ໂຄຕະ ມິອຸຣະ ຫຼື ສາຍາໃນວົງການນັກມວຍເອີ້ນວ່າ “King Jr” ເປັນນັກກິລາມວຍໜຸ່ມຫຼໍ່ໄຟແຮງຈາກດິນແດນປາດິບ ແລະເມື່ອຕົ້ນປີກໍເຄີຍເປັນກະແສມາແລ້ວເພາະນອກຈາກ ຮອຍຍິ້ມ ແລະ ຄວາມຫຼໍ່ທີ່ປຽບເໝືອນຟ້າປະທານແລ້ວ ສີມືການຊົກມວຍກໍບໍ່ທຳມະດາ ເພາະມີຮາງວັນແຊັ້ມຈາກເວທີຕ່າງໆ ເປັນຕົວກາຣັນຕີຄວາມສາມາດ ເຮັດໃຫ້ບັນດາ ສາວນ້ອຍ, ສາວໃຫຍ່ ຫຼົງຮັກໄປຫຼາຍຄົນເລີຍ.

ແລະຫຼ້າສຸດນີ້ ໂຄຕະ ມິອຸຣະ ກໍໄດ້ກາຍເປັນກະແສອີກຄັ້ງເພາະເມື່ອ 2-3 ມື້ທີ່ຜ່ານມາ ໂຄຕະ ໄດ້ເດີນທາງມາທີ່ປະເທດໄທເພື່ອຂຶ້ນຊົກ ກັບນັກມວຍໄທຊື່ດັງຢ່າງ ບົວຂາວ ບັນຊາເມກ ໃນລາຍການ KAT Presents Legend of Rajadamnern: Buakaw vs Kota ໂດຍຈະຈັດຂຶ້ນໃນວັນ 19 ສິງຫາ 2022 ນີ້ ທີ່ເວທີມວຍຣາຊະດໍາເນີນ ປະເທດໄທ.
ໃນສ່ວນສາເຫດທີ່ກາຍເປັນກະແສກໍຍ້ອນວ່າໜ້າຕາທີ່ຫຼໍ່ ພ້ອມກັບຮ່າງກາຍທີ່ມາກັບຫຸ່ນທີ່ແໜ້ນ ແລະ ຮອຍຍິ້ມກະຊາກໃຈ ເຮັດໃຫ້ແຟນຄລັບຊາວໄທອົດໃຈບໍ່ໄຫວທີ່ຈະແຊຣ໌ຮູບ ຫຼື ຂໍ້ມູນຕ່າງໆ ແລະພ້ອມກັນສົ່ງກໍາລັງໃຈຢ່າງລົ້ນເຫຼືອໃຫ້ກັບໂຄຕະໃນການແຂ່ງຄັ້ງນີ້.

ແລະເມື່ອໃນວັນທີ 16 ສິງຫາ ທີ່ຜ່ານມາ ທາງ Rajadamnern World Series ເຊິ່ງເປັນຜູ້ຈັດການແຂ່ງຂັນຄັ້ງນີ້ກໍໄດ້ເຜີຍຄລິບວິດີໂອສຳພາດ ໂຄຕະ ອອກມາໃຫ້ແຟນໆໄດ້ເບິ່ງ ເຊິ່ງໃນວິດີໂອດັ່ງກ່າວມີຕອນທີ່ມີຄໍາຖາມວ່າ ໂຄຕະມັກຜູ້ຍິງແບບໃດ?
ເຊິ່ງ ໂຄຕະ ກໍໄດ້ຕອບວ່າ “ຜູ້ຍິງຜົມຍາວ, ຮັກຄວາມສະອາດ ແລະ ມັກດູແລຕົນເອງ”
ພ້ອມກັບຝາກໃຫ້ທຸກຄົນສົ່ງກໍາລັງໃຈມາໃຫ້ຕົນໃນການແຂ່ງຂັນຄັ້ງນີ້.
ສຳລັບສາວໆ ຄົນໃດທີ່ມີເກນກົງຕາມສະເປັກຂອງໂຄຕະ ບໍ່ແນ່ວ່າໃນອະນາຄົດເຈົ້າອາດເປັນຜູ້ພິຊິດໃຈນັກມວຍໜຸ່ມຫຼໍ່ຄົນນີ້ກໍເປັນໄດ້.
ສຳລັບໃຜທີ່ຢາກຕິດຕາມການເຄື່ອນໄຫວຂອງໜຸ່ມ ໂຄຕະ ແນະນຳທີ່ IG : kota_miura_official
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment