ສຕລ ປະກາດແຍກທາງ Michael Weiss ຄູເຝິກຊາວເຢຍລະມັນ ຜູ້ທີ່ເຄີຍພາທີມຊາດລາວມີຜົນງານອັນໂດດເດັ່ນ


ສະຫະພັນບານເຕະ ແຫ່ງຊາດລາວ ຫຼື ສຕລ ໄດ້ປະກາດແຍກທາງກັບ ໄມເຄິລ ໄວສ (Michael Weiss) ຫົວໜ້າຄູເຝິກນັກກິລາບານເຕະທີມຊາດລາວ ຊາວເຢຍລະມັນ ຜູ້ທີ່ເຄີຍພາທີມຊາດລາວມີຜົນງານອັນໂດດເດັ່ນ ພາຍຫຼັງເຂົ້າຮັບງານມາໄດ້ພຽງ 2 ປີ.

ໂດຍທາງ ສຕລ ລະບຸຜ່ານບັນຊີ Facebook ຂອງທາງສະຫະພັນວ່າ: “ຕາງໜ້າສະຫະພັນບານເຕະແຫ່ງຊາດລາວສະແດງຄວາມຂອບໃຈເປັນຢ່າງສູງມາຍັງທ່ານ ໄມເຄິລ ໄວສ ຄູເຝິກທີມຊາດລາວທີ່ມີຜົນງານດີເດັ່ນຊ່ວຍໃຫ້ນັກກິລາບານເຕະທີມຊາດລາວມີຜົນງານອັນໂດດເດັ່ນໃນເວທີພາກພື້ນ ແລະ ສາກົນ”.

ສຕລ ລະບຸຕື່ມວ່າ: “ໂດຍຕະຫຼອດໄລຍະທີ່ຜ່ານມາ ທ່ານ ໄມເຄິລ ໄວສ ໄດ້ເຮັດໜ້າທີ່ຄຸມທີມຊາດລາວແຕ່ລະຮຸ່ນໄດ້ຢ່າງໜ້າພາກພູມໃຈ ແລະ ເຮັດດ້ວຍຄວາມມັກຮັກຕໍ່ນັກກິລາລາວເຮົາຢ່າງແທ້ຈິງ”.

ເຊິ່ງທາງ ໄມເຄິລ ໄວສ ເຂົ້າມາຮັບວຽກຄູເຝິກ ໃຫ້ກັບທີມຊາດລາວ ຕໍ່ຈາກ ທ່ານ Selvaraj ຫົວໜ້າຄູເຝິກຈາກ ສິງກະໂປ ເມື່ອຕົ້ນປີ 2022 ທີ່ຜ່ານມາ ພາຍຫຼັງພາທີມຊາດລາວເຮັດຜົນງານໄດ້ບໍ່ດີເທົ່າທີ່ຄວນ ໃນການແຂ່ງຂັນ AFF SUZUKI CUP ເມື່ອປາຍປີ 2021.

ພາຍຫຼັງ ໄມເຄິລ ໄວສ ເຂົ້າມາ ຜົນງານການຫຼິ້ນ ແລະ ວິທີການຫຼິ້ນຂອງທີມຊາດລາວກໍປ່ຽນໄປໃນທາງທີ່ດີຂຶ້ນຢ່າງຊັດເຈນ. ໂດຍຜົນງານທີ່ໂດດເດັ່ນ ກໍຄືການນຳພາທີມຊາດລາວ U19 ໄດ້ຮອງແຊັ້ມເມື່ອປີ 2022 ທີ່ຜ່ານມາ.

ສຳລັບຫົວໜ້າຄູເຝິກຄົນຕໍ່ໄປຂອງທີມຊາດລາວ ແມ່ນທາງ ສຕລ ຍັງບໍ່ໄດ້ມີການປະກາດຢ່າງຊັດເຈນ ແລະ ຍັງຕ້ອງຕິດຕາມຕໍ່ໄປ.

ຂອບໃຈຂໍ້ມູນຈາກ: https://shorturl.at/auIX7

ຂອບໃຈຮູບຈາກ: ສະຫະພັນບານເຕະແຫ່ງຊາລາວ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/