ເງິນບໍ່ພໍໃຊ້? ລະວັງພາວະ “Money Dysmorphia” ທັດສະນະທີ່ບິດເບືອນ ມີເງິນລົ້ນມືແຕ່ກໍຍັງກັງວົນ!


ໃນປັດຈຸບັນ ພວກເຮົາບໍ່ສາມາດປະຕິເສດໄດ້ເລີຍວ່າຄວາມສຸກທີ່ເຮົາໄດ້ຮັບໃນຫຼາຍຢ່າງມັກຈະຈຳເປັນຕ້ອງໃຊ້ “ເງິນ” ໃນການຂັບເຄື່ອນ. ລວມໄປເຖິງປັດໄຈພື້ນຖານທີ່ເຮັດໃຫ້ຊີວິດປະຈຳວັນຜ່ານໄປໄດ້ກໍຈຳເປັນຕ້ອງໃຊ້ເງິນເຊັ່ນກັນ. ດັ່ງນັ້ນ, ເງິນຈຶ່ງຖືໄດ້ວ່າເປັນສິ່ງສຳຄັນທີ່ສາມາດເອີ້ນໄດ້ວ່າເປັນປັດໄຈທີ 4 ຫຼື 5 ທີ່ຈຳເປັນໃນຊີວິດຂອງເຮົາເລີຍກໍວ່າໄດ້.

ຢ່າງໃດກໍຕາມ, ການມີເງິນຫຼາຍນັ້ນສາມາດເຮັດໃຫ້ພວກເຮົາມີຄວາມສຸກຫຼາຍກໍຈິງ.

ແຕ່ຖ້າຫາກເຮົາບໍ່ຮູ້ວ່າຈະຕ້ອງເກັບອອມໄປອີກຫຼາຍເທົ່າໃດ? ກໍອາດຈະເຮັດໃຫ້ຫຼາຍຄົນເກີດອາການຄຽດ ຫຼື ທີ່ເອີ້ນວ່າອາການ “Money Dysmorphia“ ທີ່ຈະບັ່ນທອນຄວາມສຸກຂອງເຮົາໂດຍບໍ່ຮູ້ຕົວ.

  • Money Dysmorphia ເເມ່ນຫຍັງ?

Money Dysmorphia ແມ່ນອາການທີ່ຄົນເຮົາມີຄວາມກັງວົນກ່ຽວກັບການເງິນຫຼາຍເກີນໄປຈົນເຮັດໃຫ້ຕົນເອງຄຽດ ຮູ້ສຶກວ່າມີເທົ່າໃດກໍບໍ່ພໍ ທັ້ງໆທີ່ຕົນເອງກໍມີໜ້າທີ່ການງານ ການເງິນທີ່ໝັ້ນຄົງ ແລະ ບໍ່ກ້າທີ່ຈະໃຊ້ຈ່າຍໃນເລື່ອງອື່ນໆ ເຖິງແມ່ນວ່າຈະເປັນເລື່ອງທີ່ຈຳເປັນກໍຕາມ. ຄ້າຍຄືກັບພາບສະທ້ອນທີ່ບິດເບືອນ ເຮັດ​ໃຫ້​ເຮົາ​ຮູ້​ສຶກບໍ່ມີວັນພໍ ເຖິງແມ່ນວ່າຈະມີເງິນລົ້ນມືກໍຕາມ. ທັງນີ້ອາການ Money Dysmorphia ກໍແມ່ນອາການສ່ວນໜຶ່ງຂອງອາການທາງຈິດ, ເຊິ່ງພົບວ່າ 64% ຂອງຜູ້ໃຫຍ່ມັກຈະຕົກຢູ່ໃນອາການ Money Dysmorphia.

ສາເຫດທີ່ເຮັດໃຫ້ເກີດອາການ Money Dysmorphia

ໂດຍອາການດັ່ງກ່າວມັກມີສາເຫດມາຈາກ 3 ປັດໄຈຫຼັກໆທີ່ສຳຄັນເຊິ່ງໄດ້ເເກ່:

  1. ຄວາມກັງວົນກ່ຽວກັບສະຖານະທາງດ້ານການເງິນ

ໂດຍກຸ່ມຄົນທີ່ມີແນວໂນ້ມຈະເຂົ້າຂ່າຍພາວະ Money Dysmorphia ນັ້ນ ສ່ວນຫຼາຍຈະມັກກັງວົນກັບສະຖານະທາງດ້ານການເງິນໃນອະນາຄົດຂອງຕົນເອງຫຼາຍເກີນໄປເຊັ່ນ ຢ້ານວ່າເກີດເຫດການທີ່ຮ້າຍແຮງຂຶ້ນໃນອະນາຄົດ ເຖິງແມ່ນວ່າຈະມີເງິນເກັບສຳຮອງພຽງພໍທີ່ໃນການຮັບມືເລື່ອງເຫຼົ່ານີ້່ກໍຕາມ

  1. ກົດດັນຕົນເອງຫຼາຍເກີນໄປ

ໃນປັດຈຸບັນ, ຫຼາຍຄົນໄດ້ເລີ່ມທີ່ຈະເກັບເງິນຈໍານວນຫຼວງຫຼາຍໃນແຕ່ລະເດືອນ ເພື່ອຄວາມສະດວກໃນຊີວິດຫຼັງຈາກບໍານານ ແລະ ຫຼາຍຄົນເລືອກທີ່ຈະກິນບໍານານຕັ້ງແຕ່ອາຍຸຍັງນ້ອຍ. ເຊິ່ງນີ້ເຮັດໃຫ້ຄົນທີ່ມີພາວະ Money Dysmorphia ຢູ່ກ່ອນແລ້ວ ເກີດຄວາມກົດດັນຕໍ່ຕົນເອງຫຼາຍຂຶ້ນກວ່າເກົ່າ ແລະ ຍິ່ງບໍ່ກ້າທີ່ຈະໃຊ້ເງິນເພື່ອຄວາມສຸກຂອງຕົນເອງຫຼາຍຂຶ້ນ.

  1. ມີປະສົບການທີ່ບໍ່ດີກ່ຽວກັບສະຖານະທາງດ້ານການເງິນ

ຖ້າໃຜເຄີຍມີປະສົບການທີ່ບໍ່ດີກ່ຽວກັບການເງິນໃນໄລຍະຜ່ານມາ ເຊັ່ນ: ມີໜີ້ສິນຫຼາຍ ແລະ ໃຊ້ເວລາດົນທີ່ຈະຄ່ອຍໆຈ່າຍຈົນໝົດ ຫຼື ອາດຈະເຄີຍຕິດໜີ້ບັດເຄຣດິດ ຫຼື ອາດເຄີຍຢູ່ໃນຄອບຄົວທີ່ທຸກຍາກມາກ່ອນເປັນຕົ້ນ.

ນອກຈາກ Money Dysmorphia ແລ້ວຍັງມີພາວະອື່ນໆທີ່ກ່ຽວຂ້ອງກັບການໃຊ້ເງິນ ແລະ ອາດຈະສົ່ງຜົນເສຍຕໍ່ສຸຂະພາບຈິດຄື:

  • ຂີ້ຕົວະ ຫຼື ປົກປິດເລື່ອງເງິນກັບຄົນໃນເຮືອນ
  • ພະຍາຍາມລືມບັນຫາທາງດ້ານການເງິນ
  • ເສບຕິດການໃຊ້ເງິນ
  • ຢ້ານການໃຊ້ຈ່າຍເງິນ
  • ກັງວົນເລື່ອງເງິນ
  • ຊຶມເສົ້າຈາກບັນຫາທາງດ້ານການເງິນ
  • ບົກພ່ອງໃນການຄວບຄຸມການໃຊ້ຈ່າຍ.
  • ໂຣກຈິດຕະເພດ (Schizophrenia)
  • ໂຣກສະໝອງເສື່ອມ (Alzheimer)
  • ໂຣກຂາດເຫຼົ້າບໍ່ໄດ້ (alcoholism)

ວິທີປ້ອງກັນ Money Dysmorphia

  1.  ປັບປ່ຽນມຸມມອງກ່ຽວກັບການເງິນ:
    – ໃຫ້ເງິນເປັນເຄື່ອງມືທີ່ຊ່ວຍເຮັດໃຫ້ຊີວິດດີຂຶ້ນ.
    – ເງິນບໍ່ແມ່ນຕົວວັດແທກຄວາມສໍາເລັດ.
    – ສຸມໃສ່ຄວາມສຸກ ແລະ ຄວາມພໍໃຈ ແທນທີ່ຈະຍຶເຕິດກັບວັດຖຸນິຍົມ
  2. ຈັດການກັບຄວາມຄິດໃນແງ່ລົບ:
    – ປະເຊີນໜ້າກັບຄວາມຄິດດ້ານລົບກ່ຽວກັບເງິນ
    – ສຸມໃສ່ດ້ານບວກຂອງສະຖານະການທາງດ້ານການເງິນ
    – ເຝິກຝົນໃຫ້ຕົນເອງຮູ້ສຶກພູມໃຈຕໍ່ກັບສິ່ງທີ່ຕົນເອງມີ
  3.  ຈັດລະບຽບໃນການໃຊ້ຈ່າຍເງິນ:
    – ກໍານົດເປົ້າໝາຍທາງດ້ານການເງິນ
    – ຈົດບັນທຶກລາຍຮັບ ແລະ ລາຍຈ່າຍ.
    – ການວາງແຜນງົບປະມານ
  4. ຊອກຫາກິດຈະກຳທີ່ບໍ່ຈຳເປັນຕ້ອງໃຊ້ເງິນ:
    – ໃຊ້ເວລາກັບຄົນທີ່ເຮົາຮັກ.
    – ຫາກິດຈະກຳຍາມວ່າງ
    – ເປັນອາສາສະໝັກ
  5. ປຶກສາຜູ້ຊ່ຽວຊານ:
    – ນັກບຳບັດສາມາດຊ່ວຍພັດທະນາກົນໄກໃນການຮັບມືກັບບັນຫາ
    – ທີ່ປຶກສາທາງດ້ານການເງິນສາມາດຊ່ວຍໃຫ້ເຮົາວາງແຜນທາງດ້ານການເງິນໄດ້ດີຂຶ້ນ.
  6. ດູແລສຸຂະພາບກາຍ ແລະ ຈິດໃຈ:
    – ກິນອາຫານທີ່ດີຕໍ່ສຸຂະພາບ.
    – ອອກກໍາລັງກາຍເປັນປົກກະຕິ
    – ນອນໃຫ້ພຽງພໍ.
  7. ຢູ່ກັບປັດຈຸບັນ:
    – ຫຼີກເວັ້ນຄວາມຄິດທີ່ເຮັດໃຫ້ຕົວເອງກັງວົນກັບເລື່ອງທີ່ບໍ່ທັນເກີດຂຶ້ນ.
    – ຊື່ນຊົມສິ່ງທີ່ຕົນເອງມີ
  8. ຕ້ອງຍອມຮັບວ່າເຮົາບໍ່ສາມາດຄວບຄຸມການເງິນຂອງຕົນເອງໄດ້ທັງໝົດ:
    – ຮຽນຮູ້ທີ່ຈະຍອມຮັບ ແລະ ຜ່ອນຄາຍກັບຄວາມບໍ່ແນ່ນອນ.
  9.  ຮຽນຮູ້ທີ່ຈະໃຫ້ອະໄພຕົນເອງສໍາລັບຄວາມຜິດພາດທາງດ້ານການເງິນທີ່ຜ່ານມາ
    – ສຸມໃສ່ປັດຈຸບັນ ແລະ ອະນາຄົດ
  10. ຂໍຄວາມຊ່ວຍເຫຼືອຖ້າເຈົ້າກຳລັງປະສົບກັບບັນຫາໃນການຈັດການກັບຄວາມກັງວົນທາງດ້ານການເງິນ
    – ມີແຫຼ່ງຂໍ້ມູນມາກມາຍທີ່ສາມາດຊ່ວຍທ່ານໄດ້.

Money Dysmorphia ບໍ່ໄດ້ໝາຍຄວາມວ່າມີບັນຫາທາງດ້ານການເງິນ ແຕ່ມັນເປັນບັນຫາຂອງແນວຄິດທີ່ບິດເບືອນ. ການຮັບຮູ້ເຖິງສັນຍານເຕືອນ, ຊອກຫາສາເຫດ ແລະ ປ້ອງກັນຢ່າງຖືກຕ້ອງ ກໍຈະຊ່ວຍໃຫ້ເຮົາມີຄວາມສຸກກັບຊີວິດຫຼາຍຂຶ້ນ.

ທີ່ມາ:

facebook

cnbc

bangkokbiznews

brandinside

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/