ຮາງວັນໂນເບລສາຂາຟິສິກ ກັບຜົນງານການຄົ້ນຄວ້າເຂົ້າໃຈພູມອາກາດຂອງໂລກ ແລະ ຄວາມຊັບຊ້ອນຂອງລະບົບກາຍະພາບ


ໃນວັນອັງຄານທີ່ຜ່ານມາກໍໄດ້ມີການປະກາດຜົນຮາງວັນໂນເບລສາຂາທີສອງ ກໍຄືສາຂາຟິສິກທີ່ລວມມີ 3 ຄົນຄື Syukuro Manabe, Klaus Hasselmann ແລະ Giorgio Parisi. ພວກເຂົາໄດ້ຄົ້ນພົບລະບົບທີ່ຊັບຊ້ອນຂອງກາຍະພາບ: Syukuro Manabe, Klaus Hasselmann ໄດ້ມີການຈຳລອງລະບົບສະພາບອາກາດຂອງໂລກເພື່ອບອກຈຳນວນຄວາມຫຼາກຫຼາຍ ແລະ ຄວາມໜ້າເຊື່ອຖືໃນການຄາດຄະເນສະພາວະໂລກຮ້ອນ. Giorgio Parisi ໄດ້ມີການຄົ້ນພົບທິດສະດີສຳລັບປະຕິກິລິຍາຂອງຄວາມສັບສົນ ແລະ ຄວາມຜັນຜວນຕ່າງໆ ຈາກວັດຖຸລະດັບອະຕອມໄປຈົນຮອດລະດັບດາວເຄາະ.

  • Syukuro Manabe ເກີດເມື່ອປີ 1931 ທີ່ປະເທດຍີ່ປຸ່ນ. ລາວໄດ້ສຳເລັດການສຶກສາລະດັບປະລິນຍາເອກທີ່ມະຫາວິທະຍາໄລໂຕກຽວ, ປະເທດຍີ່ປຸ່ນ ແລະ ເປັນນັກອຸຕຸນິຍົມທີ່ມະຫາວິທະຍາໄລພຣິນຊ໌ຕັນ, ສະຫະລັດອາເມຣິກາ.
  • Klaus Hasselmann ເກີດປີ 1931 ທີ່ປະເທດເຢຍລະມັນ. ລາວໄດ້ສຳເລັດການສຶກສາລະດັບປະລິນຍາເອກທີ່ມະຫາວິທະຍາໄລ Göttingen, ປະເທດເຢຍລະມັນ ແລະ ເປັນນັກອຸຕຸນິຍົມ ແລະ ອາຈານທີ່ມະຫາວິທະຍາໄລແຮມເບີກທີ່ເຢຍລະມັນ.
  • Giorgio Parisi ເກີດປີ 1948 ທີ່ປະເທດອິຕາລີ. ລາວໄດ້ສຳເລັດການສຶກສາລະດັບປະລິນຍາເອກທີ່ມະຫາວິທະຍາໄລໂຣມ, ປະເທດອິຕາລີ ແລະ ໄດ້ເປັນອາຈານສອນທີ່ນັ້ນ.

ລະບົບຊັບຊ້ອນອັນເປັນສິ່ງສຳຄັນເຖິງຊີວິດສຳລັບມະນຸດນັ້ນແມ່ນພູມອາກາດໂລກ. Syukuro Manabe ໄດ້ສະແດງໃຫ້ເຫັນວ່າການເພີ່ມຂຶ້ນໃນຊັ້ນບັນຍາກາດຂອງຄາບອນໄດອັອກຊາຍ (Carbon Dioxide) ຫຼື CO2 ໄດ້ນຳໄປສູ່ອຸນຫະພູມທີ່ສູງເພີ່ມຂຶ້ນໃນໜ້າໂລກ. ໃນປີ 1960, Syukuro Manabe ແລະ ທີມໄດ້ເປັນບຸກຄົນທຳອິດທີ່ຄົ້ນພົບປະຕິກິລິຍາລະຫວ່າງຄວາມສົມດຸນຂອງລັງສີ ແລະ ການສົ່ງອອກຂອງມວນອາກາດໃນຮູບແບບລວງຕັ້ງ. ງານຂອງລາວໄດ້ວາງຮາກຖານຮູບແບບຈຳລອງໃຫ້ແກ່ທີມພັດທະນາພູມອາກາດໃນປັດຈຸບັນ.

10 ປີຕໍ່ມາ Klaus Hasselmann ໄດ້ສ້າງແບບຈຳລອງທີ່ສາມາດເຊື່ອມໂຍງອາກາດ ແລະ ພູມອາກາດເຂົ້ານຳກັນ ເຊິ່ງມັນກໍໄດ້ຕອບຄຳຖາມວ່າເປັນຫຍັງແບບຈຳລອງຂອງພູມອາກາດຈຶ່ງໜ້າເຊື່ອຖື ເຖິງແມ່ນວ່າອາກາດນັ້ນຈະສາມາດປ່ຽນແປງໄດ້ ແລະ ຍັງບໍ່ເປັນລະບຽບອີກໄດ້ກໍຕາມ. ລາວຍັງໄດ້ພັດທະນາວິທີທາງທີ່ໃຊ້ລະບຸສັນຍານ, ຮອຍນິ້ວມືໂດຍສະເພາະເຈາະຈົງ ທີ່ທັງເຫດການທາງທຳມະຊາດ ແລະ ເຫດການທີ່ຄົນສ້າງສາມາດບັນຈຸລົງໃນພູມອາກາດ. ດ້ວຍວິທີດັ່ງກ່າວນີ້ ມັນຈຶ່ງໄດ້ຖືກນຳມາໃຊ້ເພື່ອພິສູດວ່າອຸນຫະພູມທີ່ສູງຂຶ້ນໃນຊັ້ນບັນຍາກາດນັ້ນເກີດຈາກການປ່ອຍພະລັງງານຄາບອນໄດອັອກຊາຍຂອງມະນຸດ.

ໃນຊຸມປີ 1980, Giorgio Parisi ໄດ້ຄົ້ນພົບຮູບແບບຄວາມປັ່ນປ່ວນຂອງວັດຖຸທີ່ຊັບຊ້ອນຕ່າງໆ. ການຄົ້ນພົບນີ້ໄດ້ເປັນໜຶ່ງໃນສ່ວນສຳຄັນຕໍ່ທິດສະດີ ຄວາມຊັບຊ້ອນຂອງລະບົບທາງກາຍະພາບ. ເຊິ່ງມັນເປັນໄປໄດ້ທີ່ຈະເຂົ້າໃຈ ພ້ອມກັບສາມາດອະທິບາຍເຖິງວັດຖຸຸ ແລະ ປາກົດການທີ່ບໍ່ເປັນລະບຽບຢ່າງແຕກຕ່າງ ແຖມຍັງຊັດເຈນໄດ້ຫຼາຍ, ບໍ່ພຽງແຕ່ໃນຟິສິກເທົ່ານັ້ນ ແຕ່ຍັງສາມາດນຳມາໃຊ້ກັບສິ່ງຕ່າງໆ ເຊັ່ນ: ຄະນິດສາດ, ຊີວະວິທະຍາ, ວິທະຍາສາດລະບົບປະສາດ ແລະ ການຮຽນຮູ້ເຄື່ອງກົນຈັກ.

ການຄົ້ນພົບຕ່າງໆໃນປີນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຮູ້ຂອງພວກເຮົາກ່ຽວກັບພູມອາກາດນັ້ນຂຶ້ນກັບຮາກຖານທາງວິທະຍາສາດ. ເຊິ່ງໄດ້ຊ່ວຍໃຫ້ພວກເຮົາມີການເຂົ້າໃຈທີ່ເລິກເຊິ່ງຂຶ້ນໄປອີກຕໍ່ການວິວັດທະນາການໃນລະບົບຄວາມຊັບຊ້ອນຂອງກາຍະພາບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/