ປອງພົນ ລາມາງກຸນ ຜູ້ຊຳນານດ້ານຟຣີຣັນນິ້ງ ແລະ ເປັນນັກກິລາທີມຊາດ


ປອງພົນ ລາມາງກຸນ ຫຼື ບັອມ ອາຍຸ 32 ປີ ເປັນນັກກິລາຟຣີຣັນນິ້ງລາວຄົນໜຶ່ງທີ່ຊະນະເລີດມາຫຼາຍເວທີຫຼາຍລາຍການລະດັບສາກົນ, ເປັນຕົວແທນໃຫ້ກິລາລາວຟຣີຣັນນິ້ງໄປແຂ່ງຂັນຊິງແຊ້ມໃນລາຍການຕ່າງໆ ແລະ ໄດ້ແຊ້ມມາຄອບຄອງຢູ່ສະເໝີ. ນອກຈາກນີ້ ກໍຍັງເປັນກຳມະການໃນການແຂ່ງຂັນຟຣີຣັນນິ້ງທັງພາຍໃນ ແລະ ຕ່າງປະເທດ, ພ້ອມກັນນີ້ ຍັງເກັ່ງກິລາຫຼາຍປະເພດເປັນທັງນັກກິລາມວຍລາຍລາວ ແລະ ເປັນນັກກິລາ Vovinam.
ພິເສດສຸດ ຍັງໄດ້ເປັນນັກກິລາທີມຊາດຊີເກມ ໃນການແຂ່ງຂັນມວຍ Vovinam ໄດ້ຫຼຽນທອງແດງ 2 ຫຼຽນ, ໄດ້ໄປຖ່າຍໂຄສະນາເບຍ Tiger ລະດັບໂລກນຳອີກ ເຊິ່ງເປັນຕົວແທນນັກກິລາຟຣີຣັນນິ້ງຄົນທຳອິດທີ່ໄດ້ໄປຖ່າຍ ຕາງໜ້າຄົນເອເຊຍອີກພ້ອມ. ນອກຈາກນີ້ ກໍຍັງໄດ້ເປັນຕົວແທນລາວໄດ້ໄປເຜີຍແຜ່ກິລາ ແນະນຳອະທິບາຍເຖິງກິລາຢູ່ລາວ ໃນງານອາຊຽນ ປະກອບດ້ວຍ 6 ປະເທດ.
ມື້ນີ້ LaoX ຈະພາມາຮູ້ຈັກກັບນັກກິລາລາວຄົນນີ້ທີ່ເກັ່ງທັງດ້ານກິລາ ແລະ ໂດດເດັ່ນທາງດ້ານ Production ເຊິ່ງມີດັ່ງນີ້:

1.ເປັນຄົນທີ່ມັກ ຮັກ ໃນກິລາປະເພດນີ້ດົນແລ້ວບໍ?
ຖ້າຫາກເວົ້າເລື່ອງການຮັກ ແລະ ມັກກິລາປະເພດນີ້ ຕົນເອງແມ່ນຮັກພ້ອມກັບລິເລີ່ມຮູ້ຈັກກິລານີ້ຕັ້ງແຕ່ປີ 2010, ປົກກະຕິຈະເປັນຄົນທີ່ມັກກິລາທີ່ທ້າທາຍຢູ່ແລ້ວ ທີ່ຜ່ານມາເຄີຍເຕັ້ນ B-BOY. ຫຼັງຈາກນັ້ນ ກໍເລີ່ມມາຫຼິ້ນກິລາຟຣີຣັນນິ້ງ ເຊິ່ງເກີດມາຈາກການໄດ້ເຫັນໃນໂທລະພາບຂອງຊ່ອງຕ່າງໆ, ເຫັນຮູບເງົາປະເພດຕໍ່ສູ້ຫຼາຍເລື່ອງທີ່ມີການຕໍ່ສູ້ກັນ ທີ່ມີການຕີລັງກາ ແລະ ທ່າທາງທ້າທາຍອື່ນໆ ກໍເລີຍສົນໃຈຢາກເປັນແບບນັ້ນ. ຕໍ່ມາ ກໍໄດ້ຝຶກຊ້ອມດ້ວຍຕົນເອງ ຈົນມາຮອດທຸກມື້ນີ້ກໍຍັງຫຼິ້ນກິລາປະເພດນີ້ຢູ່ ຖ້າລວມແລ້ວກໍປະມານ 10 ກວ່າປີເລີຍກໍວ່າໄດ້.
ນອກຈາກນີ້ ຍັງມີການກໍ່ຕັ້ງທີມຟຣີຣັນນິ້ງຕັ້ງແຕ່ປີ 2014 ກັບຮຸ່ນອ້າຍຊື່ວ່າ: ກ້ອຍ ຕອນທຳອິດແມ່ນສ້າງມາ 2 ຄົນກ່ອນ, ຫຼັງຈາກນັ້ນ ກໍມີ ໂອເລັກ ເປັນລູກຊອດຣັດເຊຍ ແລະ ບອຍ ເຊິ່ງພວກເຮົາໄດ້ກໍ່ຕັ້ງທີມມານຳກັນ.

2.ຜ່ານມາເຄີຍຂຶ້ນເວທີລາຍການໃດແດ່ ເຄີຍໄດ້ແຊ້ມ ຫຼື ຫຼຽນບໍ?
ເປັນຄົນທຳອິດຂອງປະເທດລາວທີ່ຫຼິ້ນ ໄດ້ເລີ່ມຫຼິ້ນຟຣີຣັນນິ້ງມາພ້ອມກັບຕໍ່ຍອດໃຫ້ກັບນ້ອງໆມາກໍຫຼາຍຄົນ, ຜ່ານມາໄດ້ມີໂອກາດໄດ້ໄປແຂ່ງຕາງໜ້າຂອງປະເທດລາວ ທັງນີ້ທັງນັ້ນຈະໄປດ້ວຍໃຈຍ້ອນຄວາມມັກ ແລະ ສະໜັບສະໜູນດ້ວຍຕົນເອງ. ໃນການແຂ່ງຂັນຈະໄປທັງປະເທດສິງກະໂປ ໃນປີ 2016 ແມ່ນໄດ້ຊະນະແຂ່ງຂັນປະເພດ Free Running Style Bar ໄດ້ອັນດັບທີ 1, ເຊິ່ງໃນການແຂ່ງຂັນແມ່ນມີຫຼາຍປະເທດເຂົ້າຮ່ວມບໍ່ວ່າຈະເປັນປະເທດດ້ວຍກັນທັງເອເຊຍ ແລະ ຢູໂຣບ.
ນອກຈາກນີ້ ກໍຍັງໄດ້ໄປເປັນກຳມະການຢູ່ປະເທດໄທ ພ້ອມທັງໄດ້ໄປຊ້ອມນຳນັກກິລາຊື່ດັງສີມືດີລະດັບໂລກຄື ອານັນ ອັນວາ ເຊິ່ງເປັນອັນດັບຕົ້ນດ້ານຟຣີຣັນນິ້ງຂອງໄທ ພ້ອມທັງເປັນກຳມະການລະດັບໂລກ. ໃນລາວກໍໄດ້ຮ່ວມເປັນກຳມະການໃນຫຼາຍງານເຊັ່ນ: Street Jam, Hip-Hop Festival ແລະ ອື່ນໆ. ຜ່ານມາເວທີໃຫຍ່ໆກໍຈະເປັນສິງກະໂປ ແຕ່ປັດຈຸບັນຫຼາຍປະເທດຍັງພົບບັນຫາກ່ຽວກັບໂຄວິດ-19 ຖ້າເປັນໄປໄດ້ກໍຢາກໄປແຂ່ງຂັນອີກຄັ້ງ ແລະ ຢາກຈະໄປທົ່ວໂລກເລີຍ, ພ້ອມກັນນີ້ ຖ້າມີໂອກາດກໍຢາກເປັນນັກກິລາຟຣີຣັນນິ້ງຕົວແທນຂອງລາວໄປແຂ່ງຂັນ Olympic Game.
ນອກຈາກນີ້ ເຄີຍເປັນນັກກິລາທີມຊາດຊີເກມ ປີ 2013 (ປະເທດມຽນມາເປັນເຈົ້າພາບ) ໃນການແຂ່ງຂັນ ມວຍ Vovinam (ມວຍຫວຽດ ມວຍບໍ່ມີນໍ້າຄ້າຍໆເທຄວັນໂດປະສົມມວຍໄທ) ໄດ້ຫຼຽນທອງແດງ 2 ຫຼຽນ (ທີ 3), ໄດ້ໄປຖ່າຍໂຄສະນາເບຍ Tiger ລະດັບໂລກ ເຊິ່ງເປັນຕົວແທນຄົນລາວທີ່ໄດ້ໄປຖ່າຍໃນປີ 2020 ເຊິ່ງທາງບໍລິສັດໄດ້ຕິດຕໍ່ຫາເພາະຢາກໄດ້ຄົນເອເຊຍມາຫຼິ້ນຟຣີຣັນນິ້ງເຂົ້າປະກອບສາກ. ນອກຈາກນີ້ ກໍເຄີຍໄດ້ເປັນຕົວແທນລາວໄດ້ໄປເຜີຍແຜ່ກິລາ ແນະນຳອະທິບາຍເຖິງກິລາຢູ່ລາວ ໃນງານອາຊຽນ ປະກອບດ້ວຍ 6 ປະເທດ ເຊິ່ງເປັນງານກິລາ, ພ້ອມທັງໄດ້ເອົາກິລາມວຍລາຍລາວໄປເຜີຍແຜ່ໃຫ້ໄດ້ຮັບຮູ້.

3.ຄິດວ່າກິລາປະເພດນີ້ມີຄຸນປະໂຫຍດ ແລະ ສ້າງປະໂຫຍດຫຍັງໃຫ້ແກ່ຕົນເອງ ແລະ ຄົນອື່ນ?
ກິລາທຸກກິລາລ້ວນແລ້ວແຕ່ມີປະໂຫຍດ ຕ່າງແຕ່ວ່າເຮົາຈະໃຊ້ໄປໃນທິດທາງທີ່ຖືກຕ້ອງຫຼືບໍ່, ສ່ວນກິລາຟຣີຣັນນິ້ງຍອມຮັບວ່າ ເປັນກິລາທີ່ອັນຕະລາຍຢູ່ແລ້ວ ເປັນກິລາເຮົາຕ້ອງກຽມໃຈ ແລະ ຮູ້ວິທີຫຼິ້ນຢ່າງດີ ເພາະຖ້າພາດໜ້ອຍໜຶ່ງອາດເຮັດໃຫ້ບາດເຈັບໄດ້ ແຕ່ຟຣີຣັນນິ້ງ ເປັນກິລາທີ່ສ້າງຄວາມກ້າໃຫ້ແກ່ເຮົາ ຕ້ອງຮັກ ແລະ ມັກແທ້ໆ, ໃນແຕ່ລະທ່າກໍຕ້ອງໄດ້ຝຶກເປັນ 10 ເປັນ 100 ເທື່ອ ຈົນເຮັດໄດ້.
ຜ່ານມາຕົນເອງໄດ້ເຄີຍມີປະສົບການຄິ້ວແຕກ, ຄາງແຕກ, ຂໍ້ຂາພິກມາແລ້ວ, ແຕ່ວ່າມີປະໂຫຍດຫຼາຍຕໍ່ສຸຂະພາບ, ເຮັດໃຫ້ເຮົາແຂງແຮງ ເຮັດໃຫ້ເຮົາກ້າ ແລະ ສ້າງປະສົບການໃໝ່ໆໃຫ້ແກ່ເຮົາ. ປັດຈຸບັນ ກໍຖືໄດ້ວ່າກິລາປະເພດນີ້ໄວໜຸ່ມໃຫ້ຄວາມສົນໃຈຫຼາຍພໍສົມຄວນ ພ້ອມກັບສົນໃຈຢາກຮ່ຳຮຽນ ແຕ່ເຮົາຕ້ອງກຽມຈິດກຽມໃຈໄວ້ກ່ອນ ເພາະກິລານີ້ຕ້ອງໃຊ້ທັກສະໃນຄວາມກ້າຂອງຕົນເອງ, ແຕ່ເທົ່າທີ່ເຫັນຢູ່ຕ່າງປະເທດເປັນຕົ້ນປະເທດສິງກະໂປ ຕັ້ງແຕ່ເດັກນ້ອຍຈົນຮອດອາວຸໂສ ກໍຍັງຫຼິ້ນກິລານີ້ ຖ້າເວົ້າກໍຈະເປັນກິດຈະກຳໜຶ່ງຂອງຄົນສິງປະໂປກໍວ່າໄດ້ ຖ້າແປເປັນລາວກິລາຟຣີຣັນນິ້ງ ແມ່ນກິລາແລ່ນຢ່າງອິດສະຫຼະ ແຕ່ຟຣີຣັນນິ້ງຈະປະກອບດ້ວຍຫຼາຍປະເພດ ເຊິ່ງໄດ້ເອົາການເຕັ້ນການຕີລັງກາມາປະສົມປະສານກັນ ເພື່ອໃຫ້ມັນສວຍງາມ ແລະ ໂດດເດັ່ນຂຶ້ນ.

4.ອະນາຄົດຢາກສົ່ງເສີມ ຫຼື ເຮັດວຽກກ່ຽວກັບກິລາຟຣີຣັນິ້ງຄືແນວໃດ?
ກິລານີ້ກໍເປັນກິລາອອກກຳລັງກາຍຊະນິດໜຶ່ງ ທີ່ເຮັດໃຫ້ເຮົາມີສຸຂະພາບແຂງແຮງ ຖ້າຫາກໃຜສົນໃຈໃຜທີ່ມັກກິລາທ້າທາຍແບບນີ້ ຕົນເອງກໍສາມາດສອນໃຫ້ໄດ້ ແຕ່ຕ້ອງມີໃຈພ້ອມ ຈຶ່ງມາຮຽນໄດ້, ຖ້າມີໂອກາດກໍຢາກຈະເຮັດເປັນສູນຂອງຕົນເອງ ມີບ່ອນຫຼິ້ນເປັນຂອງຕົນເອງ ແລະ ໄວໆນີ້ກໍຈະໄປເປີດສອນຢູ່ໄອເຕັກ ເປັນການສອນການຮຽນທ່າຕີລັງກາ ທ່າພື້ນຖານ, ຜ່ານມາໄດ້ເຄີຍສອນຮຸ່ນນ້ອງຄົນໜຶ່ງທີ່ເປັນຄົນໄທລູກຊອດໄທ-ລາວ ເຊິ່ງລາວໄດ້ມາຊ້ອມນຳແລ້ວໄດ້ສອນລາວຕັ້ງແຕ່ລາວບໍ່ເກັ່ງເລີຍກໍວ່າໄດ້ ມາຮອດຕອນນີ້ລາວໄດ້ເປັນອັນດັບໜຶ່ງຂອງປະເທດໄທ, ໄດ້ແຊ້ມເອເຊຍ 2 ສະໄໝ ຮູ້ສຶກພູມໃຈທີ່ນ້ອງທີ່ຕົນເອງສອນດັງກ້ອງໄປໄກຄວ້າແຊ້ມຫຼາຍເວທີ.

5.ປັດຈຸບັນເຮັດວຽກຫຍັງ
ປັດຈຸບັນເປັນ Creative ໃຫ້ບໍລິສັດລາວທານີ ເປັນຫົວໜ້າຝ່າຍອອກແບບ, ຮຽນຈົບປະລິນຍາຕີເສດຖະສາດການຄ້າ ແຕ່ມາເຮັດສາຍອອກແບບ ເພາະເປັນຄົນທີ່ມັກອອກແບບບໍ່ວ່າຈະເປັນການເຮັດວີດີໂອ, ການຖ່າຍຮູບ, ການອອກແບບຕ່າງໆ ແລະ ການແຕ້ມຮູບ. ຕັ້ງແຕ່ຮຽນຈົບມາກໍເຮັດວຽກສາຍນີ້ເລີຍ ມີຄັ້ງໜຶ່ງເຄີຍມີໂອກາດໄດ້ແຂ່ງວິດີໂອໂຄສະນາສັ້ນຂອງ Pepsi ແລ້ວກໍໄດ້ທີ 1 ເຊິ່ງໄດ້ຕັດເອງຖ່າຍເອງທຸກຢ່າງ ເຊິ່ງເປັນງານຂອງ Pepsi ຈາກ 100 ປາຍໂປຣດັກຊັ່ນຢູ່ລາວ.

ຖືວ່າເປັນອີກນັກກິລາຄົນໜຶ່ງ ທີ່ມີຄວາມສາມາດຫຼາກຫຼາຍບໍ່ສະເພາະແຕ່ດ້ານກິລາເທົ່ານັ້ນ ຍັງເກັ່ງໃນດ້ານການອອກແບບອີກດ້ວຍ ທັງຄວ້າໄຊຊະນະ ແລະ ໄດ້ຮາງວັນມາຫຼາຍ. ພ້ອມກັນນີ້ ຍັງເປັນຄົນທີ່ມັກໃນດ້ານກິລາຟຣີຣັນນິ້ງ ແລະ ປະສົບຜົນສຳເລັດສູງສຸດ, ມີຜົນງານໂດດເດັ່ນຢູ່ຕະຫຼອດ ມັກ ແລະ ສະໜັບສະໜູນຕົນເອງຈົນກ້າວໜ້າກ້າວໄກລະດັບເວທີໃຫຍ່ໆມາ.

ຂອບໃຈບົດສຳພາດໂດຍ: ປອງພົນ ລາມາງກຸນ ຫຼື ບັອມ
ສມາດຕິດຕາມໄດ້ທາງ:
Facebook: Tbom Phongphone
YouTube: TBOM TV

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/