັບມາອີກຄັ້ງ, ຫຼັງພົບເຫັນເມັດເງິນໄຫຼເຂົ້າກອງທຶນ BITO ຫຼາຍສຸດໃນຮອບ 1 ປີ


BITO ແມ່ນກອງທຶນ ETF ທີ່ເຊື່ອມໂຍງກັບ BTC ເປັນແຫ່ງທຳອິດໃນສະຫະລັດ ແລະ ເປັນໜຶ່ງໃນກອງທຶນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນບັນດານັກລົງທຶນສະຖາບັນ.

ໃນວັນທີ 26 ມິຖຸນາ, Eric Balchunas ນັກວິເຄາະ ETF ຂອງ Bloomberg ໄດ້ສັງເກດເຫັນເຖິງເມັດເງິນຈຳນວນຫຼາຍທີ່ໄຫຼເຂົ້າສູ່ ProShares Bitcoin Strategy ETF (BITO) ເຊິ່ງເປັນກອງທຶນ Bitcoin Future ETF, Balchunas ໄດ້ສັງເກດເຫັນເມັດເງິນໄຫຼເຂົ້າກອງທຶນໃນລາຍອາທິດຫຼາຍສຸດໃນຮອບ 1 ປີທີ່ 65,3 ລ້ານໂດລາ ແລະ ຍັງມີສິນຊັບພາຍໃຕ້ການຄຸ້ມຄອງອີກກວ່າ 1 ຕື້ໂດລາ.

Balchunas ກ່າວວ່າ “BITO ຂ້ອນຂ້າງຕິດຕາມລາຄາຂອງ Bitcoin ໄດ້ຢ່າງສົມບູນແບບ” ແຕ່ລາຄາອາດຈະຕໍ່າກວ່າລາຄາຕົວຈິງປະມານ 1,05% ຕໍ່ປີ ແລະ ມີຄ່າທຳນຽມຢູ່ທີ່ 0,95%

ກອງທຶນ BITO ສາມາດເຮັດກຳໄລໄດ້ສູງເຖິງ 59,6% ນັບຕັ້ງແຕ່ປີ 2023 ເປັນຕົ້ນມາ ອີງຕາມການລາຍງານຂອງ ProShares. ນອກຈາກນີ້ Bitcoin Future ກໍຍັງໄດ້ຮັບຄວາມສົນໃຈເພີ່ມຂຶ້ນທົ່ວໂລກ ນັບຕັ້ງແຕ່ BlackRock ໄດ້ຍື່ນຂໍເພື່ອຈັດຕັ້ງກອງທຶນ Bitcoin Spot ETF ໃນວັນທີ 15 ເດືອນມິຖຸນາ.

ໃນຂະນະດຽວກັນ, ແພລັດຟອມ Deribit ເຊິ່ງເປັນ crypto options exchange ກໍໄດ້ເຫັນ Bitcoin futures open interest (OI) ເພິ່ມສູງຂຶ້ນນັບຕັ້ງແຕ່ອາທິດທີ່ຜ່ານມາ. ໂດຍໃນປັດຈຸບັນມີມູນຄ່າຢູ່ທີ່ 319 ລ້ານໂດລາ (ໃນວັນທີ 25 ມິຖຸນາ) ເພີ່ມຂຶ້ນປະມານ 30% ໃນເວລາດຽວກັນຂອງອາທິດທີ່ຜ່ານມາ.

ທີ່ມາ:

https://cutt.ly/kwys5GG3

https://cutt.ly/Awys5Vr0

https://cutt.ly/iwys59mx

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/