ວັນທີ 7 ຕຸລາ ວັນຄູແຫ່ງຊາດ


ວັນທີ 7 ຕຸລາ ຂອງແຕ່ລະປີແມ່ນຈະກົງກັບ ວັນຄູແຫ່ງຊາດ ຂອງປະເທດລາວ, ເຊິ່ງປີ 2021 ນີ້ກໍຄົບຮອບ 27 ປີ.

ຕະຫຼອດໄລຍະ 27 ປີທີ່ຜ່ານມາ, ຄູ-ອາຈານ ໄດ້ເປັນໝາກຫົວໃຈ ໃນການກໍ່ສ້າງພັດທະນາຊັບພະຍາກອນມະນຸດ ອອກຮັບໃຊ້ສັງຄົມ ເຂົ້າໃນໂຄງປະກອບເສດຖະກິດ, ສັງຄົມ ແລະ ການປົກຄອງຂອງປະເທດ, ຄູ-ອາຈານ ໄດ້ມີບົດບາດຫຼາຍຢ່າງ ຈົນໄດ້ຂະໜານນາມຄູວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສະວະກອນແຫ່ງດວງວິນຍານ,​ ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີສອງຂອງເດັກ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການ ທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ.

ປະຫວັດຄວາມເປັນມາຂອງຄູແມ່ນມາຈາກນາຍຄູຄຳ: ນາຍຄູຄຳ ຜູ້ທີ່ມີຄວາມໝາຍຄວາມສຳຄັນກ່ຽວກັບວັນຄູແຕ່ອະດີດມາຮອດປັດຈຸບັນ, ນາຍຄູຄຳ ເປັນຄົນທ້ອງຖິ່ນ ເມືອງເຂືອງ ແຂວງອຸບົນ (ປະເທດໄທ). ຍ້ອນຄອບຄົວເພິ່ນໄດ້ເຄື່ອນໄຫວຕ້ານສັກດີນາສະຫຍາມ ໄດ້ເຂົ້າຮ່ວມຂະບວນການຜູ້ “ມີບຸນ”, ສະນັ້ນ ຈຶ່ງຕົກເປັນເປົ້າໝາຍຂອງສະຫຍາມ. ຄອບຄົວໄດ້ອົບພະຍົບຫຼົບໜີ ຈາກບ້ານເກີດເມືອງນອນ ມາດຳລົງຊີວິດຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ປີ ຄ.ສ 1901.

ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງ ໄດ້ມາຍຶດລາວ ປີ ຄ.ສ 1893 ເປັນຕົ້ນມາ ພວກເຂົາບໍ່ໄດ້ເອົາໃຈໃສ່ເຖິງການຂະຫຍາຍໂຮງຮຽນຢູ່ໃນລາວພໍເທົ່າໃດ.

  • ປີ ຄ.ສ 1905 ທົ່ວປະເທດລາວມີໂຮງຮຽນພຽງແຕ່ 2 ແຫ່ງຄື: ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ຄົນລາວທີ່ເຂົ້າຮຽນມີໜ້ອຍ ຈຳນວນດັ່ງກ່າວມີພຽງ ທ້າວຄຳ ຫຼື ນາຍຄູຄຳ ໄດ້ຮຽນຈົບຫ້ອງ ປ.6.
  • ປີ ຄ.ສ 1905 ຮຽນຈົບ ແລ້ວເຂົ້າເຮັດການເປັນສະໝຽນແປພາສາຝຣັ່ງ.
  • ປີ ຄ.ສ 1907 ລາວໄດ້ເຂົ້າອົບຮົມວິຊາຊີບຄູ (ເປັນຄົນລາວຮຸ່ນທຳອິດທີ່ໄດ້ຮຽນວິຊາຄູ).
  • ພາຍຫຼັງຮຽນຈົບ ໄດ້ບັນຈຸເປັນຄູສອນຄົນລາວຮຸ່ນທຳອິດໃນວັນທີ 7 ຕຸລາ ປີ ຄ.ສ 1909.

ໂຮງຮຽນທຳອິດທີ່ເພິ່ນໄດ້ສອນແມ່ນ: ໂຮງຮຽນວັດຈັນ (ຢູ່ນະຄອນຫຼວງວຽງຈັນ) ເປັນໂຮງຮຽນຝຶກຄູໄລຍະສັ້ນ ແນໃສ່ອົບຮົມພະສົງລາວຈຳນວນ 50 ກວ່າອົງ ໃຫ້ກາຍເປັນຄູ.

ຕໍ່ມານາຍຄູຄຳ ໄດ້ໄປປະຈຳການຢູ່ ໂຮງຮຽນຕັບໂຟແຣງ (ຢູ່ນະຄອນຫຼວງວຽງຈັນ) ສິດສອນລູກສິດລາວ,​ສິດສອນເດັກນ້ອຍລາວ ໃຫ້ກາຍເປັນຄົນສະຫຼາດ.

ຕົກມາໃນໄລຍະທ້າຍສົງຄາມໂລກຄັ້ງທີ I ເພິ່ນໄດ້ຍ້າຍໄປສອນຢູ່ ໂຮງຮຽນປະຖົມບ້ານຫ້ອມ, ສິດສອນລູກສິດໃຫ້ມີຄວາມສະຫຼາດຫຼັກແຫຼມ ຮັກຊາດ, ພ້ອມທັງສອນໃຫ້ປະຊາຊົນຮູ້ຮັກຊາດບ້ານເກີດເມືອງນອນຂອງຕົນ, ປຸກລະດົມຂົນຂວາຍປະຊາຊົນໃຫ້ຮູ້ເຖິງການກົດຂີ່ຂູດຮີດຂອງລ່າເມືອງຂຶ້ນຝຣັ່ງ.

ກາງເດືອນພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ນຳພາໂດຍນາຍຄູຄຳ ໄດ້ທ້ອນໂຮມປະຊົນຕໍ່ສູ້ພວກລ່າເມືອງຂຶ້ນຝຣັ່ງ ແຕ່ພວກລ່າເມືອງຂຶ້ນໄດ້ຈັບນາຍຄູຄຳໄດ້ ເນື່ອງຈາກໄດ້ຮັບບາດເຈັບ, ນາຍຄູຄຳໄດ້ຖືກນຳໄປປິ່ນປົວຢູ່ໂຮງໝໍມະໂຫສົດ ແລ້ວຖືກເອົາໄປຂັງຄຸກ. ແຕ່ເວລານັ້ນ ນາຍຄູຄຳ ໄດ້ໂຕນໜີຄຸກໄປໄດ້ ແລ້ວຫຼົບໄພຂ້າມນ້ຳຂອງໄປໄທບໍ່ກັບມາເລີຍ (ບາງເອກະສານກ່າວວ່າ ເພິ່ນໄດ້ໄປບວດແລ້ວເສຍຊີວິດ ຢູ່ວັດ ຣາຊະສິດທາຣາມ ທີ່ກຸງເທບ ປະເທດໄທ).

ນັບແຕ່ມື້ນັ້ນເປັນຕົ້ນມາ ປະຫວັດສາດ ກໍໄດ້ຈາລຶກບຸນຄຸນຄູຂອງແຜ່ນດິນ ແລະ ໄດ້ສະເຫຼີມສະຫຼອງທຸກໆປີ,​ນັບແຕ່ດຳລັດຂອງນາຍົກລັດຖະມົນຕີ ລົງວັນທີ 28 ກັນຍາ 1994 ປະກາດໃຫ້ມີການສະເຫຼີມສະຫຼອງວັນຄູແຫ່ງຊາດທຸກໆປີຈົນມາຮອດປັດຈຸບັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/