ສາຂາຮຽນສຸດແປກ ແມ່ເຖົ້າຊາວຍີ່ປຸ່ນຮຽນຈົບປະລິນຍາເອກ ດ້ານການເລົ່າເລື່ອງຜີສາດ ແລະ ນິທານພື້ນບ້ານ!


ເຮົາເຄີຍໄດ້ຍິນສາຂາຮຽນທີ່ແປກທີ່ສຸດແມ່ນສາຂາໃດ? ຖ້າບອກວ່າມີສາຂາຜີສາດ ແລະ ນິທານພື້ນບ້ານ ຈະເຊື່ອບໍ່? ເຊິ່ງສາຂານີ້ ເປັນຫຼັກສູດທີ່ມີການຮຽນການສອນຕາມມະຫາວິທະຍາໄລແລ້ວ ເພາະວ່າໃນຍີ່ປຸ່ນ ແມ່ເຖົ້າອາຍຸ 73 ປີ ໄດ້ຮັບໃບປະລິນຍາເອກ ຈາກການວິໄຈເລື່ອງສຶກສາຜີສາດ ແລະ ນິທານພື້ນບ້ານຂອງຍີ່ປຸ່ນເມື່ອບໍ່ດົນມານີ້.

ມິຊາໂກະ ນາກູຣະ ຫາກໍຈະໄດ້ຮັບປະລິນຍາເອກຈາກມະຫາວິທະຍາໄລປະຈຳແຂວງໄປຈິ ຫຼັງຈາກເລີ່ມຮຽນປະລິນຍາຕີ ດ້ານວັນນະກຳ ເມື່ອລາວອາຍຸໄດ້ 54 ປີ ໂດຍວຸດປະລິນຍາເອກຈາກການວິໄຈຫົວຂໍ້ “ຄໍ່າຄືນແຫ່ງຂະບວນແຫ່ຜີສາດ 100ຕົນ” ເຊິ່ງເປັນນິທານພື້ນບ້ານຂອງຍີ່ປຸ່ນ ທີ່ເລົ່າເຖິງຂະບວນແຫ່ຂອງຜີສາດ ຫຼື ໂອນິ ແລະ ໂຍໄກ.

ລາວເປີດເຜີຍເພີ່ມເຕີມວ່າ ໄດ້ເຮັດການວິໄຈນີ້ຂຶ້ນມາເພາະວ່າມັນເປັນປະເດັນທີ່ລາວສົນໃຈ ແລະ ມັນໄດ້ນຳຄວາມສຸກໃນຫົວໃຈມາສູ່ຊີວິດຂອງລາວ.

ມິຊາໂກະ ເລີ່ມຕັ້ງຫົວຂໍ້ການວິໄຈຕັ້ງແຕ່ຊ່ວງຫຼັງຈົບປະລິນຍາຕີໃນປີ 2006 ກ່ອນຈະເລີ່ມຮຽນຕໍ່ປະລິນຍາໂທໃນປີ 2009 ເພື່ອສືບສານຄວາມຮັກໃນຫົວຂໍ້ວິໄຈທີ່ມີຕໍ່ໄປ. “ມະຫາວິທະຍາໄລສອນໃຫ້ຂ້ອຍໄດ້ຮັກທີ່ຈະຮຽນຮູ້ຕໍ່ໄປເລື້ອຍໆ ຕະຫຼອດຊີວິດອັນແສນສຸກຂອງຂ້ອຍ…ຍັງມີບາງສ່ວນນອກຈາກການວິໄຈທີ່ຂ້ອຍຍັງບໍ່ໄດ້ຕີພິມ ແລະ ຂ້ອຍຢາກຂຽນເອກະສານທີ່ກ່ຽວກັບເລື່ອງເຫຼົ່ານີ້ອອກມາເພີ່ມເຕີມຫຼາຍໆ”.

ສາເຫດທີ່ມິຊາໂກະຫາກໍໄດ້ຮັບປະລິນຍາເອກເມື່ອລາວອາຍຸຫຼາຍກໍຍ້ອນວ່າ ລາວປະສົບກັບອາການເຈັບປ່ວຍໃນຊ່ວງການສຶກສາລະດັບມັດທະຍົມ ຊີວິດຂອງລາວຈຶ່ງປ່ຽນໄປເປັນຜູ່ຊ່ວຍໃນໂຮງຮຽນອະນຸບານ ກ່ອນຈະໄປເຮັດວຽກໃນຮ້ານຂາຍເຟີນິເຈີ ແຕ່ໃນຂະນະທີ່ລາວອາຍຸໄດ້ 53 ປີ ລາວໄດ້ຕັດສິນໃຈທີ່ຈະເພີ່ມເປົ້າໝາຍຄວາມທ້າທາຍໃຫ້ກັບຕົວເອງ ຫຼັງຈາກທີ່ລາວໄດ້ຍິນວ່າມີການສອບເສັງເພື່ອເຂົ້າສຶກສາຕໍ່ໃນມະຫາວິທະຍາໄລ ສຳຫຼັບນັກສຶກສາສູງໄວ ມິຊາໂກະເວົ້າເຖິງຄວາມຄິດຂອງລາວໃນຕອນນັ້ນວ່າ “ຂ່າວນີ້ໄດ້ປຸກຊີວິດຂອງຂ້ອຍຂຶ້ນມາອີກຄັ້ງ”

ເຖິງແມ່ນວ່າ ມິຊາໂກະ ທີ່ຈະຮຽນຈົບຈາກມະຫາວິທະຍາໄລໄປແລ້ວກໍຕາມ ແຕ່ລາວຍັງຂຽນຜົນງານຕ່າງໆທີ່ມີຫົວຂໍ້ກ່ຽວກັບຜີສາດໃນນິທານພື້ນບ້ານມາຈົນເຖິງປັດຈຸບັນ ມິຊາໂກະ ເປີດເຜີຍພ້ອມສຽງຫົວວ່າ ຫຼານໆຂອງລາວຕ່າງກໍປະຫຼາດໃຈໄປຕາມໆກັນ ເມື່ອຮູ້ວ່າແມ່ເຖົ້າຂອງພວກເຂົາຂຽນການວິໄຈໃນຫົວຂໍ້ກ່ຽວກັບຜີສາດ.

ທີ່ມາ: https://www.facebook.com/thematterco/posts/2763293503886034