ເປັນຫຍັງດື່ມນໍ້າອັດລົມສູດນໍ້າຕານ 0% ຍັງຕຸ້ຍ ແລະ ຫິວຫຼາຍຂຶ້ນ?


ອາກາດຮ້ອນໆແບບນີ້ຄົງໜີບໍ່ພົ້ນການດື່ມນ້ຳຫວານ ຫຼື ນ້ຳອັດລົມເພື່ອດັບຄວາມກະຫາຍ ເຊິ່ງເປັນເຄື່ອງດື່ມທີ່ນິຍົມຂອງໃຜຫຼາຍໆຄົນ ແລະ ຍັງມີຄົນຈຳນວນບໍ່ໜ້ອຍດື່ມນໍ້າອັດລົມແທນການດື່ມນໍ້າ. ດັ່ງທີ່ຮູ້ກັນແລ້ວວ່າຍິ່ງດື່ມນໍ້າຫວານຫຼາຍເທົ່າໃດຍິ່ງສ່ຽງເປັນໂຣກເບົາຫວານ ແລະ ໂຣກຕຸ້ຍ ເຊິ່ງການດື່ມນໍ້າອັດລົມທີ່ມີນໍ້າຕານ 0% ຈຶ່ງເປັນທາງເລືອກຂອງຄົນສ່ວນຫຼາຍທີ່ກຳລັງຄວບຄຸມນໍ້າໜັກ. ແຕ່ຮູ້ຫຼືບໍ່ວ່າ ຄວາມຈິງແລ້ວພຶດຕິກຳດັ່ງກ່າວຍັງສາມາດເຮັດໃຫ້ເຮົາຕຸ້ຍໄດ້.

ກ່ອນອື່ນໝົດເຮົາມາທຳຄວາມຮູ້ຈັກກັບນໍ້າອັດລົມສູດທຳມະດາ (ມີນໍ້າຕານ) ປະກອບດ້ວຍນໍ້າ, ນ້ຳຕານ, ສານປຸງແຕ່ງສີ, ກິ່ນສັງເຄາະ ແລະ ອາຊິດ phosphoric ທີ່ເຮັດໃຫ້ມີລະອອງຟອງ, ຣົດຊາດຊ່າສົດຊື່ນ ແລະ ມີຄາເຟອີນເພີ່ມຄວາມຕື່ນຕົວໃຫ້ກັບຮ່າງກາຍ. ຖ້າຫາກເຮົາດື່ມນໍ້າອັດລົມທີ່ມີນ້ຳຕານຫຼາຍເກີນໄປ ຮ່າງກາຍຈະບໍ່ສາມາດເຜົາຜານ ແລະ ນຳອອກໄປໃຊ້ໄດ້ໝົດ ກາຍເປັນປັດໄຈສ່ຽງຕໍ່ການເປັນໂຣກຕຸ້ຍ.

ໃນຂະນະທີ່ນ້ຳອັດລົມສູດບໍ່ມີນ້ຳຕານ ຫຼື ນ້ຳຕານ 0% ມີສ່ວນປະກອບຄືກັບນ້ຳອັດລົມສູດທຳມະດາ, ແຕ່ໃຊ້ສານໃຫ້ຄວາມຫວານ ຫຼື ນ້ຳຕານທຽມທົດແທນ ເຊິ່ງສານປະເພດນີ້ໃຫ້ຣົດຊາດຫວານແຕ່ບໍ່ໃຫ້ພະລັງງານ. ຄວາມຫວານເຫຼົ່ານີ້ຈະກະຕຸ້ນກົນໄກການເຮັດວຽກຂອງສະໝອງເພື່ອຮັບຮູ້ເຖິງຣົດຊາດຫວານ.  ດັ່ງນັ້ນ, ຈຶ່ງສົ່ງຜົນໃຫ້ຮ່າງກາຍຕ້ອງການນ້ຳຕານເພີ່ມຂຶ້ນຫຼາຍ, ເຮັດໃຫ້ຢາກກິນອາຫານ ຫຼື ເຄື່ອງດື່ມຣົດຊາດຫວານຂຶ້ນເລື້ອຍໆ ເມື່ອເປັນແນວນັ້ນ ຮ່າງກາຍຈະໂຫຍຫິວງ່າຍ ແລະ ກິນອາຫານຫຼາຍກວ່າປົກກະຕິ 30% ເຊິ່ງເປັນພຶດຕິກຳການກິນອາຫານຣົດຊາດຫວານເຂົ້າໄປໂດຍບໍ່ຮູ້ຕົວ.

ນອກຈາກນີ້, ຖ້າດື່ມນ້ຳອັດລົມທີ່ມີນ້ຳຕານ 0% ຄວບຄູ່ກັບການກິນອາຫານຈະເຮັດໃຫ້ລະດັບນ້ຳຕານໃນເລືອດ ແລະ ອິນຊູລິນ (insulin) ສູງກວ່າການກິນອາຫານຄວບຄູ່ກັບການດື່ມນໍ້າທຳມະດາ. ພ້ອມນີ້, ກ໊າສຄາບອນໄດອັອກໄຊທີ່ຢູ່ໃນນໍ້າອັດລົມຍັງສົ່ງຜົນໃຫ້ເກີດອາການທ້ອງອືດ ແລະ ທ້ອງຈຸກໄດ້ອີກດ້ວຍ.

ທ່ານ Francesco Branca, ຜູ້ອຳນວຍການຝ່າຍໂພຊະນາການ ແລະ ຄວາມປອດໄພດ້ານອາຫານຂອງອົງການອະນາໄມໂລກ (WHO) ກ່າວວ່າ: ການໃຊ້ນໍ້າຕານທຽມທົດແທນໃນນໍ້າອັດລົມ ບໍ່ໄດ້ຊ່ວຍໃນການຄວບຄຸມນ້ຳໜັກໃນໄລຍະຍາວ ແລະ ພົບວ່າມັນບໍ່ໄດ້ໃຫ້ຜົນປະໂຫຍດໃນໄລຍະຍາວສໍາລັບການຫຼຸດໄຂມັນໃນຮ່າງກາຍຂອງຜູ້ໃຫຍ່ ຫຼື ເດັກນ້ອຍ ແລະ ​ອາດກໍ່ໃຫ້ເກີດໂຣກເບົາຫວານ, ໂຣກຫົວໃຈ, ໂຣກຫຼອດເລືອດ ແລະ ເພີ່ມອັດຕາການເສຍຊີວິດໃນຜູ້ໃຫຍ່.

ສະນັ້ນ, ແນະນຳໃຫ້ໃຊ້ວິທີອື່ນເພື່ອຫຼຸດການກິນນ້ຳຕານແທນເຊັ່ນ: ການບໍລິໂພກອາຫານທີ່ມີນ້ຳຕານຕາມທຳມະຊາດເຊັ່ນວ່າ: ໝາກໄມ້ ຫຼື ດື່ມເຄື່ອງດື່ມທີ່ບໍ່ມີນໍ້າຕານ.

ອ້າງອີງຈາກ:

https://cutt.ly/iwa4OTor

https://cutt.ly/Gwa4O1cS

https://cutt.ly/hwa4Pi0C

https://cutt.ly/8wa4P29g

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/