ກ໊ອບ-ໄມຄ໌ ກັບມາລວມຕົວກັນເຮັດ Live-Action Fan Film “Naruto The Final Battle” ເພື່ອສານຕໍ່ຄວາມຝັນໃນໄວເດັກ


ກ໊ອບ ພິດຊະຍະ ນິທິໄພສານກຸນ ແລະ ໄມຄ໌ ພິຣັດ ນິທິໄພສານກຸນ ຫຼື ກ໊ອບ-ໄມຄ໌ ເຊິ່ງເອີ້ນໄດ້ວ່າເປັນສິລະປິນຊື່ດັງແລະເປັນຕໍານານໃນຍຸກ 2000 ທີ່ໄດ້ສ້າງສັນຜົນງານອອກມາຢ່າງຫຼວງຫຼາຍ ທີ່ບໍ່ວ່າຈະເປັນຜົນງານເພງ, ການສະແດງ, ການຖ່າຍແບບ ແລະ ຜົນງານໃນດ້ານອື່ນໆ. ຈາກຄວາມສາມາດອັນໂດດເດັ່ນ ແລະ ຄວາມນິຍົມໃນຕົວຂອງທັງສອງ ເຮັດໃຫ້ພວກເຂົາມີຖານແຟນຄລັບຢ່າງຫຼວງຫຼາຍທັງໃນ ແລະ ນອກປະເທດ. ແຕ່ວ່າໃນໄລຍະຫຼາຍປີທີ່ຜ່ານມານີ້ 2 ໜຸ່ມແມ່ນໄດ້ແຍກທາງກັນໄປເຮັດຄວາມຝັນຕາມເສັ້ນທາງຂອງໃຜລາວ ດັ່ງນັ້ນ ປັດຈຸບັນນີ້ເຮົາອາດຈະບໍ່ຄ່ອຍໄດ້ເຫັນຜົນງານຮ່ວມກັນຂອງ ກ໊ອບ ແລະ ໄມຄ໌.

ກ໊ອບ-ໄມຄ໌

ແຕ່ຂ່າວດີຂອງແຟນໆ ກໍມາຮອດແລ້ວ ເພາະເມື່ອຕົ້ນເດືອນທີ່ຜ່ານມາ ທາງ ກ໊ອບ-ໄມຄ໌ ໄດ້ອອກມາສ້າງຄວາມຕື່ນເຕັ້ນໃຫ້ກັບແຟນໆ ໂດຍການປະກາດ ແລະ ສະປອຍຮູບພາບຈາກໂປຣເຈັກຮູບເງົາເລື່ອງສັ້ນ ທີ່ມີຊື່ວ່າ Live-Action Fan Film “Naruto The Final Battle” ເຊິ່ງຜົນງານດັ່ງກ່າວທັງສອງຄົນບອກວ່າໄດ້ໃຊ້ເວລາສ້າງກວ່າ 2 ປີ ຕັ້ງແຕ່ປີ 2019.

ກ໊ອບ-ໄມຄ໌

ແລະໃນວັນທີ 13 ສິງຫາທີ່ຜ່ານມາ ຊ່ອງ YouTube “GOLF PICHAYA” ຂອງໜຸ່ມກ໊ອບ ກໍໄດ້ປ່ອຍວິດີໂອ Fan Flim ທີ່ມີຄວາມຍາວ 7 ນາທີອອກມາຢ່າງເປັນທາງການ ໂດຍໃນຕົວວິດີໂອຈະເຜີຍໃນເຫັນສາກການຕໍ່ສູ້ສຸດດຸເດືອດຂອງ 2 ຕົວລະຄອນຫຼັກຢ່າງ Naruto (ຮັບບົດໂດຍ ກ໊ອບ) ແລະ Sasuke (ຮັບບົດໂດຍ ໄມຄ໌) ເຊິ່ງສາມາດເອີ້ນສຽງຮືຮາຈາກຄົນທີ່ເບິ່ງໄດ້ຢ່າງຫຼາຍ ເພາະມັນມີຄວາມຄືກັນກັບໃນສາກຂອງອະນິເມະ ໃນຕອນ “ການຕໍ່ສູ້ຄັ້ງສຸດທ້າຍຂອງນາຣູໂຕະ” ແລະ ມາພ້ອມຄວາມຕື່ນຕາຕື່ນໃຈກັບພາບ, ສາກ, ແສງສີສຽງ ທີ່ຈັດເຕັມສຸດໆ ພ້ອມກັບຕົວວິດີໂອຈະເປັນການພາກສຽງພາສາຍີ່ປຸ່ນທັງໝົດ ເພື່ອຄວາມສົມຈິງໃນການເຮັດໂປຣເຈັກວິດີໂອໃນຄັ້ງນີ້.

ໂດຍພວກເຂົາບອກວ່າ ໂປຣເຈັກທີ່ເຮັດຂຶ້ນມານີ້ເປັນຍ້ອນຄວາມມັກຮັກ ແລະ ຫຼົງໃຫຼທີ່ມີຕໍ່ຕົວກາຕູນທີ່ຕົນເອງມັກຕັ້ງແຕ່ຕອນຍັງນ້ອຍ ແລະ “Naruto” ກໍເປັນໜຶ່ງໃນຄວາມໃຝ່ຝັນຂອງຕົນທີ່ຢາກເຮັດມັນອອກມາໃຫ້ສໍາເລັດ ພ້ອມກັບບອກວ່າແຟນກ໊ອບ-ໄມຄ໌ ແລະ Naruto ຈະມັກວິດີໂອຕົວນີ້.

ນອກຈາກການຈັດເຕັມໃນການແຕ່ງຕົວໃຫ້ຄືກັນກັບຕົວລະຄອນແລ້ວ ໜຶ່ງສິ່ງທີ່ເຮົາຈະບໍ່ກ່າວເຖິງເລີຍບໍ່ໄດ້ນັ້ນກໍຄືງານ Visual Effect ແລະ 3D ທີ່ໄດ້ Fatcat Studio ສະຕູດິໂອຊື່ດັງ ມາສ້າງສັນຕົວລະຄອນຫຼັກອີກຕົວໜຶ່ງ ນັ້ນກໍຄື Kurama ຈິ້ງຈອກເກົ້າຫາງ ອອກມາໄດ້ຢ່າງສວຍງາມ ແລະໜ້າປະທັບໃຈ.

ກ໊ອບ-ໄມຄ໌

ຫຼັງຈາກທີ່ Live-Action Fan Film “Naruto The Final Battle” ຖືກປ່ອຍອອກມາ ກໍໄດ້ມີແຟນໆ ກ໊ອບ-ໄມຄ໌ ແລະ ແຟນໆ ຂອງ Naruto ທັງໃນແລະຕ່າງປະເທດອອກມາສະແດງຄວາມຊົມເຊີຍເຖິງຕົວຜົນງານດັ່ງກ່າວຢ່າງເຫຼືອລົ້ນ ເຊິ່ງນີ້ກໍເປັນອີກກໍາລັງໃຈດີໆ ທີ່ສົ່ງໄປເຖິງສິລະປິນໃຫ້ສາມາດຜະລິດຄອນເທັ້ນດີໆ ແບບນີ້ອອກມາອີກໃນອະນາຄົດຢ່າງແນ່ນອນ.

ສາມາດຮັບຊົມວິດີໂອ Live-Action Fan Film “Naruto The Final Battle” ໄດ້ທີ່: https://cutt.ly/DXcm32v

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply