CoinShares ຜູ້ຈັດການດ້ານສິນຊັບດິຈິຕອນ ລາຍງານວ່າ ສະຖາບັນຕ່າງໆໄດ້ລົງທຶນໃນຕະຫຼາດ crypto ເຮັດໃຫ້ມີເງິນໄຫຼເຂົ້າສູ່ຕະຫຼາດຫຼາຍກວ່າ 2.9 ຕື້ເຮັດສະຖິຕິໃໝ່ສູງສຸດໃນອາທິດທີ່ຜ່ານມາ, ເຊິ່ງແມ່ນອາທິດທີ 7 ຕິດຕໍ່ກັນທີ່ມີກະແສເງິນລົງທຶນສຸດທິໄຫຼເຂົ້າໃນຕະຫຼາດ crypto.
ອີງຕາມບົດລາຍງານ Digital Asset Fund Flows ຫຼ້າສຸດຂອງ CoinShares ໄດ້ເປີດເຜີຍວ່າ ການລົງທຶນສຸດທິໃນຜະລິດຕະພັນການລົງທຶນດ້ານ cryptocurrency (ປີເຖິງວັນທີ) ກໍໄດ້ສ້າງສະຖິຕິໃໝ່ສູງສຸດເຊັ່ນກັນ.
“ຜະລິດຕະພັນການລົງທຶນທາງດ້ານສິນຊັບດິຈິຕອນໄດ້ມີການລົງທຶນສຸດທິປະຈໍາອາທິດເຖິງ 2.9 ຕື້ໂດລາ ເອົາຊະນະສະຖິຕິທີ່ຜ່ານມາຂອງອາທິດທີ່ຜ່ານມາທີ່ 2.7 ຕື້ໂດລາ. ການລົງທຶນສຸດທິໃນອາທິດນີ້ໄດ້ຊຸກຍູ້ໃຫ້ການລົງທຶນສຸດທິແບບປີຕໍ່ປີເຖິງ 13.2 ຕື້ໂດລາ ເຊິ່ງເກີນສະຖິຕິການລົງທຶນສຸດທິຕະຫຼອດປີ 2021 ຢູ່ທີ່ 10.6 ຕື້ໂດລາ…
ຕະຫຼອດອາທິດ ກອງທຶນ Trust ໃນຊັບສິນດິຈິຕອນທີ່ສາມາດຊື້-ຂາຍໄດ້ທົ່ວໂລກ (Global ETPs) ໄດ້ຜ່ານລະດັບ 100 ຕື້ໂດລາເປັນຄັ້ງທຳອິດ, ເຖິງແມ່ນວ່າລາຄາຈະຫຼຸດລົງໃນທ້າຍອາທິດ ສົ່ງຜົນໃຫ້ຕະຫຼາດປິດຢູ່ທີ່ 97 ຕື້ໂດລາ”.

ໃນຂະນະທີ່ສະຫະລັດ ແລະ ພູມີພາກອື່ນໆ ມີການລົງທຶນສຸດທິຫຼາຍກວ່າ 2.95 ຕື້ໂດລາແຕ່ໃນແຄນາດາ, ເຢຍລະມັນ, ສະວີເດນ ແລະ ສະວິດເຊີແລນກັບພົບເຫັນການໄຫຼອອກສຸດທິເຖິງ 78 ລ້ານໃນອາທິດຜ່ານມາ.
Eric Balchunas ຜູ້ຊ່ຽວຊານ ETF ຂອງ Bloomberg ກ່າວໃນວັນຈັນວານນີ້ວ່າ ການໄຫຼອອກຂອງເງິນທຶນຈາກ ETFs ຢູ່ນອກສະຫະລັດ ອາດເກີດຈາກຄ່າທໍານຽມທີ່ຕໍ່າຢ່າງຫຼວງຫຼາຍຕໍ່ຜະລິດຕະພັນຂອງສະຫະລັດ.
“ກອງທຶນ Bitcoin ETF ຂອງຢູໂຣບ ແລະ ແຄນາດາປະເຊີນກັບການໄຫຼອອກເນື່ອງຈາກ ການເປີດຕົວຂອງກອງທຶນ Bitcoin spot ETF ຂອງສະະຫະລັດ, ເຊິ່ງທີ່ມີຄ່າທໍານຽມທີ່ຖືກກວ່າ ແລະ ມີສະພາບຄ່ອງທີ່ຫຼາຍກວ່າ. ເຮັດໃຫ້ກາຍເປັນເລື່ອງປົກກະຕິທີ່ກອງທຶນ ETF ຂອງສະຫະລັດຈະດຶງດູດການລົງທຶນຈາກທຸກບ່ອນ”
Coinshares ກ່າວວ່າ ໂດຍປົກກະຕິແລ້ວ ຜະລິດຕະພັນ Bitcoin (BTC) ຈະໄດ້ຮັບສ່ວນແບ່ງທີ່ໃຫຍ່ທີ່ສຸດຂອງການລົງທຶນສຸດທິຢູ່ທີ່ 2.86 ຕື້ໂດລາ.
“ການລົງທືນສຸດທິຂອງ BTC ໃນປັດຈຸບັນກວມເອົາ 97% ຂອງການລົງທຶນສຸດທິຂອງປີຕໍ່ປີ, ໃນຂະນະທີ່ການ short bitcoin ມີການລົງທຶນສຸດທິໄຫຼເຂົ້າຫຼາຍທີ່ສຸດໃນຮອບປີທີ່ 26 ລ້ານ, 5 ອາທິດຕິດຕໍ່ກັນ”
ໃນຂະນະທີ່ ETH, SOL ແລະ MATIC ຕ້ອງປະເຊີນກັບການໄຫຼອອກສຸດທິທີ່ 14 ລ້ານໂດລາ, 2.7 ລ້ານໂດລາ ແລະ 6.8 ລ້ານໂດລາ ລຽງຕາມລໍາດັບ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/