ຈະຮູ້ໄດ້ແນວໃດວ່າຜູ້ຊາຍຮັກເຮົາ? ໃນເມື່ອເຂົາເຈົ້າບໍ່ມັກສະແດງອອກໃຫ້ຮູ້ວ່າຮັກ


ເຊື່ອວ່າບາງຄັ້ງຜູ້ຍິງຫຼາຍໆຄົນກໍອາດຈະຮູ້ສຶກອຶດອັດເມື່ອຜູ້ຊາຍຂອງເຮົາບໍ່ມັກສະແດງອອກເຖິງຄວາມຮັກໃຫ້ເຫັນ ເຖິງວ່າໃນບາງກໍລະນີຈະຕົກລົງເປັນແຟນກັນແລ້ວກໍຕາມ ເຊິ່ງກໍອາດຈະເຮັດໃຫ້ຝ່າຍຍິງຮູ້ສຶກບໍ່ໝັ້ນໃຈ ຫຼື ສັບສົນວ່າຄວາມຈິງແລ້ວ ຜູ້ຊາຍຂອງເຮົາຍັງຮັກເຮົາແທ້ຢູ່ຫຼືບໍ່ ເພາະວ່າຕາມທຳມະຊາດຂອງຜູ້ຊາຍສ່ວນຫຼາຍ ບໍ່ມັກຈະສະແດງອອກວ່າຮັກ ແລະ ກໍບໍ່ມັກຈະເວົ້າເຖິງອີກ. ແຕ່ຫາກຜູ້ຍິງຄົນໃດຢາກຮູ້ກໍໃຫ້ລອງສັງເກດພຶດຕິກຳເຫຼົ່ານີ້ຂອງຜູ້ຊາຍເບິ່ງ ບາງເທື່ອມັນອາດຈະບອກຄຳຕອບໃຫ້ເຮົາກໍເປັນໄດ້ ເຊັ່ນ:

1.ຖ້າເຮົາຊວນໄປໃສມາໃສແລະເຂົາເຈົ້າຈະຕອບວ່າວ່າງທັນທີ ເຖິງວ່າຈະມີວຽກຢູ່ກໍຕາມ ນັ້ນກໍອາດຈະໝາຍຄວາມວ່າເຂົາເຈົາໃສ່ໃຈເຮົາ ບໍ່ຢາກພາດໂອກາດທີ່ຈະໄດ້ຢູ່ນຳເຮົາ ແຕ່ຜູ້ຊາຍປະເພດນີ້ຈະເປັນພວກຄົນຂີ້ອາຍບໍ່ຄ່ອຍຈະກ້າເອີ່ຍຄໍາຊວນຜູ້ຍິງໄປໃສມາໃສພໍເທົ່າໃດ ຈົນບາງຄັ້ງອາດຈະຄ້າຍຄືເປັນຄົນທີ່ບໍ່ຄ່ອຍໝັ້ນໃຈໃນຕົວເອງ.

2. ທຸກຄັ້ງເວລາທີ່ລົມໂທລະສັບກ່ອນຈົບບົດສົນທະນາໃຫ້ເຈົ້າລອງເວົ້າວ່າ “ຄິດຮອດເດີ້” ຫຼືໃນເວລາກາງຄືນອາດຈະເວົ້າວ່າ “ຝັນດີເດີ້” ຖ້າເຂົາຄົນນັ້ນມັກເຈົ້າຕ້ອງມີຈັກມື້ທີ່ເຂົາຈະເປັນຝ່າຍຄິດຮອດເຮົາ ເພາະຄ້າຍຄືວ່າທຸກຄັ້ງທີ່ເຂົາເຈົ້າໄດ້ຍິນເຈົ້າເວົ້າແລ້ວຈະຮູ້ສຶກດີ ແລະ ຖ້າເຂົາມັກຫຼືຮັກເຈົ້າແທ້ ເຖິງວ່າເຂົາຈະເປັນຄົນທີ່ບໍ່ຄ່ອຍສະແດງອອກ ຫຼື ເປັນຄົນເວົ້າເກັ່ງກໍຕາມ ເຂົາເຈົ້າກໍຕ້ອງຢາກໃຫ້ເຈົ້າຮູ້ສຶກດີຄືກັນກັບເຂົາເຊັ່ນດຽວກັນ ເພາະວ່າຖ້າເຂົາຄົນນັ້ນຮັກເຈົ້າແລ້ວຕ້ອງມີຄວາມຮູ້ສຶກຢ້ານທີ່ຈະຕ້ອງສູນເສຍເຈົ້າໄປ.

3. ລອງຢູ່ງຽບໆ ຫາຍໄປຈັກສອງ-ສາມມື້ ເພາະຖ້າເຂົາຮັກເຮົາແທ້ຖ້າເຮົາມິດໄປຫຼາຍມື້ ຈັ່ງໃດເຂົາກໍຕ້ອງທັກຫຼືໂທມາຫາວ່າ ຫາຍໄປໃສ ຫຼື ສະແດງຄວາມເປັນຫ່ວງເຈົ້າ.

4. ເວລາຢູ່ນຳກັນບໍ່ວ່າຈະໄປທ່ຽວ, ອອກເດດ ຫຼື ໄປກິນເຂົ້າ ເຂົາເຈົ້າຈະໝັ່ນສັງເກດອາການຂອງເຈົ້າຢູ່ຕະຫຼອດເວລາ ເຊິ່ງແບບນີ້ແມ່ນການສະແດງຄວາມເປັນຫວ່ງຢ່າງໜຶ່ງຂອງຜູ້ຊາຍທີ່ບໍ່ຄ່ອຍສະແດງອອກ ຫຼືບໍ່ມັກເວົ້າ ແຕ່ຈະໃຊ້ສາຍຕາແນມເວລາເຈົ້າຍ່າງຫຼືເວລາກິນເຂົ້າ ເພື່ອວ່າຈະມີຫຍັງທີ່ເຂົາເຈົ້າຈະຊ່ວຍໄດ້.

5. ເຂົາເຈົ້າຈະມີຄວາມກະຕືລືລົ້ນທຸກຄັ້ງ ເມື່ອເຈົ້າຮ້ອງຂໍຄວາມຊ່ວຍເຫຼືອ ບໍ່ວ່າຈະເປັນເລື່ອງຫຍັງກໍແລ້ວແຕ່ ແລະຈະເປັນທີ່ປຶກສາໃຫ້ເຈົ້າເວລາເຈົ້າມີບັນຫາຫຍັງ ເຖິງຈະບໍ່ຄ່ອຍເວົ້າ ແຕ່ກໍຈະເປັນຜູ້ຮັບຟັງທີ່ດີ.

ຖ້າສາວໆ ຄົນໃດມີແຟນທີ່ເປັນແບບນີ້ ກໍຢ່າຟ້າວສະຫຼຸບຫຼືຄິດໄປເອງວ່າເຂົາຄົນນັ້ນບໍ່ຮັກເຮົາ ບາງເທື່ອແຟນຂອງເຈົ້າອາດຈະບໍ່ເກັ່ງດ້ານການສະແດງອອກທາງຄວາມຮັກ ຫຼື ການເວົ້າ ແຕ່ລາວອາດຮັກເຮົາກວ່າບາງຄົນທີ່ເວົ້າຫວານໆ ກໍເປັນໄດ້.

ເຖິງວ່າຜູ້ຊາຍທີ່ບໍ່ມັກສະແດງອອກ ບໍ່ມັກເວົ້າໃນສະໄໝນີ້ອາດຈະມີໜ້ອຍລົງ ແຕ່ກໍຍັງມີໂອກາດໄດ້ພົບໄດ້ຢູ່ທົ່ວໄປ ແລະຖ້າເຈົ້າໄດ້ເປັນແຟນກັບຜູ້ຊາຍລັກສະນະນີ້ ຫຼາຍຄັ້ງອາດເຮັດໃຫ້ເຈົ້າບໍ່ຄ່ອຍໝັ້ນໃຈວ່າເຂົາເຈົ້າຮັກເຈົ້າຢູ່ຫຼືບໍ່ ແຕ່ກ່ອນຈະຕັດສິນໃຈແບບນັ້ນລອງສັງເກດລັກສະນະຕ່າງໆ ປະກອບນຳກໍດີ ແລ້ວເຈົ້າຈະຮູ້ວ່າເຂົາຮັກຫຼືບໍ່ຮັກກັນແທ້.

ທີ່ມາ: https://cutt.ly/4OJbBpY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/