ອອສເຕເລຍ ປະສົບບັນຫາຂາດແຮງງານຈົນຕ້ອງແຈກ Visa ຟຣີ


ເມື່ອວັນທີ 8 ກຸມພາທີ່ຜ່ານມານີ້ ມີລາຍງານອອກມາວ່າ ປະເທດອອສເຕເລຍກຽມຕົວຈະເປີດປະເທດຮັບນັກທ່ອງທ່ຽວ ແລະ ຜູ້ທີ່ຢາກມາສຶກສາຮຽນຕໍ່ ໂດຍຈະເລີ່ມໃນວັນທີ 21 ເດືອນ ກຸມພານີ້ ເຊິ່ງຈະເປັນການເປີດປະເທດຄັ້ງທຳອິດໃນຮອບ 2 ປີ. ການເປີດປະເທດຄັ້ງນີ້ບໍ່ພຽງແຕ່ຈະກະຕຸ້ນເສດຖະກິດເທົ່ານັ້ນ ແຕ່ຍັງເປັນການແກ້ໄຂບັນຫາດ້ານການຂາດແຮງງານ ໃນອຸດສາຫະກຳການບໍລິການ ແລະ ກະສິກຳອີກດ້ວຍ.

ຈາກຖະແຫຼງການທາງອອສເຕເລຍຈະໄດ້ມີການຍົກເວັ້ນຄ່າ Visa ຊົ່ວຄາວສຳລັບນັກຮຽນຕ່າງຊາດ ແລະ ນັກເດີນທາງທີ່ມາທ່ອງທ່ຽວ ພ້ອມເຮັດວຽກໄປພ້ອມໆກັນ ຫຼື ວ່າ Working and Holiday Makers (WHMS) ທີ່ໄດ້ຮັບການສັກວັກຊີນຄົບເຂັມ. ໂດຍຄ່າ VISA ສຳລັບນັກຮຽນມູນຄ່າ 630 AUD ຈະຖືກຍົກເວັ້ນເປັນເວລາ 8 ອາທິດ. ສຳລັບ VISA ແບບ WHMS ມູນຄ່າ 495 AUD ຈະຖືກຍົກເວັ້ນເປັນເວລາ 12 ອາທິດ ໂດຍເລີ່ມນັບຕັ້ງແຕ່ວັນທີ 19 ກຸມພານີ້ໄປ. ນອກຈາກນີ້ຄົນທີ່ຖື VISA WHMS ຢູ່ແລ້ວ ຖ້າເຂົ້າມາໃນອອສເຕເລຍພາຍໃນວັນທີ່ກຳນົດ ຈະໄດ້ຮັບການຊົດເຊີຍຄ່າ VISA ຄືນແບບເຕັມຈຳນວນ.

ທັງໝົດນີ້ກໍເກີດຈາກສະພາບການລະບາດຂອງໂຄວິດ-19 ທີ່ຜ່ານມາ ເຮັດໃຫ້ອອສເຕເລຍພົບກັບບັນຫາຂາດແຮງງານຢ່າງໜັກ, ໂດຍນາຍົກລັດຖະມົນຕີຂອງອອສເຕເລຍໄດ້ກ່າວວ່າ: “ການປ່ຽນແປງໃນສ່ວນຂອງການຍົກເວັ້ນຄ່າ VISA ຄັ້ງນີ້ ຈະສາມາດຊ່ວຍແກ້ບັນຫາດ້ານການຂາດແຮງງານຢ່າງຕໍ່ເນື່ອງໄດ້ຫຼາຍ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/