ສຸດເສົ້າ! ນັກກິລາບານເຕະ ອັບການິສຖານ ຕົກຈາກເຮືອບິນ ໃນຂະນະທີ່ກຳລັງລີ້ໄພ ຈົນເຖິງແກ່ຊີວິດ


ຈາກເຫດການບ້ານເມືອງທີ່ກຳລັງເກີດຄວາມບໍ່ສະຫງົບ ທີ່ຫຼາຍຄົນກໍຄົງຕິດຕາມກັນຂ່າວນີ້ກັນຢູ່ ແລະ ທີ່ສຳຄັນບໍ່ວ່າໃຜທີ່ຮັບຮູ້ຂ່າວອັບການິສຖານໃນຕອນນີ້ ຕ່າງກໍພາກັນເຫັນໃຈ ແລະ ເສຍໃຈກັບເຫດການບ້ານເມືອງທີ່ກຳລັງເກີດຂຶ້ນ.

ໃນວັນທີ 16 ສິງຫາ 2021 ທີ່ຜ່ານມາ ປະຊາຊົນຊາວອັບການິສຖານຈຳນວນຫຼວງຫຼາຍໄດ້ອົບພະຍົບໄປທີ່ປອດໄພ ເພື່ອລີ້ໄພ. ໃນກໍລະນີໜີໄພມີຫຼາຍຄົນທີ່ໂດດຂຶ້ນໄປຍັງເຮືອບິນ C-17 ເພື່ອເອົາຕົວລອດ ໃນຂະນະທີ່ກອດຕິດລໍ້ຂອງເຮືອບິນຢູ່ນັ້ນ ມີເດັກຊາຍຄົນໜຶ່ງຊື່ Zaki Anwari ເຊິ່ງເປັນນັກກິລາບານເຕະຮຸ່ນອາຍຸ 19 ປີ ໄດ້ຕິດລໍ້ໄປກັບເຮືອບິນທີ່ກຳລັງຂຶ້ນສູງ.

ລະຫວ່າງທີ່ເຮືອບິນໄດ້ບິນຂຶ້ນສູງ ເດັກຜູ້ຊາຍຄົນດັ່ງກ່າວໄດ້ຕົກລົງມາຈາກເຮືອບິນລົງສູ່ພື້ນດິນ ຈົນເຮັດໃຫ້ເສຍຊີວິດໃນເວລາດຽວກັນ, ເປັນເລື່ອງທີ່ໜ້າເສົ້າເສຍໃຈ ທີ່ນັກກິລາຕົວນ້ອຍໆ, ມີຜົນງານ ແລະ ຄວາມສາມາດ ຕ້ອງເສຍຊີວິດລົງ.

ຈາກເດັກຜູ້ຊາຍຄົນໜຶ່ງທີ່ກຳລັງກ້າວເຂົ້າສູ່ໄວໜຸ່ມຢ່າງເຕັມຕົວ ມີຄວາມຮັກໃນວົງການກິລາຢູ່ສະເໝີ, ມີຄວາມຝັນທີ່ຢາກເປັນນັກກິລາທີ່ກ້າວໄກໄປຂ້າງໜ້າ ສູ່ການພັດທະນາໃຫ້ດີຂຶ້ນ ແຕ່ເຫດການບ້ານເມືອງທີ່ບໍ່ສະຫງົບ ຈຶ່ງຕ້ອງເອົາຕົວລອດໃນແຕ່ລະມື້. ແລະເມື່ອກາຍມາເປັນແບບນີ້ ຕໍ່ໄປນີ້ຄວາມຝັນໃນການເຕະບານກໍຄົງສານຕໍ່ໄປອີກບໍ່ໄດ້ແລ້ວ, ໜ້າເສຍດາຍທີ່ຕ້ອງໄດ້ເສຍຊີວິດໃນເຫດການທີ່ບໍ່ຄາດຄິດຄືດັ່ງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/