ຊາຍໜຸ່ມຊື້ PlayStation 5 ໃຫ້ກັບໝູ່ທີ່ຫຼິ້ນເກມມານຳກັນ 15 ປີ!!!

ຊາຍໜຸ່ມຊື້-playstation-5-ໃຫ້ກັບໝູ່ທີ່ຫຼິ້ນເກມ

ເຄີຍໄດ້ຍິນ ຫຼື ບໍ່? ຄຳວ່າ ມິດຕະພາບໃນໂລກອອນໄລນ໌ນັ້ນ ບາງເທື່ອກໍຍືນຍາວກວ່າມິດຕະພາບໃນຊີວິດຈິງອີກ, ມື້ນີ້ເຮົາຈະພາມາຮູ້ຈັກເລື່ອງລາວມິດຕະພາບດີໆຂອງໝູ່ສະໜິດ 2 ຄົນທີ່ຮູ້ຈັກກັນຜ່ານເກມ ແລະ ຫຼິ້ນນຳກັນມາ 15 ປີແລ້ວ!!!

ຊາຍໜຸ່ມຊື້-playstation-5-ໃຫ້ກັບໝູ່ທີ່ຫຼິ້ນເກມ

ຜູ່ໃຊ້ເຣດດິດ ຊື່ວ່າ ghost_night1121 ໄດ້ແບ່ງປັນເລື່ອງລາວທີ່ໜ້າຮັກໆຂອງຕົນເອງວ່າ “ຂ້ອຍກັບໝູ່ຫຼິ້ນເກມນຳກັນມາ 15 ປີແລ້ວ ໂດຍເກມທຳອິດທີ່ຫຼິ້ນນຳກັນແມ່ນ Tom Clancy’s Rainbow Six: Vegas ທີ່ລົງໃຫ້ກັບເຄື່ອງ Xbox 360 ເຮົາມີຊ່ວງເວລາດີໆນຳກັນ ແຕ່ວ່າໝູ່ຂອງຂ້ອຍພະຍາຍາມຫາຊື້ເຄື່ອງ PlayStation 5 ແນວໃດກໍບໍ່ສຳເລັດຈັກເທື່ອ. ແຕ່ຂ້ອຍໂຊກດີທີ່ສາມາດຫາຊື້ໄດ້ທັນ ເຊິ່ງຂ້ອຍຕັ້ງຕາທີ່ຈະໄດ້ຫຼິ້ນເກມໃໝ່ໆຮ່ວມກັບໝູ່ສະໜິດຄົນນີ້ໃນຕໍ່ໄປ”

https://www.reddit.com/user/ghost_knight1121

ຫຼັງຈາກທີ່ ghost_night1121 ໄດ້ໂພສໄປບໍ່ດົນ ກໍມີຜູ່ໃຊ້ເຣດດິດຄົນອື່ນໆກໍມາກົດ Upvote ຫຼາຍເຖິງ 159,000 ຄັ້ງ ແລະ ມີຄົນມາຄອມເມັ້ນສູງເຖິງ 3,500 ຂໍ້ຄວາມແລ້ວໃນຕອນນີ້.

ເຖິງວ່າ PlayStation 5 ຈະວາງຂາຍໄປແລ້ວໃນບາງປະເທດ ແຕ່ບໍ່ພໍກັບຄວາມຕ້ອງການຂອງເກມເມີ້ຢູ່ດີ ຫຼື ກໍມີພໍ່ຄ້າແມ່ຄ້າຫົວໝໍບາງຄົນທີ່ກວາດຊື້ເຄື່ອງນີ້ມາ ແລ້ວຂາຍຕໍ່ໃນລາຄາທີ່ແພງເກີນຄວາມເປັນຈິງ.

ທີ່ມາ: https://www.facebook.com/103251841119482/photos/a.223082412469757/378496690261661/?type=3&theater