ສູນນະວັດຕະກຳຊໍາຊຸງ ເລີ່ມດຳເນີນການໃນລາວພາຍໃຕ້ການຮ່ວມມືກັບ ມະຫາວິທະຍາໄລແຫ່ງຊາດ

ສູນນະວັດຕະກຳຊໍາຊຸງ

ຊຳຊຸງ ເປີດຕົວ “ສູນນະວັດຕະກຳ” ຫຼື “Samsung Innovation Campus” ທີ່ຄະນະວິທະຍາສາດທຳມະຊາດ ມະຫາວິທະຍາໄລແຫ່ງຊາດ ແຫ່ງທຳອິດ, ໂດຍແມ່ນໜຶ່ງໃນໂຄງການເພື່ອສັງຄົມທີ່ຖືກຈັດຂຶ້ນທົ່ວໂລກທັງໃນອາເມຣິກາ, ຢູໂຣບ ແລະ ເອເຊຍ, ລວມເຖິງ ສປປ ລາວ ເພື່ອເສີມຂະຫຍາຍຄວາມຮູ້ກ່ຽວກັບນະວັດຕະກຳເທັກໂນໂລຢີໃຫ້ຊາວໜຸ່ມລາວ. ການລິເລີ່ມໂຄງການດັ່ງກ່າວແມ່ນເປັນສັກຂີພະຍານໂດຍທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ປະທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌ ໃນລະຫວ່າງພິທີເຊັນບົດບັນທຶກຂໍ້ຕົກລົງ ທີ່ມະຫາວິທະຍາໄລແຫ່ງຊາດ, ສປປ ລາວ.

ສູນນະວັດຕະກຳຊໍາຊຸງ

ທ່ານ Seunghee Park, ປະທານ ດ້ານການພົວພັນອົງກອນ ຂອງ ຊຳຊຸງ ອີເລັກໂທຣນິກສ໌ ໄດ້ກ່າວວ່າ: ໃນປີ 2023 ນີ້, ພວກເຮົາກໍາລັງເປີດຕົວໂຄງການ “ສູນນະວັດຕະກຳຊໍາຊຸງ” ຫຼື ”Samsung Innovation Campus” ແຫ່ງທໍາອິດ, ໂດຍມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ນັກຮຽນໃນຂອບເຂດທົ່ວປະເທດ ໃຫ້ທັກສະທີ່ສາມາດນຳໃຊ້ໄດ້ໃນຕົວຈິງ ແລະ ມີຄວາມເຂົ້າໃຈກ່ຽວກັບເທັກໂນໂລຢີລຮຸ່ນໃໝ່ທີ່ຈະຊ່ວຍສົ່ງເສີມອະນາຄົດຂອງພວກເຂົາ. ພວກເຮົາມີການຮ່ວມມືກັບ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ເພື່ອສ້າງສູນດັ່ງກ່າວຂຶ້ນ, ພ້ອມດ້ວຍພື້ນຖານໂຄງລ່າງ, ເຄື່ອງມື, ເຟີນິເຈີ, ການດຳເນີນການ, ລວມໄປເຖິງການພັດທະນາຫຼັກສູດສໍາລັບນັກສຶກສາ ເພື່ອໃຫ້ແນ່ໃຈວ່າ ໂຄງການນີ້ຈະສາມາດເສີມສ້າງຄວາມຮູ້ ແລະ ຄວາມເຂົ້າໃຈທາງດ້ານດິຈິຕອລຂອງຊາວໜຸ່ມລາວ, ສົ່ງເສີມຄົນຮຸ່ນຕໍ່ໆໄປເພື່ອການພັດທະນາຂອງ ສປປ ລາວ. ພິທີເຊັນບົດບັນທຶກຂໍ້ຕົກລົງລະຫວ່າງຄະນະວິທະຍາສາດທຳມະຊາດ ກັບ ບໍລິສັດ ຊໍາຊຸງ ມື້ນີ້ ແມ່ນເປັນຂີດໝາຍໃນການລິເລີ່ມໂຄງການດັ່ງກ່າວຢ່າງເປັນທາງການ. ພວກເຮົາຂໍຂອບໃຈກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລແຫ່ງຊາດລາວ ທີ່ໃຫ້ການສະໜັບສະໜູນທຸກຢ່າງເພື່ອເຮັດໃຫ້ໂຄງການນີ້ເກີດຂຶ້ນໄດ້ຢ່າງລາບລື່ນ ແລະ ປະສົບຜົນສຳເລັດ.

ສູນນະວັດຕະກຳຊໍາຊຸງ

ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ, ທ່ານ Yung Soo Jung ໄດ້ເນັ້ນໜັກເຖິງ ຄວາມສໍາພັນລະຫວ່າງ ສ.ເກົາຫຼີ ແລະ ສປປ ລາວ ແມ່ນນັບມື້ນັບມີຄວາມເຂັ້ມແຂງໃນທຸກໆຂະແໜງການ. “ຂ້າພະເຈົ້າ ມີຄວາມຕື່ນເຕັ້ນ ແລະ ຍິນດີຫຼາຍຕໍ່ກັບງານໃນຄັ້ງນີ້. ປະເທດລາວ, ຖືປະເທດທີ່ມີປະຊາກອນໜຸ່ມທີ່ສຸດໃນເອເຊຍຕາເວັນອອກສຽງໃຕ້ ແລະ ເຕັມໄປດ້ວຍທ່າແຮງດ້ານນະວັດຕະກຳ. ດັ່ງນັ້ນ, ພວກເຮົາສາມາດເວົ້າໄດ້ວ່າ ມັນມີຄວາມເປັນໄປໄດ້ສຳລັບແນວຄວາມຄິດແບບໃໝ່ໆ. ໃນປະເທດລາວ, Samsung ກໍາລັງວາງແຜນທີ່ຈະສະໜອງຫຼັກສູດກ່ຽວກັບການຂຽນລະຫັດ ແລະ ການຂຽນໂປຼແກຼມໃຫ້ແກ່ນັກສຶກສາ 30 ຄົນຂອງມະຫາວິທະຍາໄລແຫ່ງຊາດໃນປີ 2023 ນີ້. ໂດຍການຖ່າຍທອດຄວາມຮູ້ ແລະ ປະສົບການກ່ຽວກັບ ITC, ຊໍາຊຸງ ມຸ່ງຫວັງທີ່ຈະເປັນສ່ວນໜຶ່ງທີ່ສຳຄັນໃນການສ້າງຜູ້ຊຽວຊານດ້ານໄອທີຊາວລາວ. ຂ້າພະເຈົ້າຫວັງວ່າໃນອະນາຄົດອັນໃກ້ນີ້, ຜູ້ຊ່ຽວຊານໄວໜຸ່ມນ້ອຍ ຂອງ ສ.ເກົາຫຼີ ແລະ ສປປ ລາວ, ຈະສາມັກຄີກັນນຳເອົາການປ່ຽນແປງໃນທາງທີ່ດີມາສູ່ປະຊາຊົນລາວ.”

ສູນນະວັດຕະກຳຊໍາຊຸງ

ພະນະທ່ານ ຮສ ປອ ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ ສະແດງຄວາມຮູ້ບຸນຄຸນ ແລະ ຄວາມຍິນດີ ໃນການເປີດໂຄງການລະດັບຊາດ ເປັນຄັ້ງທໍາອິດ. “ຂ້າພະເຈົ້າຮູ້ສຶກເປັນກຽດແລະພູມໃຈ ທີ່ໄດ້ຮັບການເຊື້ອເຊີນຈາກ ມະຫາວິທະຍາໄລແຫ່ງຊາດ ແລະ ບໍລິສັດ ຊໍາຊຸງ ໃຫ້ໄດ້ເຂົ້າຮ່ວມພິທີເຊັນບົດບັນທຶກຂໍ້ຕົກລົງໃນການຮ່ວມມືສ້າງ ສູນນະວັດຕະກຳຊໍາຊຸງໃນຄັ້ງນີ້. ການສ້າງສູນດັ່ງກ່າວຖືເປັນການລິເລີ່ມ ແລະ ບາດກ້າວທີ່ສຳຄັນໃນການຖ່າຍທອດຄວາມຮູ້ຂັ້ນສູງຈາກປະສົບການຂອງຊໍາຊຸງໃຫ້ແກ່ນັກຮຽນນັກສຶກສາລາວເຮົາ, ເພື່ອໃຫ້ພວກເຂົາສາມາດເຂົ້າເຖິງຄວາມຮູ້ການນຳໃຊ້ຕົວຈິງ ແລະ ນຳໄປພັດທະນາເສັ້ນທາງສາຍອາຊີບຂອງພວກເຂົາໃນອະນາຄົດ.”

ສູນນະວັດຕະກຳຊໍາຊຸງ

ໃນລະຫວ່າງພິທີດັ່ງກ່າວ, ຊຳຊຸງ ຍັງໄດ້ກ່າວເຖິງທ່າແຮງ ແລະ ຄວາມເຂັ້ມແຂງຂອງ ເມືອງປູຊານ ໃນການເປັນເຈົ້າພາບຈັດງານ World Expo 2030 ພາຍໃຕ້ຄຳຂວັນ “Transforming Our World, Navigating towards a Better Future” ເຊັ່ນກັນ.

ບໍລິສັດ ຊຳຊຸງ ອີເລັກໂທຣນິກສ໌ ເປັນໜຶ່ງໃນຄະນະກໍາມະການ ໃນການຄັດເລືອກໃນງານ World Expo 2030 ທີ່ ປູຊານ, ສະໜັບສະໜູນ ສ. ເກົາຫຼີ ໃນການເປັນເຈົ້າພາບງານ World Expo 2030 ໃນຖານະພາກສ່ວນເອກະຊົນ. ເຊິ່ງງານໃນຄັ້ງນີ້ຈະມີບົດບາດສໍາຄັນໃນການເຮັດໃຫ້ຜູ້ຄົນສາມາດເຂົ້າເຖິງເທັກໂນໂລຢີ ແລະ ນະວັດຕະກໍາຊັ້ນນໍາຫຼາຍຍິ່ງຂຶ້ນ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/