ເກີດຫຍັງຂຶ້ນກັບເປຣູ ທີ່ປ່ຽນປະທານາທິບໍດີເຖິງ 3 ຄົນພາຍໃນ 10 ວັນ?


ຟຣານຊິສໂກ ຊາກັສຕິ (Francisco Sagasti) ກາຍເປັນປະທານາທິບໍດີເປຣູຄົນທີ 4 ໃນເວລາບໍ່ເຖິງ 5 ປີ ຫຼັງຈາກເມື່ອອາທິດທີ່ຜ່ານມາສະພາຄອງເກຣສເປຣູ ລົງມະຕິໃຫ້ຂັບໄລ່ ມາຕິນ ວິສຄາຣາ ອະດີດປະທານາທິບໍດີໃຫ້ພົ້ນຈາກຕຳແໜ່ງ ແລະ ໃຫ້ມານູເອລ ເມຣິໂນ ດຳລົງຕຳແໜ່ງແທນ ແຕ່ຫຼ້າສຸດໂມລິໂນກໍລາອອກຫຼັງຈາກທີ່ປະຊາຊົນອອກມາປະທ້ວງ ຈົນເຮັດໃຫ້ມີຜູ່ເສຍຊີວິດຈາກການປະທະກັບຕຳຫຼວດ.

Martin Vizcarra

ເດນິສ ໂຣດຣິເກສ-ໂອລິວາຣີ ນັກລັດຖະສາດຊາວເປຣູ ຈາກມະຫາວິທະຍາໄລຮຳໂບດໃນເບີລິນ ປະເທດເຍຍລະມັນ ບອກວ່າ ວິກິດການໃນປັດຈຸບັນຖືເປັນຈຸດສູງສຸດລະຫວ່າງປະທານາທິບໍດີ ແລະ ສະພາຄອງເກຣສທີ່ຄວບຄຸມໂດຍຝ່າຍຄ້ານ.

ທີ່ຜ່ານມາ ສະພາຄອງເກຣສເຄື່ອນໄຫວຕໍ່ຕ້ານປະທານາທິບໍດີ ແລະ ລັດຖະມົນຕິຈຳນວນຫຼາຍ ໂດຍລະງັບບໍ່ໃຫ້ລັດຖະບານອອກນະໂຍບາຍຫຼາຍຂໍ້ ເຊິ່ງໂຣດິເກສອະທິບາຍວ່າເປັນ “ການເນັ້ນຍ້ຳໃຫ້ເກີດຄວາມຂັດແຍ່ງ”. 

ຟູຈິໂມຣິ ເຄໂກະ ຫົວໜ້າພັກ Popular Force ພັກຝ່າຍຄ້ານໃນເປຣູ ບໍ່ຊະນະການເລືອກຕັ້ງປະທານາທິບໍດີເມື່ອປີ 2016 ແຕ່ພັກຂອງລາວມີບ່ອນນັ່ງຫຼາຍທີ່ສຸດໃນສະພາຄອງເກຣສ.

ເມື່ອວັນທີ 9 ພະຈິກ 2020 ສະພາຄອງເກຣສລົງມະຕິໃຫ້ຟ້ອງຮ້ອງວິສຄາຣາໃນຂໍ້ຫາເລື່ອງການຄົດໂກງທີ່ກ່ຽວຂ້ອງກັບໂຄງການກໍ່ສ້າງທີ່ໄດ້ຮັບການອະນຸມັດຂະນະທີ່ລາວດຳລົງຕຳແໜ່ງຜູ່ວ່າການພູມີພາກ Moquegua ທາງຕອນໃຕ້ຂອງເປຣູຊ່ວງປີ 2011-2014 ວິສຄາຣາປະຕິເສດຂໍ້ກ່າວຫາດັ່ງກ່າວ ແຕ່ຍອມຮັບຄຳຕັດສິນໃຫ້ພົ້ນຕຳແໜ່ງ.

“ປະຫວັດສາດ ແລະ ປະຊາຊົນຊາວເປຣູຈະເປັນຜູ່ຕັດສິນເລື່ອງນີ້ເອງ” ວິສຄາຣາກ່າວ

ຕາມທີ່ກຳໜົດໄວ້ໃນລັດຖະທຳມະນູນ ວິສຄາຣາຖືກແທນທີ່ໂດຍຫົວໜ້າສະພາຄອງເກຣສ ມານູເອລ ເມຣິໂນ.

Manuel Merino

ເຫດການດັ່ງກ່າວເຮັດໃຫ້ຜູ່ປະທ້ວງຫຼາຍໝື່ນຄົນອອກມາປະທ້ວງຕໍ່ຕ້ານການຖອດຖອນວິສຄາຣາ ໂດຍກ່າວວ່າ ສະພາຄອງເກຣສກຳລັງກໍ່ລັດຖະປະຫານໃນລັດຖະສະພາ. ວິສຄາຣາໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກຜູ່ມີສິດເລືອກຕັ້ງຮຸ່ນໃໝ່ຈຳນວນຫຼວງຫຼາຍຈາກຄວາມພະຍາຍາມຂອງລາວໃນການປະຕິຮູບປະເທດ.

ການປະທ້ວງໃນນະຄອນລິມາໃນວັນເສົາ 14 ພະຈິກ 2020 ສ່ວນໃຫຍ່ເປັນໄປໄດ້ຢ່າງສະຫງົບ ແຕ່ເກີດການປະທະກັນໃນຊ່ວງຫົວຄ່ຳລະຫວ່າງຕຳຫຼວດ ແລະ ຜູ່ປະທ້ວງ ມີລາຍງານວ່າຕຳຫຼວດຍິງແກ໊ສນ້ຳຕາ ແລະ ລູກປືນລູກຊອງເພື່ອຂັບໄລ່ຜູ່ຊຸມນຸມ ຈົນເປັນເຫດໃຫ້ມີຜູ່ປະທ້ວງອາຍຸ 22 ປີ ແລະ 24 ປີ ເສຍຊີວິດລວມ 2 ຄົນ ແລະ ບາດເຈັບອີກຫຼາຍສິບຄົນຈາກການໃຊ້ຄວາມຮຸນແຮງຂອງຕຳຫຼວດ.

ຫຼັງຂ່າວຜູ່ປະທ້ວງເສຍຊີວິດແຜ່ກະຈາຍອອກໄປ ເຮັດໃຫ້ເມຣິໂນຕັດສິນໃຈອອກຈາກຕຳແໜ່ງ ເປັນປະທານາທິບໍດີທີ່ຢູ່ໃນຕຳແໜ່ງພຽງ 5 ວັນ.

ຫຼ້າສຸດ ຊາກັສຕິ ສະມາຊິກນິຕິບັນຍັດອາຍຸ 76 ປີ ເຊິ່ງເປັນຕົວແທນຂອງພັກ Partido Morado ໄດ້ຮັບການແຕ່ງຕັ້ງຈາກສະພາຄອງເກຣສໃຫ້ດຳລົງຕຳແໜ່ງປະທານາທິບໍດີເປຣູແທນທີ່ໂມຣິໂນ ແລະ ກາຍເປັນປະທານາທິບໍດີຄົນທີ 4 ຂອງເປຣູໃນເວລາບໍ່ເຖິງ 5 ປີ.

Francisco Sagasti

ໂຣດຣິເກສເບິ່ງວ່າ ການໄລ່ວິສຄາຣາຈາກຕຳແໜ່ງອາດເປັນຈຸດປະກາຍໃຫ້ເກີດການປະທ້ວງກໍແມ່ນ ແຕ່ບໍ່ແມ່ນທັງໝົດ “ຂ້ອຍຄິດວ່າ ຜູ່ຄົນຄຳນຶງວ່າ ສິ່ງທີ່ເກີດຂຶ້ນເປັນການຂັດຕໍ່ລະບອບປະຊາທິປະໄຕທີ່ຄວນເປັນ”.

ການແຕ່ງຕັ້ງຊາກັສຕິຂຶ້ນດຳລົງຕຳແໜ່ງ ອາດຈະເຮັດໃຫ້ປະຊາຊົນລົດຄວາມບໍ່ພໍໃຈລົງໄດ້ ເນື່ອງຈາກພັກຂອງລາວເປັນພັກດຽວທີ່ລົງຄະແນນຄັດຄ້ານການຟ້ອງຮ້ອງວິສຄາຣາ.

ໃນການກ່າວສຸນທອນພົດຄັ້ງທຳອິດ ປະທານາທິບໍດີຄົນໃໝ່ໄດ້ອອກມາຂໍໂທດໃນນາມຂອງລັດຖະບານສຳຫຼັບການເສຍຊີວິດຂອງຜູ່ປະທ້ວງ ແລະ ສັນຍາວ່າຈະຊ່ວຍເຫຼືອຜູ່ໄດ້ຮັບບາດເຈັບຢ່າງເຕັມທີ່.

ນອກຈາກນີ້ເຂົາຍັງຮຽກຮ້ອງໃຫ້ຊາວເປຣູທຸກຄົນຮ່ວມມືກັນສ້າງ “ສາທາລະນະລັດແຫ່ງຄວາມເທົ່າທຽມ”.

ຢ່າງໃດກໍຕາມປັນຫາຕ່າງໆເປຣູເລິກຍິ່ງກວ່ານັ້ນ ຊາວເປຣູກ້າວມາເຖິງຈຸດທີ່ບໍ່ຕ້ອງການການເມືອງລະດັບຊາດທີ່ຕົກຕ່ຳ ແລະ ການສໍ້ລາດບັງຫຼວງໃນກຸ່ມນັກການເມືອງ ມີບາງພັກການເມືອງຈັດຕັ້ງ ແລະ ສະຫຼາຍໂຕໄປໃນອັດຕາທີ່ໜ້າປະຫຼາດໃຈ ແລະ ມັກສະເໜີຜູ່ສະໝັກທີ່ມີຄຸນະພາບຕ່ຳ.

“ຈົບລົງດ້ວຍການລົງສຽງເລືອກຕັ້ງຄົນທີ່ໂຫດຮ້າຍໜ້ອຍທີ່ສຸດເທົ່າທີ່ຈະຫາໄດ້” ໂຣດຣິເກສກ່າວ ແຕ່ລາວຢ້ຳວ່າ ການລົງຄະແນນເລືອກຕັ້ງເປັນສິ່ງທີ່ຈຳເປັນ.

ຊາກັສຕິເຫັນພ້ອມ ລາວບອກວ່າ “ຜູ່ນຳຫຼາຍຄົນກ່ອນໜ້ານີ້ບໍ່ສາມາດຕອບສະໜອງຕໍ່ຄວາມປາຖະໜາຂອງຊາວເປຣູສ່ວນໃຫຍ່ໄດ້”.

ປະຊາຊົນບາງສ່ວນຮຽກຮ້ອງໃຫ້ມີລັດຖະທຳມະນູນສະບັບໃໝ່ເພື່ອປັບປຸງກົດລະບຽບທີ່ຄວບຄຸມກ່ຽວກັບວິທີການປົດປະທານາທິບໍດີ ໂຣດຣິເກສກ່າວວ່າ ກົດທີ່ໃຊ້ບັງຄັບພັກການເມືອງ ແລະ ຜູ່ສະໝັກກໍຈຳເປັນຕ້ອງປ່ຽນແປງເຊັ່ນກັນ ແຕ່ນັ້ນອາດຈະເປັນໄປໄດ້ຍ້ອນວ່າ “ສະພາຄອງເກຣສບໍ່ມີແຮງຈູງໃຈໃຫ້ເຮັດການປະຕິຮູບຄັ້ງໃຫຍ່ ຖ້າເຮັດ ນັ້ນແມ່ນການຂ້າໂຕຕາຍ”.

ຫຼັງຈາກນີ້ ຊາກັສຕິ ມີເວລາ 5 ເດືອນໃນການດຳລົງຕຳແໜ່ງຜູ່ນຳຂອງປະເທດ ກ່ອນການເລືອກຕັ້ງປະທານາທິບໍດີໃນເດືອນເມສາ 2021 ເປັນຊ່ວງເວລາທີ່ທ້າທາຍສຳຫຼັບລາວ ຍ້ອນວ່າມີທັງການລະບາດຂອງໂຄວິດ-19 ແລະ ຄວາມຕຶງຄຽດກັບປະຊາຊົນທີ່ບໍ່ພໍໃຈກັບຊົນຊັ້ນຜູ່ນຳທາງການເມືອງທີ່ເອົາແຕ່ຂັດຂາກັນເພື່ອຜົນປະໂຫຍດຂອງຕົນເອງ.

ທີ່ມາ: https://www.pptvhd36.com/news/%E0%B8%95%E0%B9%88%E0%B8%B2%E0%B8%87%E0%B8%9B%E0%B8%A3%E0%B8%B0%E0%B9%80%E0%B8%97%E0%B8%A8/136919