ຕາມຮ່ອງຮອຍດ້ານປະຫວັດສາດ ຊົມສະຖາປັດຕະຍະກຳອັນເກົ່າແກ່ ທີ່ “ວັດຕາແຫຼວ” ເມືອງຈຳພອນ


ທີ່ບ້ານຕາແຫຼວ ເມືອງຈຳພອນ ແຂວງສະຫວັນນະເຂດ ຫ່າງອອກໄປຈາກເທດສະບານເມືອງພຽງແຕ່ 8 ກິໂລແມັດ ໄດ້ເປັນທີ່ຕັ້ງຂອງວັດເກົ່າແກ່ແຫ່ງໜຶ່ງອັນດັບຕົ້ນໆຂອງແຂວງສະຫວັນນະເຂດ ທີ່ມີອາຍຸຫຼາຍກວ່າ 100 ປີ ວັດແຫ່ງນີ້ມີຊື່ວ່າ “ວັດຕາແຫຼວ”

ຕາມການບອກເລົ່າກັນມາລະບຸວ່າ ໃນສະໄໝກ່ອນວັດແຫ່ງນີ້ໄດ້ຮັບການປົກປັກຮັກສາຈາກເຈົ້າອະທິການວັດຫຼາຍອົງ ຈົນຕົກມາຮອດສະຕະວັດທີ 20 ລະຫວ່າງປີ ຄ.ສ 1918 ໄດ້ມີພະອົງໜຶ່ງເປັນເຈົ້າອະທິການວັດຕາແຫຼວ ພະຄູຈຽງ (ຍາທ່ານຈຽງ ທິຄາຍຸໂກ) ໄດ້ນຳພາຍາດໂຍມພາຍໃນບ້ານຕາແຫຼວ ສ້າງກຸດຕິວິຫານ ແລະ ກໍ່ກຳແພງອ້ອມວັດ.

ຈາກນັ້ນ ມາໃນປີ 1969 ເຊິ່ງເປັນຊ່ວງໄລຍະສົງຄາມ ວັດເກົ່າບ້ານຕາແຫຼວ ໄດ້ຖືກລະເບີດ ແລະ ລູກສອນໄຟເຜົາທຳລາຍ ເຮືອນຊານບ້ານຊ່ອງຂອງປະຊາຊົນກໍຖືກໄຟໄໝ້ ເຮັດໃຫ້ປະຊາຊົນບ້ານຕາແຫຼວພ້ອມດ້ວຍພະສົງສຳມະເນນຂາດທີ່ຢູ່ອາໄສ ເຊິ່ງເຮັດໃຫ້ພວກເຂົາຕ້ອງປຸກເຮືອນນ້ອຍຫ້ອຍເຮືອນແຂວນຢູ່ຕາມທົ່ງນາໃຜມັນ ສ່ວນວັດວາອາຮາມທີ່ສວຍສົດງົດງາມນັ້ນ ກໍໄດ້ກາຍເປັນເຖົ່າຖ່ານ ແຕກສະຫຼັກຫັກພັງຢາຍຢູ່ຕາມເຂດວັດ ທີ່ເຫຼືອໄວ້ໃຫ້ເຫັນເປັນຮ່ອງຮອຍທາງດ້ານປະຫວັດສາດ.

ດ້ວຍເຫດນີ້ ອຳນາດການປົກຄອງທ້ອງຖິ່ນຈຶ່ງໄດ້ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບູລະນະບາງສ່ວນຂອງວັດດັ່ງກ່າວຂຶ້ນມາຄືນ.

ວັດແຫ່ງນີ້ເປັນວັດທີ່ມີຄວາມງົດງາມ ແລະ ເປັນວັດທີ່ມີຄວາມໂດດເດັ່ນ ບໍ່ຄືວັດອື່ນໆທົ່ວໄປທີ່ພົບເຫັນ ເນື່ອງຈາກມີລັກສະນະທີ່ພິເສດໃນການປະສົມປະສານກັນທາງດ້ານປະຕິມະກຳຂອງວັດສາສະໜາພຸດ ແລະ ຮູບຊົງດ້ານນອກສ່ວນກາງມີລັກສະນະຮູບຊົງຄ້າຍກັບໂບດຄາໂຕລິກ ເຊິ່ງດ້ານໃນເປັນເດີ່ນກວ້າງ ເປັນບ່ອນປະຕິບັດທຳຂອງພະສົງ ແລະ ເປັນບ່ອນປະດິດສະຖານຂອງພຣະພຸດທະຮູບຂະໜາດໃຫ່ຍປາງສະມາທິ, ຖືກຕົບແຕ່ງສີສັນລວດລາຍຕາມຝາ ດ້ວຍຮູບແຕ້ມທີ່ສະແດງເຖິງວິຖີຊີວິດຂອງພຣະພຸດທະເຈົ້າໃນເມື່ອກ່ອນ ເຊິ່ງສະແດງເຖິງປະຫວັດຂອງວັດແຫ່ງນີ້ເຊັ່ນດຽວກັນ.

ປັດຈຸບັນ ວັດຕາແຫຼວເກົ່າ ຍັງເຫຼືອພຽງແຕ່ຫໍແຈກ, ຊາກກຳແພງວັດ ແລະ ຮ່ອງຮອຍຂຸມລະເບີດ ແມ່ນໄດ້ຮັບການບູລະນະຮັກສາໄວ້ເພື່ອໃຫ້ເປັນທີ່ສັກກາລະບູຊາ ແລະ ຂາບໄຫວ້ຂອງປະຊາຊົນບ້ານຕາແຫຼວ ແລະ ນັກທ່ອງທ່ຽວຜູ້ມາຢ້ຽມຢາມ.

ເບິ່ງຮູບເພີ່ມຕື່ມໄດ້ທີ່: https://www.facebook.com/oapaythong/posts/959050364431870

ຂອບໃຈຂໍ້ມູນຈາກ:​ ປະຊາຊົນບ້ານຕາແຫຼວ, ຫ້ອງການບ້ານຕາແຫຼວ, Lao Economic Daily