ສອງກອງທັບ ລາວ-ຣັດເຊຍ ຈັບມືກັນ! ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຣັດເຊຍ

ໃນວັນທີ 16 ສິງຫາ 2022 ຜ່ານມາ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະສອງຝ່າຍກັບ ສະຫາຍ ພົນເອກ ເຊຣເກ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ, ທີ່ນະຄອນຫຼວງ ມອສໂກ ສ.ຣັດເຊຍ ເນື່ອງໃນໂອກາດທີ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເດີນທາງເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນມອສໂກ ຄັ້ງທີ 10.

ລາວ-ຣັດເຊຍ

ການພົບປະໃນຄັ້ງນີ້ ສອງລັດຖະມົນຕີກະຊວງປ້ອງກັນປະເທດລາວ ແລະ ຣັດເຊຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງກອງທັບລາວ-ຣັດເຊຍ ໃຫ້ນັບມື້ແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມດຽວກັນນີ້ ສອງລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຕີລາຄາຄືນເຖິງຜົນສຳເລັດຂອງການຮ່ວມມືທາງດ້ານທະຫານໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ.

ລາວ-ຣັດເຊຍ

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງສູງມາຍັງລັດຖະບານ ກໍຄືກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ກໍຄືກອງທັບປະຊາຊົນລາວ ໃນຫຼາຍດ້ານ ໃນຕະຫຼອດໄລຍະຜ່ານມາ, ເປັນຕົ້ນແມ່ນ ການສ້າງພະນັກງານ-ນັກຮົບ ຂະແໜງການຕ່າງໆ ຢູ່ບັນດາໂຮງຮຽນຂອງກະຊວງປ້ອງກັນປະເທດ ສ.ຣັດເຊຍ, ການຮ່ວມມືວຽກງານກວດກູ້ລະເບີດເພື່ອມະນຸດສະທຳ ຢູ່ ສປປ ລາວ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືສ້າງກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ເປັນກ້າວໆ.

ລາວ-ຣັດເຊຍ

ຂໍ້ມູນຈາກ: https://cutt.ly/2XclKK6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply