ເຂົ້າຮັບຊົມ ແລະ ສຳຜັດຜົນງານສິລະປະຈາກພິພິທະພັນທົ່ວໂລກແບບໃກ້ຊິດພ້ອມບໍ່ມີຄ່າໃຊ້ຈ່າຍດ້ວຍ Google Arts & Cultures


ໃຊ້ເວລາຕອນເຊົ້າເຂົ້າຫໍສິລະປະທີ່ອິຕາລີ ແລງມາກໍໄປອີກສະຖານທີ່ໄດ້ບໍ່ຍາກຜ່ານ Google Arts & Cultures ເວັບໄຊທີ່ຈະມາແນະນຳໃຫ້ພວກເຂົາໄດ້ເຂົ້າໄປສຶກສາຜົນງານສິລະປະແບບສະເໝືອນຈິງ (Virtual) ຈາກຫໍພິພິທະພັນ, ງານວາງສະແດງສິລະປະ ແລະ ຜົນງານຈາກມະຫາວິທະຍາໄລດັງທົ່ວໂລກ.

ສຳລັບຄົນທີ່ຕ້ອງການຢາກສຶກສາສິລະປະ ແບບບໍ່ຕ້ອງເສຍຄ່າໃຊ້ຈ່າຍ ແຖມຍັງມີແຫຼ່ງໃຫ້ຮຽນຮູ້ບໍ່ສິ້ນສຸດແລ້ວ ການລອງເຂົ້າມາ Google Arts & Cultures ຈະເປັນປະສົບການທີ່ບໍ່ມີທາງຮູ້ສຶກເສຍດາຍເລີຍ ມັນຈະສະໜອງຄວາມຮູ້ສຶກຄືດັ່ງເຮົາຢູ່ໃນພິພິທະພັນນັ້ນເອງ ຜ່ານຮູບແບບ Museum Explorer ທີ່ຈະເຮັດວຽກແບບດຽວກັນກັບ Google Street View ຫຼື ກໍຄືພາບ 360 ອົງສາທີ່ສາມາດໝຸນເບິ່ງໄດ້. ເມື່ອກົດເຂົ້າເບິ່ງຮູບ, ຄຳອະທິບາຍຂອງຜົນງານນັ້ນໆ ກໍຈະສະແດງຂຶ້ນມາ ຫຼື ຈະເລືອກສິລະປິນໃດໜຶ່ງ, ທັງຊີວະປະຫວັດ ແລະ ຜົນງານຂອງຜູ້ນັ້ນກໍຈະສະແດງໃຫ້ເຫັນ. ນອກຈາກນີ້ຍັງມີເກມ ແລະ ພື້ນທີ່ແບ່ງປັນໄອເດຍໃນຊຸມຊົນສິລະປະນຳກັນພ້ອມ.

ເຂົ້າໄປເບິ່ງໄດ້ທີ່: https://cutt.ly/hIyV1cu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/