ອະນາຄົດຈະໄດ້ໃຊ້ເສັ້ນທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນແລ້ວ

ອະນາຄົດ

ໃກ້ຄວາມເປັນຈິງທີ່ປະຊາຊົນລໍຄອຍ ກັບການພັດທະນາເສັ້ນທາງ ແຕ່ນະຄອນຫຼວງວຽງຈັນ ຫາ ແຂວງຫົວພັນ, ເຊິ່ງການສຶກສາຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະຄື: ໄລຍະທີ 1 ແຕ່ຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ເມືອງອະນຸວົງ ແຂວງໄຊສົມບູນ; ໄລຍະ 2 ແຕ່ເມືອງອານຸວົງ ແຂວງໄຊສົມບູນ ຫາ ເມືອງແປກ ແຂວງຊຽງຂວາງ ແລະ ໄລຍະທີ 3 ແຕ່ເມືອງແປກ ແຂວງຊຽງຂວາງ ຫາ ຫົວເມືອງ ແຂວງຫົວພັນ.

ຫຼ້າສຸດ ໃນວັນທີ 4 ເມສາ 2022 ທີ່ຜ່ານມາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ, ອອກແບບ ແລະ ກໍ່ສ້າງເສັ້ນທາງດ່ວນ ແລວທາງຕັດໃໝ່ ໃນ 3 ໄລຍະ ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ແລະ ບໍລິສັດ BIG BROTHER 456 COMPANY LIMITED.

ອະນາຄົດ

ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ງາມປະສົມ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມນີ້ຍັງມີຮອງເຈົ້າແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ, ຕາງໜ້າບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອະນາຄົດ

ໂດຍການເປັນສັກຂີພະຍານຂອງທ່ານ ກອງຄຳ ໝໍລະພູມ ຫົວໜ້າພະແນກກົມແຜນການ ແລະ ການຮ່ວມມື ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊສົມບູນ, ທ່ານ ສົມບັດ ຊົງວິໄລ ຮັກສາການຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ, ທ່ານ ຄອນທອງ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຫົວພັນ ກັບ ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ, ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED, ທ່ານ ອານຸສັກ ທຳມະວົງ ປະທານບໍລິສັດ ເມືອງຫຼວງຈະເລີນກໍ່ສ້າງປູກຝັງ ແລະ ລ້ຽງສັດ.

ທ່ານ ນາງ ນັນທະໄລ ໄຊເສນາ ປະທານ ບໍລິສັດ ນານາຊິນ ຈຳກັດຜູ້ດຽວ ກ່າວບາງຕອນວ່າ: ການກໍ່ສ້າງໂຄງການດັ່ງກ່າວແມ່ນຈະໃຊ້ທຶນຮອນຂອງບໍລິສັດເຮົາເອງ ໂດຍຮ່ວມກັບ ບໍລິສັດ BIG BROTHER 456 COMPANY LIMITED ໃນຮູບແບບ BOT ເຊິ່ງມີໄລຍະສຳປະທານ 50 ປີ, ພວກເຮົາສັນຍາວ່າຈະເຮັດໃຫ້ເປັນໂຄງການທີ່ໄດ້ຄຸນະພາບ, ປັດຈຸບັນກຳລັງສຶກສາອອກແບບໂຄງການຢູ່ ແລະ ຈະມີໄລຍະການກໍ່ສ້າງ 5 ປີ ແຕ່ພວກເຮົາຈະໃຫ້ຫຼາຍບໍລິສັດເຂົ້າໄປຮັບເໝົາກໍ່ສ້າງ ເພື່ອເຊື່ອມຕໍ່ກັນໄວ ແລະ ໃຫ້ສຳເລັດໄວ. ຫາກໂຄງການນີ້ສຳເລັດກໍຈະອຳນວຍຄວາມສະດວກແກ່ການຄົມມະນາຄົມຂົນສົ່ງໄດ້ດີ.

ອະນາຄົດ

ທ່ານ ນິຍົມ ຈັນທະຣະມົນຕີ ປະທານບໍລິສັດ BIG BROTHER 456 COMPANY LIMITED ໄດ້ກ່າວບາງຕອນວ່າ: ປະເທດລາວເປັນປະເທດໜຶ່ງໃນອາຊຽນ ທີ່ພວກເຮົາໃຫ້ຄວາມສຳຄັນ ໃນການພັດທະນາ ແລະ ພວກເຮົາຈະສຸມໃສ່ໃນການຈັດຕັ້ງປະຕິບັດໂຄງການນີ້ໃຫ້ໄດ້ຄຸນະພາບ ແລະ ຈະເຮັດໃຫ້ສຳເລັດຕາມເວລາທີ່ກຳນົດໄວ້, ຫາກເສັ້ນທາງນີ້ສຳເລັດກໍຈະຊ່ວຍພັດທະນາຫຼາຍຂະແໜງການຢູ່ບັນດາແຂວງທາງຜ່ານ ລວມເຖິງແຂວງຫົວພັນອີກດ້ວຍ.

ຂອບໃຈຂໍ້ມູນຈາກ: https://bit.ly/3u9fgA3

ຂອບໃຈຮູບພາບຈາກ: https://bit.ly/3DDQ8V4

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/