ສາມາດສັ່ງຊື້ໄດ້ເເລ້ວມື້ນີ້! ລົດ Tesla Model 3 ຮຸ່ນ long-range ພ້ອມສ່ວນຫຼຸດ 18%


ຫຼັງຈາກທີ່ຫາຍໄປເກືອບ 9 ເດືອນ, ເມື່ອອາທິດທີ່ຜ່ານມາເວັບໄຊຂອງ Tesla ໄດ້ເປີດຮັບການສັ່ງຊື້ລົດໄຟຟ້າ Model 3 ຮຸ່ນ Long-range ພ້ອມດ້ວຍລາຄາໃໝ່ຢູ່ທີ່ 47.240 ໂດລາ ຈາກ 57.990 ໂດລາ ເຊິ່ງລົດລົງຫຼາຍເຖິງ 18,5%

ກ່ອນທີ່ຈະປິດຮັບການສັ່ງຊື້ໃນເດືອນສິງຫາ ປີ 2022, Tesla ໄດ້ປະກາດ spec ວ່າສາມາດເເລ່ນລົດໄດ້ເຖິງ 358 ໄມ (576 ກິໂລແມັດ), ແຕ່ໃນປັດຈຸບັນ spec ໄດ້ປ່ຽນເປັນລະດັບສູງສຸດທີ່ “325+” (523 ກິໂລແມັດ ຫຼື ຫຼາຍກວ່ານັ້ນ) ສໍາລັບຜູ້ທີ່ເລືອກໃຊ້ລໍ້ Aero Wheels ຂະໜາດ 18 ນິ້ວ, ສ່ວນຜູ້ທີ່ອັບເກຣດເລືອກໃຊ້ລໍ້ Sport Wheels 19 ນິ້ວຈະລົດໄລຍະການເເລ່ນລົດລົງ 310 ໄມລ໌ (498 ກິໂລແມັດ). ອີງຕາມລາຍງານຂອງ Engadget ຄາດວ່າການປ່ຽນແປງນີ້ອາດຈະເປັນຍ້ອນຄວາມພະຍາຍາມຍາກລົດຜ່ອນຕົ້ນທຶນຢ່າງຕໍ່ເນື່ອງຂອງ Tesla.

ເຊັ່ນດຽວກັບລາຄາຮຸ້ນ, ລາຄາຂອງເລີ່ມຕົ້ນສຳລັບລົດໄຟຟ້າຂອງ Tesla ໄດ້ພິສູດເເລ້ວວ່າບໍ່ມີຄວາມຄົງທີ່ໃນຫຼາຍເດືອນທີ່ຜ່ານມາ. ນັບຕັ້ງແຕ່ຕົ້ນປີມານີ້, Tesla ໄດ້ປັບຫຼຸດລາຄາທົ່ວໂລກມາເເລ້ວຫຼາຍຄັ້ງ ເພື່ອກະຕຸ້ນຄວາມຕ້ອງການຂອງຕະຫຼາດທ່າມກາງເສດຖະກິດມະຫາພາກທີ່ບໍ່ແນ່ນອນ ແລະ ຄວາມກັງວົນວ່າກໍາລັງຊື້ລົດກໍາລັງໜ້ອຍລົງ. ເຊິ່ງສ່ວນຫຼຸດເຫຼົ່ານີ້ເຮັດໃຫ້ກໍາໄລສຸດທິໄຕມາດທີ 1 ລົດລົງ 24% ເມື່ອທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ. ແລະໃນຕົ້ນອາທິດນີ້, Tesla ໄດ້ປັບຂຶ້ນລາຄາຂອງ Model 3 ແລະ Model Y ໃນສະຫະລັດ, ຈີນ, ແຄນາດາ ແລະ ຍີ່ປຸ່ນ.

ທີ່ມາ:

–      https://cutt.ly/M54Kh0l

–      https://cutt.ly/G54Kkc6

–      https://cutt.ly/r54KAK6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/