ອັນດັບ 1 ຂອງອາຊຽນ! ໄຊຍະເດດ ສິດທິລາດ ຊະນະການປະກວດຖ່າຍພາບລະດັບອາຊຽນ


ໄຊຍະເດດ ສິດທິລາດ ຜູ້ຊຳນານດ້ານການຖ່າຍພາບ ມີສີມືໃນການຖ່າຍພາບທີ່ມີເອກະລັກສະເພາະຕົວ, ຫຼ້າສຸດ ເປັນໜຶ່ງໃນ 2.000 ຄົນ ໃນບັນດາປະເທດອາຊຽນ ທີ່ຊະນະອັນດັບ 1 ໃນການປະກວດການຖ່າຍພາບ ງານ Echoing ASEAN Photo Competition ໃນຫົວຂໍ້ ‘Beautiful ASEAN’ ຈັດໂດຍ: Seasia News ແລະ SEA Today News ແລະ ພາບດັ່ງກ່າວ ແມ່ນຈະໄດ້ເຂົ້າໄປນໍາໃຊ້ໃນກອງປະຊຸມສຸດຍອດອາຊຽນ ທີ່ປະເທດອິນໂດເນເຊຍ ໃນໄວໆນີ້.

ໄຊຍະເດດ ສິດທິລາດ ເຮັດອາຊີບເປັນ ຊ່າງພາບປະຈຳໂຄງການ (Photography/Videographer Consultant) ຜົນງານທີ່ຜ່ານມາມີ:

  • ຮາງວັນຮອງຊະນະເລີດປະກວດພາບຖ່າຍສິ່ງແວດລ້ອມ.
  • ຮາງວັນຊົມເຊີຍປະກວດພາບຖ່າຍກະສິກຳ SEARCA Photo Contest.
  • ຮາງວັນຊະນະເລີດຫົວຂໍ້ໄກ່ຕີ ສະຖານທູດຝຣັ່ງປະຈຳລາວ.

ຂໍ້ມູນຈາກ: https://bit.ly/3LCP73U

ສາມາດຕິດຕາມ ໄຊຍະເດດ ໄດ້ທີ່:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/