ຫວຽດນາມສັ່ງປິດ ຮ້ານກາເຟ “ຖະໜົນລົດໄຟ” ຊື່ດັງຂອງຮ່າໂນ້ຍ ຍ້ອນເຫດຜົນດ້ານຄວາມປອດໄພ

ຮ້ານກາເຟ

Hanoi Train Street ຫຼືວ່າ ຮ້ານກາເຟ ແລະ ທຸລະກິດຕ່າງໆ ຂ້າງທາງລົດໄຟ ຂອງນະຄອນຫຼວງ ຮ່າໂນ້ຍ ປະເທດຫວຽດນາມ ຖືວ່າແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງທີ່ສຸດຂອງຮ່າໂນ້ຍ ແລະ ເປັນທີ່ນິຍົມທັງຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ແຖມຍັງເປັນອີກໜຶ່ງສະຖານທີ່ ທີ່ມັກຈະຖືກເວົ້າເຖິງຢູ່ຕະຫຼອດໃນສື່ສັງຄົມອອນລາຍ.

ຮ້ານກາເຟ

ແຕ່ຫຼ້າສຸດ ລັດຖະບານຫວຽດນາມໄດ້ອອກມາປະກາດລະງັບການດຳເນີນທຸລະກິດທັງໝົດໃນບໍລິເວນສະຖານທີ່ທ່ອງທ່ຽວດັ່ງກ່າວ ຈາກສາເຫດເລື່ອງປອດໄພ ແລະ ບັນຫາການຈະລາຈອນຕິດຂັດ ຫຼັງມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວແລ້ວມານັ່ງຖ່າຍຮູບຢູ່ບໍລິເວນທາງລົດໄຟເປັນຈຳນວນຫຼາຍ.

ຮ້ານກາເຟ

ແຕ່ມາໃນປີ 2022 ນີ້ ເບິ່ງຄືວ່າທາງການຫວຽດນາມ ຈະເລີ່ມເອົາຈິງເອົາຈັງກັບເລື່ອງນີ້ຫຼາຍຂື້ນ ແລະ ຈະເລີ່ມປະຕິບັດ ໃນວັນທີ 17 ກັນຍາ ເປັນຕົ້ນໄປ ໂດຍເຈົ້າຂອງຮ້ານກາເຟຂ້າງທາງລົດໄຟບາງເຈົ້າ ໄດ້ຖືກທາງການຫວຽດນາມຍົກເລີກໃບດຳເນີນທຸລະກິດໄປເປັນທີ່ຮຽບຮ້ອຍແລ້ວ. ນອກຈາກນີ້ ຍັງໄດ້ມີການຕິດຕັ້ງຮົ້ວກັນໄວ້ ເພື່ອບໍ່ໃຫ້ນັກ່ອງທ່ຽວ ແລະ ປະຊາຊົນ ເດີນທາງເຂົ້າໄປພື້ນທີ່ດັ່ງກ່າວໄດ້ສະດວກສະບາຍຄືກັບເມື່ອກ່ອນ.

ຮ້ານກາເຟ

ໂດຍການສັ່ງປິດຄັ້ງນີ້ກໍມີຫາງສຽງໄປໃນຫຼາຍແງ່ມຸມ ທັງດ້ານທີ່ສະໜັບສະໜູນໃຫ້ປິດ ແລະ ທັງດ້ານທີ່ຄັດຄ້ານ ໂດຍຕາມການລາຍງານຝ່າຍທີ່ຄັດຄ້ານ ສ່ວນຫຼາຍແມ່ນປະຊາຊົນທີ່ອາໄສຢູ່ບໍລິເວນນັ້ນ ທີ່ຕ້ອງອາໄສລາຍໄດ້ຈາກການເຂົ້າມາຂອງນັກທ່ອງທ່ຽວ.

ໂດຍໜຶ່ງໃນຜູ້ປະກອບການຮ້ານກາເຟຂ້າງທາງລົດໄຟກ່າວວ່າ: “ມັນໜ້າເສຍດາຍ ແລະ ໜ້າຈະດີກວ່ານີ້ ຖ້າຫາກວ່າ ທາງລັດຖະບານຈະຮ່ວມມືກັບຄົນໃນຊຸມຊົນ ພັດທະນາໃຫ້ມັນກາຍເປັນສະຖານທີ່ທ່ອງທ່ຽວທີ່ຍືນຍົງ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply