ການກັກເກັບນ້ຳຝົນໄວ້ໃຊ້ແມ່ນວິທີແກ້ບັນຫາທີ່ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ


ເມື່ອຕ້ອງປະເຊີນກັບການຂາດແຄນນ້ຳທີ່ເພີ່ມຂຶ້ນ ແລະ ຄວາມຕ້ອງການຢ່າງຮີບດ່ວນໃນການແກ້ໄຂບັນຫາຢ່າງຍືນຍົງ, ການກັກເກັບນ້ຳຝົນເປັນແນວທາງປະຕິບັດ ແລະ ເປັນມິດກັບສິ່ງແວດລ້ອມໃນການອະນຸລັກຮັກສານ້ຳ, ໂດຍແນວທາງການປະຕິບັດແບບບູຮານນີ້ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ພ້ອມທັງຍັງໃຫ້ປະໂຫຍດຫຼາກຫຼາຍຄວບຄູ່ໄປກັບການລົດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຈາກແຫຼ່ງນ້ຳ.

ການກັກເກັບນ້ຳຝົນຄືການລວບລວມ ແລະ ກັກເກັບນ້ຳຝົນໄວ້ໃຊ້ໃນປະໂຫຍດຕ່າງໆ ບໍ່ວ່າຈະເປັນການໂຕ່ງນ້ຳຝົນຈາກຫຼັງຄາ ຫຼື ບ່ອນຮັບນ້ຳອື່ນໆທີ່ສົ່ງຜ່ານຮາງນ້ຳ ຫຼື ທໍ່ ແລ້ວເກັບນ້ຳໄວ້ໃນຖັງນ້ຳ ຫຼື ອ່າງນ້ຳໃຕ້ດິນ. ຫຼັງຈາກນັ້ນຈຶ່ງນຳເອົານ້ຳທີ່ກັກເກັບໄວ້ນີ້ໄປຊົມໃຊ້ເຊັ່ນ: ຊົນລະປະທານ, ໃຊ້ໃນຄົວເຮືອນ, ຫົດດອກໄມ້ ແລະ ອື່ນໆ.

ການກັກເກັບນ້ຳຝົນຊ່ວຍລົດຜ່ອນການເພິ່ງພາແຫຼ່ງນ້ຳຈືດ ແລະ ຍັງເປັນການອະນຸລັກຊັບພະຍາກອນນ້ຳອັນມີຄ່າ, ລົດຜ່ອນການເຄັ່ງຕຶງຂອງລະບົບນິເວດທີ່ເພິ່ງພາອາໄສແຫຼ່ງນ້ຳຈືດຕ່າງໆ.

ການກັກເກັບນ້ຳຝົນຍັງຊ່ວຍລົດຜ່ອນການເກີດໄພນ້ຳຖ້ວມ ໂດຍການກັກເກັບນ້ຳສ່ວນເກີນ ເພື່ອລົດຜ່ອນປະລິມານນ້ຳທີ່ໄຫຼລົງສູ່ທໍ່ລະບາຍນ້ຳໄປຍັງແມ່ນ້ຳໃຫ້ໜ້ອຍທີ່ສຸດໃນໄລຍະທີ່ຝົນຕົກ. ນອກຈາກນີ້ ການໃຊ້ນ້ຳຝົນເພື່ອຊົນລະປະທານຊ່ວຍໃຫ້ພືດພັນ ແລະ ຕົ້ນໄມ້ໃນເຂດຕົວເມືອງຈະເລີນເຕີບໂຕ ຊ່ວຍລົດຜ່ອນຜົນກະທົບຈາກຄວາມຮ້ອນໃນເຂດຕົວເມືອງ.

ການກັກເກັບນ້ຳຝົນເປັນແນວທາງທີ່ສົ່ງເສີມສຸຂະພາບຂອງລະບົບນິເວດ ແລະ ຊຸມຊົນ, ການກັກເກັບນ້ຳຝົນບໍ່ພຽງແຕ່ເປັນປະໂຫຍດຕໍ່ສິ່ງແວດລ້ອມເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ບຸກຄົນຕ່າງໆມີບົດບາດຢ່າງແຂງຂັນໃນການຮັກສາອະນາຄົດທີ່ຍືນຍົງຂຶ້ນອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/