ຫວຽດນາມ ຕັ້ງເປົ້າເປັນປະເທດອຸດສາຫະກໍາສະໄໝໃໝ່

ຫວຽດນາມ-ຕັ້ງເປົ້າ

ຫວຽດນາມໜຶ່ງໃນປະເທດອາຊຽນ ມີຄວາມທັນສະໄໝໃນຫຼາຍດ້ານ ໂດຍສະເພາະທາງດ້ານເສດຖະກິດອຸດສາຫະກຳ ທີ່ມີຄວາມກ້າວໜ້າຢູ່ຕະຫຼອດ. ຫວຽດນາມໄດ້ຕັ້ງເປົ້າເປັນປະເທດອຸດສາຫະກຳທັນສະໄໝ ເຊິ່ງຜ່ານມານັບໄດ້ວ່າເປັນປະເທດທີ່ມີຄວາມສາມາດໃນການແຂ່ງຂັນທາງດ້ານອຸດສາຫະກຳ ແລະ ມີມູນຄ່າເພີ່ມທາງອຸດສາຫະກຳທີ່ສູງ.

ປີ 2030 ຫວຽດນາມໄດ້ຕັ້ງເປົ້າໄວ້ໃນແຜນແມ່ບົດການປັບໂຄງສ້າງພາກອຸດສາຫະກຳ ແລະ ການຄ້າ ທີ່ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ. ຈາກແຜນແມ່ບົດຫວຽດນາມຄາດວ່າຈະມີການຈະເລີນເຕີບໂຕສະເລ່ຍຂອງມູນຄ່າເພີ່ມທາງດ້ານອຸດສາຫະກຳຢູ່ທີ່ 8,5% ໃນແຕ່ລະປີ ໂດຍອຸດສາຫະກຳການຜະລິດ ແລະ ການແປຮູບຈະມີປະມານ 30% ຂອງ GDP ພາຍໃນປີ 2030 ໃນຂະນະທີ່ ການຈະເລີນເຕີບໂຕຂອງການສົ່ງອອກແຕ່ລະປີຕັ້ງເປົ້າໄວ້ທີ່ 6-8% ແລະ ຍອດຂາຍຈະເພີ່ມຂຶ້ນ 13-13,5% ຕໍ່ປີ.

ຫວຽດນາມ-ຕັ້ງເປົ້າ

ນອກຈາກນີ້ ຫວຽດນາມຍັງມີເປົ້າໝາຍທີ່ຈະບັນລຸການເຕີບໂຕຂອງຜົນຜະລິດໃນສະຖານປະກອບການອຸດສາຫະກຳປະຈຳປີທີ່ 7.5% ແລະ ມີດັດຊະນີການຜະລິດພາກອຸດສາຫະກຳ (IIP) ເພີ່ມຂຶ້ນ 8,5-9% ຕໍ່ປີ. ພ້ອມທັງຍັງກໍານົດເປົ້າໝາຍການປັບໂຄງສ້າງພາກອຸດສາຫະກຳ ແລະ ພະລັງງານ ຕະຫຼອດຈົນຮອດຕະຫຼາດພາຍໃນປະເທດ.

ຫວຽດນາມ-ຕັ້ງເປົ້າ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/