ຮອງນາຍົກຊີ້ນຳວຽກງານພັກ ໃຫ້ເອົາໃຈໃສ່ປະຕິບັດວຽກງານ ແລະ ປົກປ້ອງປະເທດຊາດ

ວຽກງານພັກ

ໃນວັນທີ 17 ກຸມພາ 2023 ທີ່ຜ່ານມາ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ ໄດ້ເນັ້ນຫຼາຍບັນຫາທີ່ສຳຄັນ ຕໍ່ກອງປະຊຸມສະຫຼຸບການຈັັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ທິດທາງແຜນປະຈຳປີ 2023 ຂອງຂະແໜງພາຍໃນ.

ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ກໍໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານ ຍ້ອງຍໍຊົມເຊີຍຕໍ່ຂະແໜງພາຍໃນ ທີ່ສາມາດປະຕິບັດໜ້າທີ່ສຳເລັດໄດ້ ໃນໄລຍະ 1 ປີ ຜ່ານມາ. ທ່ານໄດ້ຊີໃຫ້ຂະແໜງພາຍໃນສືບຕໍ່ຫຼາຍບັນຫາສຳຄັນ ເປັນຕົ້ນເສີມຂະຫຍາຍບົດບາດນຳພາຢ່າງຮອບດ້ານຂອງຄະນະພັກ ຕໍ່ການຈັດຕັ້ງປະຕິບັດທິດທາງແຜນການທີ່ວາງອອກ. ການຈັດຕັ້ງພັກທຸກຂັ້ນຕ້ອງເອົາໃຈໃສ່ ກໍ່ສ້າງຕົນເອງທັງສອງດ້ານ ກໍ່ສ້າງພັກໃຫ້ປອດໃສແຂງແຮງ ຍົກສູງຄວາມອົງອາດສາມາດນຳພາ ແລະ ລັກສະນະອົງອາດຂອງພັກ ຄະນະພັກຕ້ອງອອກແຮງກໍ່ສ້າງຂອງພັກທັງ 4 ດ້ານ.

ວຽກງານພັກ

ການເມືອງແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາຕ້ອງ ຍົກສູງຄວາມສາມາດນຳພາ ກ້າຫານ ກ້າທຳ ແລະ ກ້າປົກປ້ອງປະເທດຊາດ. ເພີ່ມທະວີຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຕິດຕາມການປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການສ້າງແຜນຊັບຊ້ອນ ຈັດວາງບຸກຄະລາກອນໃນທົ່ວລະບົບການເມືອງ ຕາມທິດທາງກະທັດຮັດໂປ່ງໃສ ມີປະສິດທິພາບສູງ, ຫັນໄປສູ່ຄວາມທັນສະໄໝເທື່ອລະກ້າວ.

ສ້າງປັບປຸງຄຸ້ມຄອງ ແລະ ສັບຊ້ອນວາງແຜນ ຈັດສັນແຜນກຳນັດພະນັກງານສືບທອດແທນ ຕາມທິດທາງມີຂຶ້ນມີລົງ-ມີເຂົ້າມີອອກ. ເຄື່ອນຍ້າຍພະນັກງານຕາມຮຽກຮ້ອງຕ້ອງການຕົວຈິງຂອງໜ້າທີ່ວຽກງານ ໃນແຕ່ລະໄລຍະ. ເອົາໃຈໃສ່ໃນການຄົ້ນຄວ້ານິຕິກຳທີ່ກ່ຽວຂ້ອງກັບການຫັ່ນຫົວໜ້ວຍວິສາການໃຫ້ຄຸ້ມຕົນເອງ ທາງດ້ານງົບປະມານ ໃຫ້ສຳເລັດໂດຍໄວ ສືບຕໍ່ຄົ້ນຄວ້າຫັນພະນັກງານລັດຖະກອນ ໄປເປັນພະລະກອນໃນເຂດແຂວງ.

ວຽກງານພັກ

ຂອບໃຈຂໍ້ມູນຈາກ:

https://bit.ly/3YIbESh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/