“ຕື່ນນອນ ໄປເຮັດວຽກ ເມືອເຮືອນ ນອນ” ຈະເຮັດແນວໃດເມື່ອຊີວິດຕິດ loop


“ຕື່ນນອນ ໄປເຮັດວຽກ ເມືອເຮືອນ ນອນ” ຊີວິດມີແຕ່ສ່ຳນີ້ແທ້ຫວາ? ແລ້ວຈະເຮັດແນວໃດເມື່ອຕົກຢູ່ໃນກິດຈະວັດຊ້ຳໆແບບນີ້?

ວົງຈອນຊີວິດແບບ ຕື່ນນອນ ໄປເຮັດວຽກ ເມືອເຮືອນ ຫາຫຍັງກິນ ຫາແນວເຮັດເລັກໆນ້ອຍໆ ເຂົ້ານອນແລ້ວຕື່ນເຊົ້າໄປເຮັດວຽກ

ຫຼາຍຄົນອາດຈະເຄີຍປະສົບກັບພາວະທີ່ເອີ້ນວ່າ: ການຕິດຢູ່ໃນວົງຈອນ ຫຼື loop ຂອງການເຮັດວຽກເປັນພະນັກງານຮັບເງິນເດືອນທີ່ມີພຽງແຕ່ກິດຈະວັດດັ່ງກ່າວຊ້ຳໆ ຈົນເລີ່ມຮູ້ສຶກວ່າເປົ້າໝາຍບາງຢ່າງຂອງຊີວິດນັ້ນໄດ້ຫຼຸດຫາຍໄປ, ຊີວິດປາສະຈາກຄວາມຕື່ນເຕັ້ນ ແລະ ກາຍເປັນໃຊ້ຊີວິດມື້ຕໍ່ມື້ເພື່ອຮັບເງິນເດືອນເທົ່ານັ້ນ
ແຕ່ຖ້າຈະບໍ່ເຮັດວຽກເລີຍກໍບໍ່ໄດ້ອັນເນື່ອງມາຈາກຄ່າໃຊ້ຈ່າຍໃນຊີວິດປະຈຳວັນທີ່ຕ້ອງຈັດການ ສິ່ງທີ່ປະເຊີນຢູ່ນີ້ອາດຈະກາຍເປັນຄວາມໜ່າຍໃຈ ແລະ ຄວາມຄຽດສະສົມທີ່ເພີ່ມຂຶ້ນຢ່າງບໍ່ຮູ້ຕົວຈົນເລີ່ມບໍ່ມີຄວາມສຸກແບບທີ່ຕົນເອງກໍອະທິບາຍບໍ່ໄດ້
ຖ້າແນມພາບລວມຄວາມຈິງແລ້ວອາການຕິດຢູ່ໃນວົງຈອນ ຫຼື ຕິດລູປ (loop Addict) ກໍເປັນໜຶ່ງໃນພາວະທີ່ສ້າງຄວາມເສຍຫາຍແກ່ມະນຸດຢ່າງຫຼວງຫຼາຍ ໂດຍສະເພາະສົ່ງຜົນຕໍ່ສຸຂະພາບຈິດ, ຮ່າງກາຍ, ຄອບຄົວ ແລະ ຄົນອ້ອມຂ້າງ ຖ້ານຶກພາບບໍ່ອອກແມ່ນໃຫ້ຄິດເຖິງພາບຂອງຄົນທີ່ຕິດເຫຼົ້າ ຫຼື ຢາສູບທີ່ເຖິງວ່າຢາກຢຸດແຕ່ມັນກໍເຮັດໄດ້ຍາກເພາະທຸກຢ່າງມັນກາຍເປັນຄວາມລຶ້ງເຄີຍໄປແລ້ວ
ກັບມາທີ່ເລື່ອງການເຮັດວຽກ ສິ່ງເຫຼົ່ານີ້ຍັງເຊື່ອມໂຍງກັບສະພາວະໝົດໄຟໄປຈົນເຖິງພາວະຊຶມເສົ້າໄດ້ອີກດ້ວຍ ເນື່ອງຈາກວົງຈອນເຫຼົ່ານີ້ຖືກສະສົມມາເປັນເວລາດົນນານ ແລະ ບໍ່ໄດ້ຖືກຈັດການຢ່າງມີປະສິດທິພາບ ພຽງພິບຕາດຽວອາຍຸກໍເພີ່ມຂຶ້ນພ້ອມກັບຄວາມສົງໄສທີ່ວ່າ: ຊີວິດມີສ່ຳນີ້ແທ້ຫວາ? ຫຼື ເປັນຫຍັງເຮົາຈຶ່ງຕິດຢູ່ກັບກິດຈະວັດປະຈຳວັນທີ່ໜ້າເບື່ອໜ່າຍແບບນີ້?
ແຕ່ຫາກຮູ້ວ່າຕົນເອງກຳລັງຕິດຢູ່ກັບວົງຈອນຊີວິດດັ່ງກ່າວ ແລະ ຢາກກ້າວອອກມາເພື່ອຈຸດໄຟໃໝ່ໃຫ້ຕົນເອງອີກຄັ້ງ ການປ່ຽນແປງກໍເປັນສິ່ງຈຳເປັນ ແລະ ການປ່ຽນແປງທີ່ວ່າກໍອາດເຊື່ອງຊ້ອນຢູ່ໃນວິທີການທີ່ຄາດບໍ່ເຖິງ ພຽງແຕ່ຕ້ອງຮຽນຮູ້ວິທີແນມສິ່ງເຫຼົ່ານັ້ນຜ່ານມຸມມອງໃໝ່ໆ

Anne Martindell


1. ບໍ່ມີໃຜເຖົ້າແກ່ເກີນໄປທີ່ຈະຮຽນຮູ້
ໃນປີ 1936 Anne Martindell ໄດ້ລາອອກຈາກວິທະຍາໄລ Smith College ເນື່ອງຈາກພໍ່ຂອງນາງບັງຄັບໃຫ້ລາອອກເພາະຢ້ານວ່າຜູ້ຍິງທີ່ໄດ້ຮັບການສຶກສາຈະບໍ່ໄດ້ແຕ່ງງານ. ແຕ່ໃນປີ 2002 ນາງໄດ້ກັບໄປຮຽນທີ່ວິທະຍາໄລ Smith College ອີກຄັ້ງ ແລະ ສຳເລັດການສຶກສາລະດັບປະລິນຍາຕີ ແລະ ປະລິນຍາກິດຕິມະສັກເມື່ອອາຍຸ 87 ປີ. ເລື່ອງລາວຂອງນາງເປັນຕົວຢ່າງທີ່ດີສຳລັບຜູ້ທີ່ມີສິ່ງທີ່ຢາກເຮັດແຕ່ຍັງເຮັດບໍ່ທັນແລ້ວ ຫຼື ມີສິ່ງທີ່ຢາກຮຽນຮູ້ຢູ່ແຕ່ຕິດເລື່ອງອາຍຸ.

2. ລອງປ່ຽນກິດຈະວັດເລັກໜ້ອຍ
ໃນຊີວິດປະຈຳວັນຫາກບໍ່ໄດ້ໄປໃສໄກນອກຈາກບ່ອນເຮັດວຽກ ຫາກເປັນໄປໄດ້ລອງອອກໄປຍ່າງຫຼິ້ນໃນບ່ອນທີ່ບໍ່ເຄີຍໄປຫຼັງເລີກວຽກ ຫຼື ລອງປ່ຽນຮ້ານອາຫານກິນເປັນປະຈຳເບິ່ງອາດຈະສາມາດເພີ່ມຄວາມແປກໃໝ່ ຫຼື ໄດ້ພົບເຫັນຜູ້ຄົນລະຫວ່າງເດີນທາງກໍໄດ້.


3. ລອງເຮັດກິດຈະກຳໃນບ່ອນເຮັດວຽກ
ໃນມື້ເຮັດວຽກອາດຈະເຕັມໄປດ້ວຍການປະຊຸມ, ສິ່ງທີ່ຕ້ອງເຮັດຢ່າງຫຼວງຫຼາຍ ຈົນເຮັດໃຫ້ຮູ້ສຶກມຶນງົງ ແລະ ເມື່ອຍໄດ້ ເພື່ອຊ່ວຍບັນເທົາອາການດັ່ງກ່າວອາດຈະຫາກິດຈະກຳຜ່ອນຄາຍເພື່ອເຮັດລະຫວ່າງວັນໄດ້ເຊັ່ນ: ການຫຼິ້ນບອດເກມກັບໝູ່ຮ່ວມງານໃນເວລາພັກອາດເຮັດໃຫ້ມີແຮງຈູງໃຈໃນການຢາກພາຕົນເອງມາເຮັດວຽກຫຼາຍຂຶ້ນ.


4. ກຳນົດ Bucket List ຕາມໃຈໃນແຕ່ລະມື້
ຫຼາຍຄົນຄົງຮູ້ຈັກ ‘Bucket List’ ຫຼື ລາຍການທີ່ຢາກເຮັດກ່ອນຕາຍເຊັ່ນ: ປະເທດທີ່ຢາກໄປ, ກິດຈະກຳທີ່ຢາກເຮັດ ແລະ ອື່ນໆ ໃນແຕ່ລະມື້ໃຫ້ລອງກຳນົດສິ່ງໃໝ່ທີ່ບໍ່ເຄີຍເຮັດແຕ່ຢາກເຮັດລອງເບິ່ງບາງເທື່ອອາດຈະຄົ້ນພົບເປົ້າໝາຍໃໝ່ໃນຊີວິດກໍໄດ້.

ສຸດທ້າຍນີ້ການພະຍາຍາມພາຕົນເອງອອກຈາກວົງຈອນຊີວິດທີ່ຊ້ຳຊາກ ແລະ ໜ້າເບື່ອນັ້ນບໍ່ແມ່ນເລື່ອງງ່າຍແຕ່ຫາກສາມາດເຮັດໄດ້ຜ່ານການປ່ຽນແປງພຶດຕິກຳເທື່ອລະໜ້ອຍ, ໝັ່ນທົບທວນຕົວເອງ ແລະ ໃຫ້ເວລາຕົນເອງໃນການປັບຕົວ ຊີວິດກໍອາດມີສີສັນຂຶ້ນ

ທີ່ມາ: https://cutt.ly/357YwWs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/