ເງິນດົງ ຂອງຫວຽດນາມເປັນໜຶ່ງໃນສະກຸນເງິນ ທີ່ສະຖຽນທີ່ສຸດໃນອາຊີ


ໃນຂະນະທີ່ບາງປະເທດໃນອາຊຽນ ເງິນຕາຢູ່ໃນລະດັບບໍ່ຄົງທີ່ ຫຼື ມີການຜັນຜວນໃນຕະຫຼາດການເງິນໂລກ ອັດຕາການແລກປ່ຽນໃນຫວຽດນາມຍັງຄົງຮັກສາຄວາມສະຖຽນລະພາບໄວ້ໄດ້ ໃນໄລຍະ 4 ເດືອນທໍາອິດຂອງປີ 2023 ນີ້ ເຊິ່ງຜູ້ຊ່ຽວຊານຫຼາຍຄົນເບິ່ງວ່າເງິນດົງຂອງຫວຽດນາມ ເປັນໜຶ່ງໃນສະກຸນເງິນທີ່ມີຄວາມສະຖຽນລະພາບທີ່ສຸດໃນອາຊີ.

ຈາກການລາຍງານການວິເຄາະໂດຍ Mirae Asset Securities Vietnam ພົບວ່າອັດຕາການແລກປ່ຽນ USD/VND ໃນເດືອນເມສາລົດລົງ 0,2% ແລະ ອັດຕາແລກປ່ຽນສະເລ່ຍຢູ່ທີ່ປະມານ 23.500 VND/USD ເຊິ່ງອັດຕາດັ່ງກ່າວຄົງທີ່ຕະຫຼອດ ຕັ້ງແຕ່ໄລຍະເດືອນມັງກອນຮອດເດືອນເມສາ.  ທະນາຄານກາງຫວຽດນາມ ມີການຊື້ເງິນຕາຕ່າງປະເທດເປັນຈຳນວນຫຼາຍໃນໄລຍະ 4 ເດືອນທຳອິດຂອງປີ ສົ່ງຜົນໃຫ້ທຶນສຳຮອງເງິນຕາຕ່າງປະເທດ ເພີ່ມຂຶ້ນເປັນປະມານ 9 ໝື່ນໂດລາສະຫະລັດ.

ຫົວໜ້າຝ່າຍການຈັດການ ການແລກປ່ຽນເງິນຕາຕ່າງປະເທດຂອງ SBV ກ່າວໃນໄລຍະປາຍປີ 2022 ໄວ້ວ່າ ຕະຫຼາດເງິນຕ່າງປະເທດມີການພັດທະນາໃນດ້ານບວກ ແລະ ຄ່ອຍໆ ມີສະຖຽນລະພາບຫຼາຍຂຶ້ນ ໂດຍອັດຕາແລກປ່ຽນ USD/VND ມີທ່າອ່ຽງລົດລົງ ແລະ ຈະກັບມາມີສະຖຽນລະພາບອີກຄັ້ງ. ພ້ອມທັງເສີມວ່າການຟື້ນຕົວຂອງສະກຸນເງິນຫວຽດນາມຕໍ່ໂດສະຫະລັດ ຕັ້ງແຕ່ເດືອນທັນວາ 2022 ເປັນໄປໃນທິດທາງດຽວກັບສະກຸນເງິນອື່ນໆໃນພູມີພາກ ເຊັ່ນ: ສະກຸນເງິນເຢນຂອງຍີ່ປຸ່ນ,ເງິນຢວນຂອງຈີນ, ເງິນວອນຂອງເກົາຫຼີໃຕ້ ແລະ ເງິນບາດຂອງໄທ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/