ຮືຮາ ເຫດການພະຍານາກປະກົດໂຕ ແມ່ນພະຍານາກຫລືແມ່ນຫຍັງກັນແທ້?


ໃນວັນທີ 16 ຕຸລາ 2020 ທີ່ຜ່ານມາເກີດເປັນກະແສດັງໃນໂລກໂຊຊຽວ ເມື່ອມີປະຊາຊົນນະຄອນຫລວງວຽງຈັນ ຫຸ້ມຖ່າຍຄລິບ ທີ່ເຊື່ອກັນວ່າ ແມ່ນພະຍານາກ ປະກົດກາຍໃຫ້ເຫັນເປັນບຸນຂອງຜູ່ທີ່ໄດ້ພົບໄປພໍ້ໃນມື້ດັ່ງກ່າວ ເຊິ່ງເປັນວັນສິນ ແຮມ 14 ຄ່ຳ ເດືອນ 11 ນຳອີກ.

ໃນຄລິບທີ່ມີການເຜີຍແຜ່ກັນທາງໂຊຊຽວມີເດຍ ມີສຽງຂອງປະຊາຊົນທີ່ຢູ່ໃນເຫດການນັ້ນ ບອກວ່າສີຂຽວງາມ ປານຫາງນົກຍຸງ ແລະມີຈັງຫວະທີ່ ສິ່ງທີ່ເຊື່ອກັນວ່າແມ່ນພະຍານາກນັ້ນ ຂຶ້ນມາໃຫ້ເຫັນເທິງຫນ້ານ້ຳຫລາຍຄັ້ງເປັນຮອບໆໄປ.

ຖ້າເວົ້າກັນຕາມຄວາມເຊື່ອແລ້ວ ປະຊາຊົນລາວທີ່ອາໄສຕາມແຄມແມ່ນ້ຳຂອງ ມີຄວາມເຊື່ອວ່າ ໃນແມ່ນ້ຳຂອງມີພະຍານາກຢູ່ ເຊິ່ງເປັນສິ່ງສັກສິດຕາມຄວາມເຊື່ອສືບທອດກັນມາໃນສະໄຫມກ່ອນ.

ຈາກເຫດການທີ່ເກີດຂຶ້ນນີ້ ທີມຂ່າວ Lao X ກໍສົນໃຈກັນວ່າ ນີ້ແມ່ນຫຍັງກັນແທ້ ຈຶ່ງຂໍສະເຫນີແນວຄຶດແລະມຸມມອງທີ່ຫລາກຫລາຍ ໃຫ້ຜູ່ອ່ານໄດ້ພິຈາລະນານຳກັນວ່າສິ່ງທີ່ປະກົດນັ້ນແທ້ຈິງແລ້ວແມ່ນຫຍັງ?

1. ອາດແມ່ນພະຍານາກແທ້ຫລືບໍ່?

ຂໍ້ທີ 1 ເຮົາກໍບໍ່ຕັດຄວາມເປັນໄປໄດ້ ເພາະບາງທີອາດມີສິ່ງທີ່ເຮົາບໍ່ຮູ້ອາໄສຢູ່ນ້ຳຂອງແທ້ ຫລືນີ້ຈະເປັນຄລິບພະຍານາກທີ່ເຫັນໄດ້ຊັດເຈນແລະໃກ້ທີ່ສຸດ ແຕ່ວ່າກໍຍັງມີຄຳຖາມໃຫ້ຄາໃຈຫລາຍຢ່າງ ຖ້າຫາກພະຍານາກເປັນສິ່ງສັກສິດແທ້ ແລະຕ້ອງການໃຫ້ມີຜູ່ພົບເຫັນ ເປັນຫຍັງບໍ່ປະກົດກາຍແຈ້ງໆ ເປັນຫຍັງຕ້ອງຫລົບລີ້ໄປມາ ແລະເປັນຫຍັງຈຶ່ງຂຶ້ນມາແຕ່ບ່ອນດຽວ.
ຖ້າເບິ່ງໃນອີກມຸມ ຫາກພະຍານາກເປັນສັດຂະຫນາດໃຫຍ່ ການປະກົດກາຍແບບນີ້ ຄົງຈະຜິດວິໄສຂອງສັດຂະຫນາດໃຫຍ່ ທີ່ຄວນຢູ່ບ່ອນເລິກ.

2. ຄລິບຕັດຕໍ່

ແນ່ນອນເມື່ອມີເລື່ອງລາວແປກປະຫລາດ ຍ່ອມມີກະແສບາງສ່ວນບອກວ່າອາດເປັນຄລິບຕັດຕໍ່ ແຕ່ຫລັງຈາກທີມຂ່າວ Lao X ໄດ້ເບິ່ງຄລິບທີ່ປະຊາຊົນຖ່າຍມາຫລາຍມຸມມອງແລ້ວ ຄຶດວ່າເຫດການນີ້ບໍ່ຫນ້າຈະມີການຕັດຕໍ່ແຕ່ຢ່າງໃດ ເພາະມີຫລາຍຄົນໄປຫຸ້ມເບິ່ງເຫັນ ແລະຖ່າຍຄລິບຂອງໃຜລາວມາ.

3. ເປັນສິ່ງມີຊີວິດບາງຢ່າງ

ຈາກພາບທີ່ປາກົດ ອາດເບິ່ງໄດ້ວ່າອາດເປັນສິ່ງມີຊີວິດບາງຢ່າງເຊັ່ນ ເທົາໃນນ້ຳ ຫລືພືດໃນນ້ຳ

4. ເປັນວັດຖຸບາງຢ່າງ

ເມື່ອທີມຂ່າວ Lao X ຊອກຄົ້ນຫາຄລິບດັ່ງກ່າວ ຈາກຫລາຍມຸມມອງ ກໍໄປພົບຄລິບນຶ່ງທີ່ຫນ້າສົນໃຈ ເຊິ່ງເປັນຄລິບຕອນທີ່ເຫັນສິ່ງລຶກລັບສີຂຽວໆນີ້ຂຶ້ນມາຫລາຍເທິງຫນ້ານ້ຳໄດ້ຊັດເຈນ ແລະສຽງຂອງພໍ່ແມ່ປະຊາຊົນທີ່ຢູ່ໃນຄລິບ ເມື່ອເຫັນການປະກົດກາຍທີ່ແຈ້ງແບບນີ້ ຕ່າງກໍຮ້ອງໂຫ່ ເປັນສຽງດຽວກັນວ່າ ນີ້ຄືຜ້າຂຽວ.

ຈາກສົມມຸດຖານທີ່ມີຄວາມເປັນໄປໄດ້ທັງຫລາຍ ທີມຂ່າວ Lao X ໃຫ້ນ້ຳຫນັກໄປທີ່ຂໍ້ທີ 4 ແຕ່ກໍຫນ້າຄຶດວ່າ ເປັນຫຍັງຄລິບ ທີ່ຖ່າຍແລະເຫັນຈະແຈ້ງຂະຫນາດນີ້ ບັນດາສື່ອອນລາຍຕ່າງໆ ບໍ່ເອົາມານຳສະເຫນີ ແຕ່ເລືອກຄັດກອງ ແລະເອົາສະເພາະຄລິບທີ່ເຫັນບໍ່ແຈ້ງ ແລະຂຽນໄປໃນລັກສະນະທີ່ເຊື່ອວ່າແມ່ນພະຍານາກແທ້ໆທັນທີ ໂດຍບໍ່ນຳສະເຫນີໃຫ້ຮອບຄອບ ຮັດກຸມ ແລະເບິ່ງຫລາຍແງ່ມຸມ.

ແລ້ວທ່ານຜູ່ອ່ານເດ້ ຄຶດວ່າ ເຫດການຄັ້ງນີ້ ແມ່ນສິ່ງໃດກັນແທ້.