ສາເຫດທີ່ແຟນບານ Manchester United ກັບ Liverpool ບາງກຸ່ມບໍ່ຖືກກັນ


ເວລາມີການແຂ່ງຂັນບານເຕະທີມສະໂມສອນແມນຢູ ກັບ ສະໂມສອນລີເວີພູ ແຟນບານບາງກຸ່ມ ແຕ່ລະຄັ້ງຈະຕ້ອງໃຊ້ວາຈາທີ່ບໍ່ໜ້າຟັງໃສ່ກັນ, ຜິດຖຽງກັນບາງຄັ້ງຈົນເກີດເປັນເລື່ອງໃຫຍ່ເລີຍກໍວ່າໄດ້.

ສາເຫດທີ່ພາໃຫ້ທັງສອງທີມ ລວມທັງແຟນບານບາງກຸ່ມ ບໍ່ຄ່ອຍຖືກກັນນັ້ນ ຕັ້ງແຕ່ສະໄໝກ່ອນທັງສອງທີມ ຍັງບໍ່ທັນມີການກໍ່ຕັ້ງສະໂມສອນບານເຕະ ເມືອງເຊສເຕີ ເປັນເມືອງທີ່ມີອຸດສາຫະກໍາທີ່ຈະເລີນຮຸ່ງເຮືອງໃນຫຼາຍໆດ້ານ ໂດຍສະເພາະຈະຜະລິດຝ້າຍດິບ ແຕ່ບໍ່ມີການຄົມມະນາຄົມຂົນສົ່ງທາງນໍ້າ ຈຶ່ງໄດ້ຂໍຜ່ານທາງນໍາເມືອງ ລິເວີພູ, ສ່ວນເມືອງລິເວີພູ ເປັນເມືອງທີ່ມີທ່າເຮືອທີ່ສາມາດທ້ອນໂຮມເງິນໄດ້ເປັນຈໍານວນຫຼວງຫຼາຍ ເຊິ່ງຈະເຊື່ອມຄວາມສໍາພັນໃນເກາະອັງກິດກັບດິນແດນຕາເວັນຕົກສຽງເໜືອຂອງເກາະ ໄປປະເທດອາເມຣິກາ.

ໃນປີ 1870 ເສດຖະກິດກໍາລັງຕົກຕໍ່າ ຄົນທັງຫຼາຍຈຶ່ງພາກັນກະຕືລືລົ້ນເອົາຕົວໃຫ້ລອດ ແຕ່ເມືອງເຊສເຕີ ຄິດວ່າເມືອງລີເວີພູ ຈະເກັບຄ່າຜ່ານທາງສົ່ງສິນຄ້າແພງ ຈົນເຮັດໃຫ້ທາງເມືອງຕົນມີຄວາມເດືອດຮ້ອນ, ເມື່ອຄິດວ່າຈະເປັນດັ່ງນັ້ນ ທາງເມືອງເຊສເຕີ ຈຶ່ງສ້າງທ່າເຮືອ ແລະ ຂຸດຄອງ ເຮັດໃຫ້ເມືອງແມນຢູມີລາຍໄດ້ ແຕ່ເມືອງລີເວີພູກັບຂາດລາຍໄດ້, ຄົນໃນເມືອງກໍຕົກງານ ຈຶ່ງເຮັດຊາວເມືອງລີເວີພູມີຄວາມຄຽດແຄ້ນ ແລະ ເມືອງແມນຢູກໍຄຽດແຄ້ນເຊັ່ນກັນ.

ເມື່ອມີການສ້າງຕັ້ງສະໂມສອນຂຶ້ນແລ້ວ ທັງສອງທີມໄດ້ແຂ່ງຂັນກັນຢ່າງດຸເດືອດ ໂດຍ Liverpool ຈະໄດ້ແຊ້ມລີກໃນປີ 1963-1964 ສ່ວນ Manchester United ໄດ້ແຊ້ມລີກໃນປີຕໍ່ມາ ໂດຍທັງສອງຈະສະຫຼັບປ່ຽນກັນໄດ້ແຊ້ມ.

ປີ 1968  Manchester United ໄດ້ແຊ້ມ ຢູໂຣປ້ຽນ ຄັບ, ສ່ວນ Liverpool ແມ່ນບໍ່ຍອມແພ້ເຊັ່ນກັນໄດ້ຄວ້າເອົາແຊ້ມ ຢູໂຣປ້ຽນ ຄັບ ໄດ້ເຖິງ 4 ຄັ້ງ, ພ້ອມທັງສາມາດເກັບລາງວັນ ດິວີຊັ່ນ 1 ເຖິງ 11 ສະໄໝ, ເຊິ່ງສ້າງຊື່ສຽງໃຫ້ກັບອັງກິດຢ່າງເຫັນໄດ້ຊັດ.

ສ່ວນແມນຢູ ບໍ່ໄດ້ແຊ້ມເຖິງ 26 ປີ, ຈົນ Sir Alex Ferguson ມາເປັນຜູ້ຈັດການທີມ ຈຶ່ງສາມາດເຮັດໃຫ້ແມນຢູກັບມາຍິ່ງໃຫຍ່ອີກຄັ້ງ ໃນປີ 1992-1993 ເປັນເວລາ 26 ປີໄດ້ແຊ້ມເຖິງ 20 ສະໄໝ, ເຊິ່ງຫຼາຍກວ່າລີເວີພູ ແລະ ໃນປີ 2004-2005 ສາມາດຄວ້າແຊ້ມຢູຟ່າ ແຊ້ມປ້ຽນລີກໄດ້.

ດ້ວຍເຫດການດັ່ງກ່າວ ແຟນບານບາງກຸ່ມຈຶ່ງບໍ່ຄ່ອຍພໍໃຈກັນເທົ່າໃດ ລວມທັງສອງທີມເປັນທີມທີ່ມີແຟນບານຫຼາຍທີ່ສຸດເລີຍກໍວ່າໄດ້ ທຸກຄັ້ງທີ່ມີການແຂ່ງຂັນທັງສອງທີມ ຈະມີແຟນບານມາຖ້າທີ່ໜ້າສະໜາມບານຢ່າງຄຶກຄື້ນ.

ຂອບໃຈຂໍ້ມູນຈາກ:

https://www.sanook.com/sport/170959/?fbclid=IwAR0V5HEPvP-v65K2ScSUu0QPlzgZMEUmQSiyafboak-b96Bg-tdxTtt61HY

https://sport.trueid.net/detail/BAD87Mbnm4E