ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ເຫັນດີປະກາດແຕ່ງຕັ້ງ ອາເຣນ່າ ກູເລຍໂມ່ (Arena Gugliermo) ຄູເຝິກສັນຊາດອິຕາລີ ໃນໄວ 50 ປີ ເຂົ້າມາໃຫ້ເປັນຫົວໜ້າຄູເຝິກທິມຊາດລາວຄົນໃໝ່ ພ້ອມກຽມພິສູດຜົນງານທຳອິດ ທີ່ຈະນຳທີມຊາດລາວ U23 ເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ນີ້.

ອາເຣນ່າ ກູເລຍໂມ່ ມີໃບປະກາດ UEFA Pro License ແລະ ມີຜົນງານການຄຸມທີມໃນລີກຫຼາຍປະເທດຄື: ລີກໃນປະເທດບູກີນາຟາໂຊ, ເບນິນ, ສິງກະໂປ, ໂອມານ, ແອລຈີເຣຍ,ສະຫະລັດອາຣັບ ເອມິເຣດ, ໂມຣັອກໂຄ, ເຄີຍເປັນຜູ້ຊ່ວຍຄູເຝິກ Philippe Troussier ໃນ ສະໂມສອນດັງຂອງປະເທດຈີນຢ່າງ Hangzhou Greentown.
ໃນໂອກາດດັ່ງກ່າວ ທ່ານ ອາເຣນ່າ ກູເລຍໂມ່ ໄດ້ສະແດງຄວາມດີໃຈທີ່ໄດ້ມາມີສ່ວນຮ່ວມໃນການພັດທະນາກິລາບານເຕະທີມຊາດລາວ ແລະ ຈະເຮັດຜົນງານໃຫ້ດີທີ່ສຸດ ພ້ອມຈະຮ່ວມມືກັບສຕລ, ຄະນະທິມງານຄູເຝິກ ແລະ ນັກກິລາທິມຊາດລາວສ້າງຜົນງານໃຫ້ໄດ້ດີທີ່ສຸດ.
ສຳລັບ ອາເຣນ່າ ກູເລຍໂມ່ ເຄື່ອງພິສູດຜົນງານຄັ້ງທຳອິດ ແມ່ນຈະນຳພາ ທີມຊາດລາວU23 ເຂົ້າຮ່ວມ ການແຂ່ງຂັນບານເຕະຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ (AFF U23 CHAMPIONSHIP 2023) ຢູ່ທີ່ປະເທດໄທ ໃນລະຫວ່າງວັນທີ 17-26 ສິງຫາ 2023 ໂດຍທີມຊາດລາວ ຢູ່ ກຸ່ມຊີ ຮ່ວມກັບ ຟິລິບປິນ, ຫວຽດນາມ.

ນອກນັ້ນ ກໍຍັງມີການແຂ່ງຂັນບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 23 ປີ (U23) ຊິງແຊ້ມອາຊີ 2024 ຮອບຄັດເລືອກ (AFC U23 Asian Cup 2024 qualifying round) ລະຫວ່າງວັນທີ 06-12 ກັນຍາ 2023 ເຊິ່ງ ທີມຊາດລາວ ຢູ່ກຸ່ມ I ທີ່ຖືວ່າເປັນກຸ່ມທີ່ມີແຕ່ທີມລະດັບແຖວໜ້າຂອງທະວີບເຊັ່ນ: ອອສເຕຣເລຍ, ທາຈີກິສຖານ ແລະ ສປປ ເກົາຫຼີ.
ຂອບໃຈຮູບ ແລະ ຂໍ້ມູນຈາກ: https://t.ly/89J77
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/