ສາວແຊງຄິວຄົນອື່ນໃນງານ ເພື່ອຢາກເບິ່ງ BAMBAM GOT7 ແບບໃກ້ໆ ບໍ່ຍອມລຸກໜີຈັກເທື່ອ ສຸດທ້າຍເຈົ້າໜ້າທີ່ຈົນໄດ້ມາອຸ້ມເອົາ

BAMBAM GOT7

ມື້ນີ້ ທາງ TOYOTA ປະເທດໄທໄດ້ມີການຈັດງານອີເວັ້ນເປີດຕົວລົດຮຸ່ນໃໝ່ ໂດຍພາຍໃນງານກໍໄດ້ເຊີນສິລະປິນລະດັບໂລກຢ່າງ ແບມແບມ GOT7 ທີ່ເປັນພຣີເຊັນເຕີມາເຂົ້າຮ່ວມງານເປີດຕົວລົດຮຸ່ນໃໝ່ນີ້ນໍາ. ພ້ອມນີ້ທາງ TOYOTA ຍັງໄດ້ເອົາໃຈແຟນໆ ຂອງ ແບມແບມ ໂດຍການມອບປີ້ເຂົ້າຮ່ວມງານອີກດ້ວຍ ເຊິ່ງມີຈໍານວນຈໍາກັດ.

BAMBAM GOT7

ທັງນີ້ ຜູ້ທີ່ຈະໄດ້ຮັບປີ້ດັ່ງກ່າວ ຕ້ອງໄດ້ໄປຖ້າເອົາຢູ່ໜ້າງານ ຖ້າໃຜໄປກ່ອນກໍມີສິດໄດ້ກ່ອນ ແລະ ສາມາດເລືອກບ່ອນນັ່ງໄດ້ກ່ອນ ໂດຍແຟນຄລັບຫຼາຍພັນຄົນແມ່ນຕັ້ງໜ້າຕັ້ງຕາໄປຖ້າເອົາປີ້ຄິວດັ່ງກ່າວຕັ້ງແຕ່ຕອນເຊົ້າໆ ຂອງມື້ນີ້. ຖ້າແຟນຄລັບຄົນໃດໄດ້ປີ້ແລ້ວແມ່ນບໍ່ຈໍາເປັນຕ້ອງຢູ່ຖ້າກໍໄດ້ ສາມາດອອກໄປຍ່າງຫຼິ້ນ, ຊອກແນວກິນ ຫຼື ເຮັດກິດຈະກໍາອື່ນໆ ຈົນກວ່າງານຈະເປີດຕົວ ຈຶ່ງຈະກັບມາ.

BAMBAM GOT7

ແຕ່ໄດ້ເກີດມີເຫດຄວາມວຸ້ນວາຍຂຶ້ນ ເມື່ອຊາວ Twitter ໄດ້ໂພສຮູບພາບເຫດການຂອງຍິງສາວຄົນໜຶ່ງ ໂດຍເລົ່າວ່າ ຍິງສາວເສື້ອລາຍຜູ້ທີ່ປາກົດໃນຮູບແລະວິດີໂອນັ້ນ ໄດ້ເຮັດການແຊງຄິວຄົນອື່ນໂດຍການເຂົ້າມານັ່ງບ່ອນທີ່ມີເຈົ້າຂອງແລ້ວ (ເຊິ່ງຄວາມຈິງຍິງສາວຄົນນີ້ແມ່ນໄດ້ຄິວ 1,000 ປາຍ) ເມື່ອເຈົ້າຂອງບ່ອນນັ່ງ (ເຊິ່ງມາຖ້າແຕ່ 5 ໂມງເຊົ້າ) ກັບມາເຫັນແບບນັ້ນ ກໍບອກໃຫ້ຍິງສາວເສື້ອລາຍລຸກອອກຈາກບ່ອນນັ່ງດັ່ງກ່າວ ແຕ່ຍິງສາວເສື້ອລາຍຄົນນີ້ບໍ່ຍອມລຸກ. ຈົນໃນເວລາຕໍ່ມາໄດ້ມີການເອີ້ນເຈົ້າໜ້າທີ່ມາໄກ່ເກ່ຍ ແຕ່ຍິງເສື້ອລາຍກໍຍັງບໍ່ຍອມ. ສຸດທ້າຍທາງເຈົ້າໜ້າທີ່ຍິງຈໍານວນ 5 ຄົນໄດ້ພາກັນມາອຸ້ມເອົາຕົວຍິງຄົນດັ່ງກ່າວອອກໄປ ເຊິ່ງກໍໄດ້ຮັບສຽງຕົບມືຈາກບັນດາແຟນຄລັບຄົນອື່ນໆ ທີ່ມາເຂົ້າຮ່ວມງານນຳ.

BAMBAM GOT7

ໂດຍແຟນຄລັບແບມໆ ກ່າວຄໍາຍ້ອງຍໍຊົມເຊີຍເຖິງການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ດູແລງານ ທີ່ເປັນມືອາຊີບ ແລະ ເຮັດໜ້າທີ່ໄດ້ດີຕັ້ງແຕ່ຕອນກ່ອນເລີ່ມງານຈົນມາຮອດຕອນງານ. ນອກຈາກນີ້ ແຟນຄລັບບາງສ່ວນຍັງໄດ້ກ່າວວ່າ ສາວເສື້ອລາຍຄົນນີ້ເຮັດບໍ່ຖືກຕ້ອງ ແລະ ເຮັດໃຫ້ຊື່ສຽງຂອງກຸ່ມແຟນຄລັບແບມໆ ຕ້ອງຂາຍໜ້າ ເພາະເປັນກະທໍາທີ່ບໍ່ເໝາະສົມ.

BAMBAM GOT7

ຂອບໃຈຂໍ້ມູນຈາກ:

https://cutt.ly/8ZMwIhw

https://cutt.ly/vZMwV0J

https://cutt.ly/mZMw95W

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

Leave a Reply